ໄພພິບັດ

ໄພນ້ຳຖ້ວມ

ລາຍງານຫຼ້າສຸດ: ໄພນ້ຳຖ້ວມໃນວົງກວ້າງສ້າງຄວາມເສຍຫາຍມະຫາສານ

ອີງຕາມບົດລາຍງານຂອງຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດໃຫ້ຊາບວ່າ ໄພນ້ຳຖ້ວມຍ້ອນລົມພະຍຸໃນໄລຍະຜ່ານມາເຮັດໃຫ້ 46 ຄົນຕ້ອງສູນເສຍຊີວິດ ແລະ 97 ຄົນສູນຫາຍ, ສີ່ຄົນໄດ້ຮັບບາດເຈັບ. 236,188 ຄົນ, 82,460 ຄອບຄົວໃນ 79 ເມືອງ, 14 ແຂວງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຍ້ອນກະແສຝົນຕົກໜັກຈາກພະຍຸລະດູຮ້ອນສົນທິນ ແລະ ເບບິນກາ ນັບແຕ່ກາງເດືອນສິງຫາເຖິງກາງເດືອນກໍລະກົດມານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ປະທານປະເທດກວດກາຄວາມຄືບໜ້າໃນການສ້າງທີ່ຢູ່ອາໄສຊົ່ວຄາວທີ່ອັດຕະປື

ການກໍ່ສ້າງອາຄານທີ່ພັກກຳລັງດຳເນີນການທີ່ບ້ານຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເປັນທີ່ພັກອາໄສໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທີ່ຕ້ອງສູນເສຍທີ່ຢູ່ອາໄສ ຄາດວ່າຈະໃຫ້ສຳເລັດພາຍໃນ 20 ວັນນັບຈາກນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ບໍລິສັດເອັສເຄກຣຸບບໍລິຈາກເງິນຈຳນວນ 10 ລ້ານໂດລາສະຫະລັດເພື່ອບັນເທົາທຸກໄພນ້ຳຖ້ວມທີ່ອັດຕະປື

ບໍລິສັດເອັສເຄກຣຸບບໍລິຈາກເງິນຈຳນວນ 10 ລ້ານໂດລາສະຫະລັດ (ຫຼືປະມານ 11.2 ຕື້ວອນເກົາຫຼີ) ໃຫ້ແກ່ລັດຖະບານລາວເພື່ອເປັນການປະກອບສ່ວນໃນພາລະກິດບັນເທົາທຸກ ແລະ ຟື້ນຟູຫຼັງໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນ້ຳຂອງຂຶ້ນຖ້ວມບັນດາຮ້ານຄ້າປຸກໃໝ່

ນ້ຳຂອງໄດ້ຍຶ່ງຂື້ນຢ່າງໄວວາໃນວັນເສົາທີ່ຜ່ານມາ, ຊາວນະຄອນວຽງຈັນຕື່ນມາພົບວ່າບັນດາຮ້ານຄ້າທີ່ນາຄະຣາດຊິດຕີ້ຈົມນ້ຳເປັນບາງສ່ວນ. ເຈົ້າຂອງຮ້ານຄ້າ 300 ຮ້ານຕົກໃຈທີ່ພົບວ່ານ້ຳໄດ້ຂຶ້ນຖ້ວນບັນດາຮ້ານຄ້າ ແລະ ຮີບຮ້ອນຂົນຍ້າຍສິນຄ້າອອກຈາກຮ້ານ.ອ່ານຕໍ່ ...

ສີໄສ ວິໄລສັກ

ປະທານປະເທດ: ຕ້ອງຮັບປະກັນວ່າຜູ້ປະສົບໄພທີ່ສະໜາມໄຊທຸກຄອບຄົວໄດ້ຮັບເງິນຊົດເຊີຍ

ເມືອງສະໜາມໄຊ ແຂວງອັດຕະປື: ເງິນຊົດເຊີຍຈຳນວນ 500,000 ກີບທີ່ຕົກລົງວ່າຈະມອບໃຫ້ແກ່ແຕ່ລະຄອບຄົວຜູ້ປະສົບໄພທີ່ຕ້ອງອົບພະຍົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຫຼັງຈາກເຂື່ອແຕກໃນເດືອນແລ້ວນີ້ ຍັງບໍ່ທົ່ວເຖິງທຸກໆຄອບຄົວ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເລື່ອນວັນເປີດສົກຮຽນສຳລັບເດັກນ້ອຍທີ່ເມືອງສະໜາມໄຊ

ເມືອງສະໜາມໄຊ ແຂວງອັດຕະປື: ສົກຮຽນໃໝ່ປີນີ້ໄດ້ຖືກເລື່ອນຢ່າງບໍ່ມີກຳນົດສຳລັບເດັກນ້ອຍນັກຮຽນສ່ວນໃຫຍ່ໃນເມືອງດັ່ງກ່າວ ເນື່ອງຈາກອາຄານໂຮງຮຽນບໍ່ສາມາດສ້ອມແປງໄດ້ທັນເວລາ ຫຼັງຈາກເຫດໄພນ້ຳຖ້ວມຄັ້ງຮ້າຍແຮງໃນພື້ນທີ່ດັ່ງກ່າວເມື່ອວັນທີ 23 ກໍລະກົດຜ່ານມາ. ທ່ານ ບົງແກ້ວ ສິນນະຄອນ ວ່າການຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ໄດ້ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ມີພຽງນັກຮຽນຊັ້ນມໍ 4 ແລະ ມໍ 7 ທີ່ຕ້ອງເລີ່ມເຂົ້າຮຽນໃນສົກຮຽນໃໝ່ໃນວັນທີ 1 ກັນຍາ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ນ້ຳຖ້ວມຮອບສອງເຮັດໃຫ້ຕ້ອງງົດພາລະກິດຄົ້ນຫາຜູ້ສູນຫາຍ

ເມືອງສະໜາມໄຊ, ແຂວງອັດຕະປື: ພາລະກິດການຄົ້ນຫາຜູ້ສູນຫາຍໃນບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຈຳເປັນຕ້ອງມີການຢຸດຊົ່ວຄາວ ຍ້ອນລະດັບນ້ຳທີ່ເພີ່ມສູງຂຶ້ນຫຼັງຈາກມີຝົນຕົກຕິດຕໍ່ກັນຫຼາຍວັນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ປະທານປະເທດຮຽກຮ້ອງໃຫ້ແຂວງຄຳມ່ວນ ແລະ ສະຫວັນນະເຂດເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພພິບັດ

ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງແຂວງຄຳມ່ວນ ແລະ ສະຫວັນນະເຂດ ເລັ່ງມືພາລະກິດຟື້ນຟູຊີວິດການເປັນຢູ່ໃຫ້ກັບສູ່ພາບປົກກະຕິ ຫຼັງເຫດໄພນ້ຳຖ້ວມເປັນບໍລິເວັນກວ້າງໃນບັນດາແຂວງພາກກາງ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ພະຍຸລະດູຮ້ອນເຮັດໃຫ້ເກີດຫາຍະນະ ຍ້ອນລົມມໍລະສຸມພັດປົກຄຸມ

ພະຍຸລະດູຮ້ອນສອງຫົວໄດ້ນຳເອົາກະແສມໍລະສຸມເຂົ້າປົກຄຸມຫຼາຍພາກຂອງລາວ, ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ກະສິກຳ, ເຮືອນຊານ, ອາຄານຕ່າງໆ ແລະ ຖະໜົນ ດ້ວຍສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ປະເມີນຜົນຄວາມເສຍຫາຍໄພນ້ຳຖ້ວມທີ່ແຂວງອັດຕະປື

ທີມປະເມີນຜົນຈາກກະຊວງແຜນການ ແລະ ການລົງທຶນຮ່ວມກັບອຳນາດການປົກຄອງແຂວງອັດຕະປື ປະເມີນຜົນຄວາມເສຍຫາຍຈາກໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊທີ່ຜ່ານມາ. ອີງຕາມຂໍ້ມູນເບື້ອງຕົ້ນຈາກແຂວງ, ມີ 13 ບ້ານ, 2,717 ຄອບຄົວ ແລະ 13,067 ຄົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຈາກການແຕກຂອງສັນເຂື່ອນໂຄງການພະລັງງານໄຟຟ້ານ້ຳຕົກເຊນ້ຳນ້ອຍ-ເຊປຽນ ທີ່ເມືອງສະໜາມໄຊ ຄັ້ງວັນທີ 23 ກໍລະກົດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9gKfS
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!