Agricultural management systems and technologies

ການຈັດການສັດຕູພືດ

ກະຊວງຄວບຄຸມຄຸນນະພາບຢາປາບສັດຕູພືດ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກລະບຽບການໃໝ່ ເພື່ອໃຫ້ອຳນາດການປົກຄອງ ສາມາດກວດກາຄຸນນະພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ກ່ອນການນຳໃຊ້ໃນການປູກຝັງໃນປະເທດ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງຂອງລັດຖະມົນຕີ ສະບັບວັນທີ 17 ກັນຍາ ເຊິ່ງຮຽກຮ້ອງໃຫ້ຜູ້ຜະລິດ ແລະ ຜູ້ນຳເຂົ້າຢາປາບສັດຕູພືດ ທຳການລົງທະບຽນສິນຄ້າຂອງຕົນຜ່ານອຳນາດການປົກຄອງ ເພື່ອທຳການກວດກາຕາມລະບຽບການ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຊາວສວນສາລີແຂວງໄຊຍະບູລີປະສົບກັບການຂາດທຶນມະຫາສານ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງໄຊຍະບູລີ ຄາດວ່າຈະຂາດທຶນເຖິງ 30% ໃນການສະໜອງສາລີຫວານສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໃນປີນີ້ ເນື່ອງຈາກການໂຈມຕີຂອງບົ້ງຝູງສາລີ.ການລະບາດຂອງສັດຕູພືດດັ່ງກ່າວໃນປະຈຸບັນ (Spodoptera frugiperda) ໃນທົ່ວແຂວງໄດ້ສ້າງບັນຫາອັນໃຫຍ່ຫຼວງໃຫ້ແກ່ຊາວກະສິກອນ ແລະ ອຳນາດການປົກຄອງ ໃນການຄວບຄຸມການລະບາດ.ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ກ່າວວ່າ 30 ເປີເຊັນຂອງພື້ນທີ່ໄຮ່ສາລີທັງໝົດ 35,000 ເຮັກຕາ ໄດ້ຮັບຄວາມເສຍຫາຍຈາກການລະບາດຂອງບົ້ງສາລີດັ່ງກ່າວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/sweetcorn-farmers-suffer-huge-losses-xayaboury-100823

ຊ່ຽວຊານລັດຖະບານຫາລືກ່ຽວກັບການປັບປຸງການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ

ຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຂ່າວສານຂອງຊາວບ້ານ ແລະ ການຂາດການປະສານງານລະຫວ່າງລັດຖະບານແຕ່ລະລະດັບ ແລະ ອົງກອນຕ່າງໆ ແມ່ນສາເຫດຕົ້ນຕໍຂອງການສືບຕໍ່ນຳໃຊ້ຢາປາບສັດຕູພືດແບບບໍ່ຖືກຕ້ອງ, ຕາມຄຳເຫັນຂອງການນຳ.ທ່ານ ບຸນກວ້າງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຄຳເຫັນໃນກອງປະຊຸມວິຊາການ ທີ່ວຽງຈັນ ຫວ່າງໝໍ່ໆມານີ້ ກ່ຽວກັບດຳລັດຂອງນາຍົກລັດຖະມົນຕີສະບັບໃໝ່ ວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊ່ຽວຊານປະເມີນຄວາມຄືບໜ້າກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ

 ຊ່ຽວຊານຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຄູ່ຮ່ວມພັດທະນາໄດ້ປະຊຸມກັນທີ່ວຽງຈັນໃນວັນສຸກແລ້ວນີ້ ເພື່ອທົບທວນໂຄງການກ່ຽວກັບສັດຕູພືດ ແລະ ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຊາວນາແຂວງໄຊຍະບູລີເຮັດສົງຄາມຕ້ານການລະບາດຂອງແມງໄມ້

ອຳນາດການປົກຄອງແຂວງໄຊຍະບູລີສຸມຄວາມພະຍາຍາມຕ້ານການລະບາດຂອງເພ້ຍຫຼັງຂາວທີ່ເມືອງຊຽງຮ່ອນ ເມືອງເງິນ ແລະ ເມືອງຫົງສາຫຼັງຈາກທີ່ສັດຕູພືດດັ່ງກ່າວທຳລາຍໄຮ່ເຂົ້າຂອງຊາວບ້ານ. ແມງໄມ້ດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ນາກວ່າ 2000 ເຮັກຕາ ສ້າງຄວາມສູນເສຍເປັນມູນຄ່າລວມຫຼາຍຕື້ກີບ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະບານຊຸກຍູ້ການຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ

ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານດຳເນີນການຄວບຄຸມການນຳໃຊສານເຄມີໃນການກະສິກຳ ແລະ ສະກັດກັ້ນການນຳເຂົ້າຢາຂ້າຫຍ້າ ແລະ ຢາປາບສັດຕູພືດທີ່ບໍ່ຖືກຕາມລະບຽບກົດໝາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

E7zAg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!