Announcements
ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ

ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ຊ່ຽວຊານ ສປຊ: ຍຸດທະສາດເສດຖະກິດຂອງ ສປປ ລາວ ສົ່ງຜົນຕໍ່ຄວາມທຸກຍາກ

ວຽງຈັນ (28 ມີນາ 2019) – ສປປ ລາວໄດ້ນຳໃຊ້ວິທີການຄຸ້ມຄອງບໍລິຫານຜ່ານຈາກຂັ້ນເທິງລົງສູ່ຂັ້ນລຸ່ມໃນການພັດທະນາເສດຖະກິດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງແມ່ນວິທີການທີ່ບໍ່ຄ່ອຍໄດ້ຮັບໝາກຜົນດີ, ເຊິ່ງນຳໄປສູ່ຄວາມທຸກຍາກ ແລະ ສົ່ງຜົນກະທົບຕໍ່ສິດທິຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ, ໂດຍອີງຕາມການລາຍງານຂອງຊ່ຽວຊານສະຫະປະຊາຊາດທ່ານໜຶ່ງ.“ເຖິງແມ່ນວ່າລາວຈະມີຄວາມຄືບໜ້າທີ່ສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ, ບັນດານະໂຍບາຍເພື່ອສົ່ງເສີມການເຕີບໂຕເສດຖະກິດຂອງລັດຖະບານ ຍັງສົ່ງຜົນກະທົບໃນທຳລາຍຮູບແບບການດຳລົງຊີວິດ, ສົ່ງຜົນທາງລົບຕໍ່ຜູ້ດ້ອຍໂອກາດ ແລະ ຍັງເຮັດໃຫ້ປະຊາຊົນຈຳນວນໜຶ່ງມີຄວາມທຸກຍາກເພີ່ມຂຶ້ນ ໂດຍເຮັດໃຫ້ພວກເຂົາບໍ່ສາມາດເຂົ້າເຖິງການນຳໃຊ້ທີ່ດິນ, ຮູບແບບການດຳລົງຊີວິດ ແລະ ຊັບພະຍາກອນ” ທ່ານ ຟິລິບ ອາວສ໌ຕັນ, ທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບຄວາມທຸກຍາກ ແລະ ສິດທິມະນຸດ ກ່າວໃນໂອກາດການສິ້ນສຸດການຢ້ຽມຢາມປະເທດລາວຢ່າງເປັນທາງການເປັນໄລຍະ 11 ວັນ.ລາຍລະອຽດPress conference video:cr: UN Lao PDR ...
ລາວໄດ້ອັນດັບທີ 162 ໃນລະບົບທະບຽນຂໍ້ມູນເປີດ 2018

ລາວໄດ້ອັນດັບທີ 162 ໃນລະບົບທະບຽນຂໍ້ມູນເປີດ 2018 ດ້ວຍຄະແນນລວມ 22%. ຄະແນນລວມດັ່ງກ່າວແມ່ນມາຈາກຄະແນນຕົວຊີ້ວັດດ້ານການຄອບຄຸມຂອງຂໍ້ມູນຂ່າວສານ 25% ແລະ ຄະແນນຕົວຊີ້ວັດດ້ານການເປີດເຜີຍຂໍ້ມູນ 20%.ອ່ານຕໍ່ ...
Open Data Watch
ງານເທດສະການໂຄມໄຟນາໆຊາດ 2019 ຈະຈັດຂຶ້ນທີ່ຟາມພູຕາເວັນ

(ຂປລ) ງານເທດສະການໂຄມໄຟນາໆຊາດຂອງລາວຄັ້ງທີ 1 ຈະຈັດຂຶ້ນທີ່ຟາມທ່ອງທ່ຽວກະສິກຳພູຕາເວັນ ເມືອງປາກງື່ມ ນະຄອນຫຼວງວຽງຈັນໃນວັນທີ 7-10 ມີນາ 2019.“ງານເທດສະການໂຄມໄຟນາໆຊາດ 2019 ແມ່ນແນໃສ່ສົ່ງເສີມການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ກໍຄືເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019,” ທ່ານ ເຄນ ລໍມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊກ່າວ.ອ່ານຕໍ່ ...
ຂປລ
ບຸນມະໂຫລານປຶ້ມອ່ານ ນະຄອນຫຼວງວຽງຈັນ 2019 ຄັ້ງຍິ່ງໃຫຍ່

ພາຍໃນງານທ່ານຈະໄດ້ພົບກັບປຶ້ມອ່ານນັບ 1,000,000 ຫົວ ຈາກທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຈາກບັນດາປະເທດໃນອາຊຽນ ລວມກວ່າ 200 ບູດ ແລະ ກິດຈະກຳສົ່ງເສີມການອ່ານ ທີ່ມວນຫຼາຍໄດ້ລ້ານ ແລະ ກິດຈະກຳອື່ນໆອີກຫຼາກຫຼາຍ.ງານຈະຈັດຂຶ້ນໃນວັນທີ 7-17/03/2019 ນີ້, ທີ່ສູນການຄ້າສາກົນ ເວີເທຣດ ເຊັນຕີ (WTC) ຖະໜົນຄູວຽງ, ນະຄອນຫຼວງວຽງຈັນ.ອ່ານຕໍ່ ...
Vientiane Book Festival
ທີມແພດຊ່ຽວຊານຜ່າຕັດຈະມາທຳການຜ່າຕັດຟຣີສຳລັບຄົນລາວ

(ຂປລ) ທີມແພດຊ່ຽວຊານຜ່າຕັດ ຈາກສະຖາບັນ Interplast ອົສະຕຣາລີ ແລະ ນິວຊີແລນ ຈະເດີນທາງມາໂຮງໝໍມະໂຫສົດ ວຽງຈັນ ແຕ່ວັນທີ 17-22 ກຸມພາ ແລະ ໂຮງໝໍເພື່ອນລາວ ຫຼວງພະບາງແຕ່ວັນອາທິດທີ 24 ກຸມພາ-1 ມີນາ 2019 ເພື່ອທຳການຜ່າຕັດໄສຍະກຳຟື້ນຟູແບບບໍ່ເສຍຄ່າໃຊ້ຈ່າຍ ແລະ ຝຶກອົບຮົມກ່ຽວກບການປົວແປງ ແລະ ປິ່ນປົວບາດແຜຮອຍໃໝ້ຕ່າງໆ.ອ່ານຕໍ່ ...
ຂປລ
ເປີດຕົວ ປຶ້ມແຜນທີ່ເສດຖະກິດ-ສັງຄົມຂອງ ສປປ ລາວ ສະພາບລວມ ແລະ ທ່າອ່ຽງຈາກປີ 2005-2015

ປຶ້ມແຜນທີ່ເສດຖະກິດ-ສັງຄົມຂອງ ສປປ ລາວ ສະພາບລວມ ແລະ ທ່າອ່ຽງຈາກປີ 2005-2015 ສະບັບໃໝ່ໄດ້ຮັບການເປີດຕົວຢ່າງເປັນທາງການ.ປື້ມແຜນທີ່ເຫຼັ້ມໃໝ່ນີ້ ຖືກສ້າງຂຶ້ນໂດຍ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນ, ຮ່ວມກັບ ສູນສະຖິຕິແຫ່ງຊາດ (ສຖຕ) ເຊິ່ງໄດ້ຮວບຮວມເອົາຂໍ້ມູນສະຖິຕິ ຂອງການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຈາກສອງຄັ້ງຫຼ້າສຸດທີ່ຜ່ານມາ ຄື ປີ 2005 ແລະ 2015.ເຊິ່ງມັນປະກອບດ້ວຍຂໍ້ມູນແຜນທີ່ ທີ່ ມີລາຍລະອຽດຄົບຖ້ວນ ແລະ ສົມບູນທີ່ສຸດ. ປື້ມແຜນທີ່ນໍາສະເໜີຂໍ້ມູນກ່ຽວກັບ ສະພາບເສດຖະກິດ-ສັງຄົມ ທັງສະພາບການໃນປີ 2015 ແລະ ສະພາບການທີ່ໄດ້ມີການປ່ຽນແປງໃນລະໄລຍະໜຶ່ງທົດສະວັດທີ່ຜ່ານມາຂອງການສໍາຫຼວດດັ່ງກ່າວຢູ່ຂັ້ນບ້ານ ແລະ ຢູ່ທົ່ວ ສປປ ລາວ.ເບິ່ງປຶ້ມເປັນ PDF, ສະບັບພາສາລາວ, ພາສາອັງກິດ. ...
ງານບຸນ KOREA WEEK FESTIVAL ຈະຈັດຂຶ້ນໃນທ້າຍອາທິດນີ້

(ຂປລ) ງານບຸນ KOREA WEEK FESTIVAL 2018, ຄັ້ງທຳອິດໃນວຽງຈັນ, ຈະຈັດຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໃນວັນທີ 5 ຫາ 7 ຕຸລາ 2018.ອ່ານຕໍ່ ...
ຂປລ
ເຊີນຊວນສາທາລະນະຊົນເຂົ້າຮ່ວມກິດຈະກຳແລ່ນເພື່ອການກຸສົນ S2N ເພື່ອຊ່ວຍເຫຼືອໂຮງໝໍທີ່ແຂວງອັດຕະປື ແລະ ຫຼວງພະບາງ

(ຂປລ) ເຊີນຊວນສາທາລະນະຊົນເຂົ້າຮ່ວມກິດຈະກຳແລ່ນເພື່ອການກຸສົນແຕ່ໃຕ້ເຖິງເໜືອຂອງລາວ (S2N) ເພື່ອສົມທົບທຶນຊ່ວຍເຫຼືອໂຮງມໝໍແຂວງອັດຕະປື ແລະ ໂຮງໝໍເພື່ອນລາວແຂວງຫຼວງພະບາງ.ອ່ານຕໍ່ ...
ຂປລ
ສະເໜີປະກອບຄຳເຫັນໃນການປັບປຸງຮ່າງກົດຫມາຍວ່າດ້ວຍທີ່ດິນ

ກົມນິຕິກຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກຳລັງຮ່າງກົດຫມາຍວ່າດ້ວຍທີ່ດິນສະບັບປັບປຸງ. ທ່ານທີ່ຕ້ອງການປະກອບສ່ວນສາມາດປະກອບຄຳເຫັນ ໃສ່ຮ່າງກົດຫມາຍສະບັບດັ່ງກ່າວ ໄດ້ທີ່ນີ້ ...
ກຊສ