ເລື່ອນວັນເປີດສົກຮຽນສຳລັບເດັກນ້ອຍທີ່ເມືອງສະໜາມໄຊ

ເມືອງສະໜາມໄຊ ແຂວງອັດຕະປື: ສົກຮຽນໃໝ່ປີນີ້ໄດ້ຖືກເລື່ອນຢ່າງບໍ່ມີກຳນົດສຳລັບເດັກນ້ອຍນັກຮຽນສ່ວນໃຫຍ່ໃນເມືອງດັ່ງກ່າວ ເນື່ອງຈາກອາຄານໂຮງຮຽນບໍ່ສາມາດສ້ອມແປງໄດ້ທັນເວລາ ຫຼັງຈາກເຫດໄພນ້ຳຖ້ວມຄັ້ງຮ້າຍແຮງໃນພື້ນທີ່ດັ່ງກ່າວເມື່ອວັນທີ 23 ກໍລະກົດຜ່ານມາ. ທ່ານ ບົງແກ້ວ ສິນນະຄອນ ວ່າການຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງ ໄດ້ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ມີພຽງນັກຮຽນຊັ້ນມໍ 4 ແລະ ມໍ 7 ທີ່ຕ້ອງເລີ່ມເຂົ້າຮຽນໃນສົກຮຽນໃໝ່ໃນວັນທີ 1 ກັນຍາ.

ອ່ານຕໍ່…

ຄອນສະຫວັນ ລາດຊະເພົາ