ໄພພິບັດ

ໄພນ້ຳຖ້ວມ

ຮອງນາຍົກ: ສັ່ງເລັ່ງມືການແຈກຈ່າຍເຄື່ອງຊ່ວຍເຫຼືອທີ່ຈຳເປັນ

ເຈົ້າໜ້າທີ່ຮັບຜິດຊອບພະຍາຍາມຂຸ້ນຂ້ຽວຈັດການກັບເຄື່ອງນຸ່ງຫົ່ມຈຳນວນຫຼາຍ ແລະ ເຄື່ອງໃຊ້ສອຍອື່ນໆ ທີ່ໄດ້ຮັບການບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກມີເຄື່ອງຂອງບໍລິຈາກຈຳນວນຫຼາຍຫຼັ່ງໄຫຼເຂົ້າມາໃນສາງສູນກາງທີ່ວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການນຳເນັ້ນການເລັ່ງມືພາລະກິດບັນເທົາທຸກ ແລະ ຟື້ນຟູໄພນ້ຳຖ້ວມ

ການນຳຮຽກຮ້ອງໃຫ້ມີການເລັ່ງມືພາລະກິດບັນເທົາທຸກໄພນ້ຳຖ້ວມໃນທຸກໆແຂວງທີ່ໄດ້ຮັບຜົນກະທົບຈາກສະພາບກາດທີ່ຮ້າຍແຮງ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ເຈົ້າໜ້າທີ່ທະຫານຊ່ວຍລຳລຽງເຄື່ອງຊ່ວຍເຫຼືອສຳລັບຜູ້ປະສົບໄພທີ່ອັດຕະປື

ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານຍັງຄົງສືບຕໍ່ລຳລຽງອາຫານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໂດຍທາງຍົນເຮລິຄອບເຕີ ໄປຍັງສູນພັກເຊົາຊົ່ວຄາວ ເນື່ອງຈາກລົດຂົນສົ່ງບໍ່ສາມາດເຂົ້າເຖິງພື້ນທີ່ດັ່ງກ່າວໄດ້.ອ່ານຕໍ່ ...

ພົມພົງ ເຫຼົ່າອິນ

ຈຳນວນຜູ້ເສຍຊີວິດທີ່ເມືອງສະໜາມໄຊເພີມເປັນ 34 ຄົນ ຫຼັງສາມຜູ້ໄດ້ຮັບບານເຈັບຮຸນແຮງໄດ້ເສຍຊີວິດລົງ

ສາມຄົນທີ່ໄດ້ຮັບບາດເຈັບຮຸນແຮງໃນເຫດນ້ຳຖ້ວມກະທັນຫັນທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ເສຍຊີວິດທີ່ໂຮງໝໍ, ເຮັດໃຫ້ຍອດຜູ້ເສຍຊີວິດມາຮອດວັນທີ 5 ສິງຫາ ເພີ່ມເປັນ 34 ຄົນ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອັດຕາຄວາມທຸກຍາກອາດເພີ່ມຂຶ້ນຍ້ອນໄພນ້ຳຖ້ວມ

ຈຳນວນຄອບຄົວທີ່ທຸກຍາກອາດເພີ່ມຂຶ້ນໃນປີນີ້ ຍ້ອນໄພພິບັດນ້ຳຖ້ວມໃນຫຼາຍພາກຂອງປະເທດລາວ, ເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຢ່າງມະຫາສານ. ປະຊາຊົນຫຼາຍພັນຄົນທີ່ເຄີຍຍົກລະດັບຂຶ້ນກາຍຂີດຈຳແນກຄວາທຸກຍາກ ອາດມີການຫຼຸດລະດັບລົງຢູ່ພາຍໃຕ້ທຸກຍາກຄືນ ຫຼັງຈາກໄພນ້ຳຖ້ວມເຮັດໃຫ້ເຂົາເຈົ້າສູນເສຍເຮືອນຊານ, ເຄື່ອງປູກຂອງຝັງ, ສັດລ້ຽງ, ເຄື່ອງນຸ່ງຫົ່ມ, ແລະ ຊັບສິນອື່ນໆ.ອ່ານຕໍ່ ...

ສົມສັກ ພົງຂາວ

ອາດມີການເລື່ອນການໄຂສົກຮຽນໃໝ່ໃນພື້ນທີ່ທີ່ປະສົບໄພນ້ຳຖ້ວມ: ເຈົ້າໜ້າທີ່ຮັບຜິດຊອບ

ໂຮງຮຽນຈຳນວນ 13 ແຫ່ງ ພ້ອມດ້ວຍູອາຈານ 33 ຄົນ ໄດ້ຮັບຜົນກະທົບຈາກເຫດສັນເຂື່ອນແຕກເຮັດໃຫ້ນ້ຳປະລິມາມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ່ 23 ກໍລະກົດ. ໃນຈຳນວນໂຮງຮຽນ 13 ແຫ່ງນີ້, ​ມີໂຮງຮຽນໜຶ່ງແຫ່ງໄດ້ຮັບຄວາມເສຍຫາຍຈາກກະແສນ້ຳອ່ານຕໍ່ ...

ສົມສັກ ພົງຂາວ

ຄະນະກຳມະການແຈ້ງການບໍລິຈາກເງິນສົດສຳລັບຜູ້ປະສົບໄພນ້ຳຖ້ວມ

ຄະນະກຳມະການສະເພາະກິດແຫ່ງຊາດແຈ້ງວ່າລັດຖະບານຈະມອບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ລາຍລະ 500,000 ກີບ ເພື່ອເປັນເງິນຊ່ວຍເຫຼືອສຸກເສີນໃນການໃຊ້ສອຍປະຈຳວັນທີ່ຈຳເປັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ພິຈາລະນາການຈ່າຍຄ່າຊົດເຊີຍສຳລັບເຈົ້າໜ້າທີ່ຊ່ວຍເຫຼືອພາລະກິດບັນເທົາທຸກໄພນ້ຳຖ້ວມທີ່ເສຍຊີວິດ

ອົງການຈັດຕັງທີ່ກ່ຽວຂ້ອງກຳລັງພິຈາລະນານະໂຍບາຍສະຫວັດດີການສັງຄົມ ເພື່ອຊົດເຊີຍໃຫ້ແກ່ຄອບຄົວຂອງເຈົ້າໜ້າທີ່ຊ່ວຍເຫຼືອບັນເທົາທຸກທີ່ເສຍຊີວິດໃນລະຫວ່າງດຳເນີນພາລະກິດບັນເທົາທຸກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ອຳນາດການປົກຄອງຈະຕ້ອງຟື້ນຟູຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ອຳນາດການປົກຄອງແຂວງຄຳມ່ວນ ແລະ ສະຫວັນນະເຂດໃນອາທິດແລ້ວນີ້ວ່າ ການຟື້ນຟູຊີວິດການເປັນຢູ່ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມ, ໂດຍສະເພາະຜູທີ່ຕ້ອງອົບພະຍົບຈາກທີ່ຢູ່ອາໄສ ແມ່ນບູລິມະສິດທີ່ຕ້ອງປະຕິບັດ.ອ່ານຕໍ່ ...

ສົມສັກ ພົງຂາວ

ນ້ຳຂອງລົ້ນຕາຝັ່ງ ໄຫຼເຂົ້າຖ້ວມເມືອງປາກເຊ

ລະດັບນ້ຳໃນແມ່ນ້ຳຂອງທີ່ແຂວງຈຳປາສັກ ທີ່ປະຈຸບັນສູງກວ່າຂີດອັນຕະລາຍແລ້ວ ໄດ້ໄຫຼເຂົ້າຖ້ວມບາງສ່ວນຂອງເມືອງປາກເຊ ໃນຂະນະທີ່ຢຸ່ແຂວງຄຳມ່ວນລະດັບນ້ຳໃນແມ່ນ້ຳຂອງຂຶ້ນເຖິງຂີດອັນຕະລາຍແລ້ວ. ແຕ່ວ່າຢູ່ຄຳມ່ວນ ແມ່ນ້ຳເຊບັ້ງໄຟ ມີລະດັບນ້ຳສູງກວ່າຂີດອັນຕະລາຍເຖິງ 3 ແມັດ ແລະ ໄດ້ໄຫຼເຂົ້າຖ້ວມຫຼາຍພື້ນທີ່ .ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PEKwa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!