ໄພພິບັດ

ໄພນ້ຳຖ້ວມ

ການໃຫ້ການບໍລິການເພື່ອບັນເທົາທຸກຕ້ອງເຮັດໃຫ້ໂປ່ງໃສ: ຮອງນາຍົກກ່າວ

ເມືອງສະໜາມໄຊ, ແຂວງອັດຕະປື: ລັດຖະບານເພີ່ມທະວີການໃຫ້ການບໍລິການບັນເທົາທຸກ ແລະ ການຊ່ວຍເຫຼືອເລັ່ງດ່ວນ ສຳລັບຜູ້ທີ່ສູນເສຍທີ່ຢູ່ອາໄສ ຫຼັງຈາກເຫດນ້ຳຖ້ວມອັນເນື່ອງມາຈາກສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຕກ. ຂະບວນການແຈກຢາຍສິ່ງຂອງ ແລະ ຊ່ວຍເຫຼືອຕ່າງໆຕ້ອງມີການດຳເນີນຢ່າງໂປ່ງໃສ ເພື່ອຫຼີກເວັ້ນຫາງສຽງຈາກສາທາລະນະ ກໍ່ຄືເພື່ອຮັບປະກັນວ່າການຊ່ວຍເຫຼືອທຸກຢ່າງໄປເຖິງມືຜູ້ປະສົບໄພ.ອ່ານຕໍ່ ...

ບຸນແຝງ ໄພມິນີວົງ

ອັດຕະປືຈະໃຊ້ງົບ 5.2 ຕື້ກີບເພື່ອບູລະນະເສັ້ນທາງສຸກເສີນ

ແຂວງອັດຕະປື ຈະນຳໃຊ້ງົບປະມານຈຳນວນ 5.2 ຕື້ກີບໃນການສ້ອມແປງເສັ້ນທາງເລກທີ 18A ສຸກເສີນ ເຊິ່ງມີໄລຍະແຕ່ເທດສະບານແຂວງໄປຫາເມືອງສະໜາມໄຊ ທີ່ມີການແຕກພັງຂອງເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດຜ່ານມາ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊມີມູນຄ່າມະຫາສານ, ເຊິ່ງຍັງບໍ່ມີສະຫຼຸບຕົວເລກຄວາມເສຍຫາຍຈາກທາງການ

ຂອບເຂດຂອງການສູນເສຍ ແລະ ຜົນເສຍຫາຍຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແມ່ນມີມູນຄ່າມະຫາສານ, ເຊິ່ງປະຈຸບັນຍັງບໍ່ມີການສະຫຼຸບການປະເມີນມູນຄ່າຄວາມເສຍຫາຍຢ່າງເປັນທາງການ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສານສະແດງຄວາມເສົ້າສະຫຼົດໃຈຍັງຄົງມີມາຢ່າງຕໍ່ເນື່ອງຈາກບັນດາປະເທດເພື່ອນມິດ

ຜູ້ນຳຈາກນາໆປະເທດຍັງຄົງສືບຕໍ່ສະແດງຄວາມເຫັນອົກເຫັນໃຈຕໍ່ລາວ ກ່ຽວກັບໂສກອະນາຕະກຳຈາກສັນເຂື່ອນແຕກທີ່ເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຄະນະກຳມະການຮີບໂຮມການຊ່ວຍເຫຼືອບັນເທົາທຸກສຳລັບຜູ້ປະສົບໄພ

ຄະນະກຳມະການສະເພາະກິດແຫ່ງຊາດ ເຊິ່ງມີການແຕ່ງຕັ້ງຂຶ້ນເພື່ອຈັດການພາລະກິດບັນເທົາທຸກ ຫຼງັເຫດເຂື່ອນແຕກທີ່ແຂວງອັດຕະປື, ກ່າວວ່າການຊ່ວຍເຫຼືອທຸກໆຮູບແບບສຳລັບຜູ້ປະສົບໄພພິບັດ ທັງຈາກປະຊາຊົນລາວ ແລະ ຕ່າງປະເທດ ຈະຖືກສົ່ງໄປອັດຕະປືເພື່ອຊ່ວຍເຫຼືອຜູ້ປະສົບໄພ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນາຍົກກ່າວ: ທີ່ຢູ່ອາໄສ, ອາຫານ ແລະ ວິດຖ່າຍທີ່ຖືກສຸຂະອະນາໄມແມ່ນບູລິມະສິດ

ແຂວງອັດຕະປື: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ອຳນາດການປົກຄອງທ້ອງຖິ່ນໃຫ້ເອົາໃຈໃສ່ ກ່ຽວກັບການຈັດຫາທີ່ຢູ່ອາໄສຊົ່ວຄາວ, ອາຫານ, ການບໍລິການດ້ານສຸຂະພາບ ແລະ ວິດຖ່າຍ ເປັນໜ້າວຽກບູລິມະສິດ ສຳລັບປະຊາຊົນທີ່ສູນເສຍທີ່ຢູ່ອາໄສ ຫຼັງຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ.ອ່ານຕໍ່ ...

ບຸນແຟງ ໄພມະນີວົງ

ຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປືຍັງຢ້ານກົວຕໍ່ໄພຈາກລະເບີດທີ່ຍັງບໍ່ທັນແຕກ

ຊ່ຽວຊານພາກສະໜາມໄດ້ເຕືອນກ່ຽວກັບອັນຕະລາຍຂອງລະເບີດທີ່ຍັງບໍ່ທັນແຕກເພີ່ມເຕີມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ນອກຈາກໄພນ້ຳຖ້ວມຄັ້ງຮ້າຍແຮງໃນອາທິດທີ່ຜ່ານມາ. ຊ່ຽວຊານກັງວົນວ່າລູກລະເບີດທີ່ຖືກຝັງຢູ່ພື້ນດິນ ຫຼື ຕົມ ອາດໄດ້ຮັບການກະທົບຈາກໄພນ້ຳຖ້ວມ ເຊິ່ງອາດລະເບີດຂຶ້ນໄດ້ ຫຼັງການແຕກຂອງສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນອາທິດແລ້ວນີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຜູ້ປະສົບໄພຈະມີທີ່ຢູ່ອາໄສຊົ່ວຄາວພາຍໃນສອງເດືອນ

ອຳນາດການປົກຄອງທີ່ກ່ຽວຂ້ອງກ່າວວ່າ ຈະມີການສ້າງທີ່ຢູ່ອາໄສຊົ່ວຄາວ ເຊິ່ງຈະສຳເລັດພາຍໃນກຳນົດເວລາສອງເດືອນ ສຳລັບປະຊາຊົນທີ່ບ້ານເຮືອນຖືກທຳລາຍ ຫຼັງຈາກເຫດນ້ຳຖ້ວມໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຈະອະນຸມັດນະໂຍບາຍການຈ່າຍຄ່າທົດແທນສຳລັບຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປືຈະໄດ້ຮັບຄ່າທົດແທນຢ່າງເຕັມສ່ວນ ເນື່ອງຈາກລັດຖະບານກຳນົດວ່າເຫດນ້ຳຖ້ວມດັ່ງກ່າວບໍ່ແມ່ນໄພພິບັດທາງທຳມະຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຍິນດີເປີດຮັບສື່ມວນຊົນຕ່າງປະເທດເຂົ້າມາລົງທະບຽນ ແລະ ລາຍງານຂ່າວກ່ຽວກັບໄພນ້ຳຖ້ວມຄັ້ງຮ້າຍແຮງ

ທີມງານ ແລະ ນັກຂ່າວສື່ມວນຊົນຈາກຕ່າງປະເທດສາມາດເຂົ້າມາລາຍງານຂ່າວກ່ຽວກັບເຫດໄພພິບັດນ້ຳຖ້ວມຄັ້ງໃຫຍ່ຍ້ອນເຂື່ອນແຕກ ຈາກພາກສະໜາມທີ່ເມືອງສະໜາມໄຊ ແຂວງອັດຕະປື. ຈຸດທີ່ເປັນທີ່ສົນໃຈກໍຄືການປະຕິບັດພາລະກິດກູ້ໄພທີ່ຍຶດເຍື້ອຍາວນານໃນການຄົ້ນຫາຮ່ອງຮອງຂອງຜູ້ທີ່ຍັງສູນຫາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

u5ENg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!