UN ປະກາດໃຫ້ທຶນຊ່ວຍເຫຼືອສຳລັບຜູ້ປະສົບໄພນ້ຳຖ້ວມໃນແຂວງຄຳມ່ວນ

ລາວໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນຮັບມືເຫດສຸກເສີນສູນກາງຂອງອົງການສະຫະປະຊາຊາດ ເພື່ອຊ່ວຍເຫຼືອພາລະກິດເພື່ອມະນຸດສະທຳ ແລະ ການຮັບມືເຫດສຸກເສີນ ພາຍຫຼັງໄພນ້ຳຖ້ວມທີ່ຫາກໍ່ເກີດຂຶ້ນໃນໄລຍະຜ່ານມາໃນທົ່ວປະເທດ. ທຶນຊ່ວຍເຫຼືອລ້າຈຳນວນ 3.5 ລ້ານໂດລາສະຫະລັດນີ້ ຈະຖືກນຳໃຊ້ເຂົ້າໃນການຟື້ນຟູ ຫົກເມືອງຂອງແຂວງຄຳມ່ວນທີ່ໄດ້ຮັບຜົນກະທົບຮ້າຍແຮງ ຄື ເມືອງໜອງບົກ, ຫີນບູນ, ບົວລະພາ, ມະຫາໄຊ, ເຊບັ້ງໄຟ ແລະ ຍົມມະລາດ, ຕາມການລາຍງານຂອງຫ້ອງການອົງການ UNDP ໃນວັນຈັນແລ້ວນີ້.

ບັນນາທິການວຽງຈັນທາມສ໌