ຊ່ຽວຊານ ສປຊ: ຍຸດທະສາດເສດຖະກິດຂອງ ສປປ ລາວ ສົ່ງຜົນຕໍ່ຄວາມທຸກຍາກ

ວຽງຈັນ (28 ມີນາ 2019) – ສປປ ລາວໄດ້ນຳໃຊ້ວິທີການຄຸ້ມຄອງບໍລິຫານຜ່ານຈາກຂັ້ນເທິງລົງສູ່ຂັ້ນລຸ່ມໃນການພັດທະນາເສດຖະກິດ ແລະ ລຶບລ້າງຄວາມທຸກຍາກ ເຊິ່ງແມ່ນວິທີການທີ່ບໍ່ຄ່ອຍໄດ້ຮັບໝາກຜົນດີ, ເຊິ່ງນຳໄປສູ່ຄວາມທຸກຍາກ ແລະ ສົ່ງຜົນກະທົບຕໍ່ສິດທິຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ, ໂດຍອີງຕາມການລາຍງານຂອງຊ່ຽວຊານສະຫະປະຊາຊາດທ່ານໜຶ່ງ.

“ເຖິງແມ່ນວ່າລາວຈະມີຄວາມຄືບໜ້າທີ່ສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ, ບັນດານະໂຍບາຍເພື່ອສົ່ງເສີມການເຕີບໂຕເສດຖະກິດຂອງລັດຖະບານ ຍັງສົ່ງຜົນກະທົບໃນທຳລາຍຮູບແບບການດຳລົງຊີວິດ, ສົ່ງຜົນທາງລົບຕໍ່ຜູ້ດ້ອຍໂອກາດ ແລະ ຍັງເຮັດໃຫ້ປະຊາຊົນຈຳນວນໜຶ່ງມີຄວາມທຸກຍາກເພີ່ມຂຶ້ນ ໂດຍເຮັດໃຫ້ພວກເຂົາບໍ່ສາມາດເຂົ້າເຖິງການນຳໃຊ້ທີ່ດິນ, ຮູບແບບການດຳລົງຊີວິດ ແລະ ຊັບພະຍາກອນ” ທ່ານ ຟິລິບ ອາວສ໌ຕັນ, ທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບຄວາມທຸກຍາກ ແລະ ສິດທິມະນຸດ ກ່າວໃນໂອກາດການສິ້ນສຸດການຢ້ຽມຢາມປະເທດລາວຢ່າງເປັນທາງການເປັນໄລຍະ 11 ວັນ.

ລາຍລະອຽດ

Press conference video:

cr: UN Lao PDR