ງານເທດສະການໂຄມໄຟນາໆຊາດ 2019 ຈະຈັດຂຶ້ນທີ່ຟາມພູຕາເວັນ

(ຂປລ) ງານເທດສະການໂຄມໄຟນາໆຊາດຂອງລາວຄັ້ງທີ 1 ຈະຈັດຂຶ້ນທີ່ຟາມທ່ອງທ່ຽວກະສິກຳພູຕາເວັນ ເມືອງປາກງື່ມ ນະຄອນຫຼວງວຽງຈັນໃນວັນທີ 7-10 ມີນາ 2019.
“ງານເທດສະການໂຄມໄຟນາໆຊາດ 2019 ແມ່ນແນໃສ່ສົ່ງເສີມການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ກໍຄືເພື່ອສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019,” ທ່ານ ເຄນ ລໍມະນີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊກ່າວ.
ຂປລ