Announcements

ງານວັນແລກປ່ຽນວັດທະນະທຳຍີ່ປຸ່ນຈະຈັດຂຶ້ນທີ່ວຽງຈັນ

(ຂປລ) ສະຖານທູດຍີ່ປຸ່ນແຫ່ງ ສປປ ລາວ ຮ່ວມກັບສູນການຄ້າວຽງຈັນເຊັນເຕີ ແລະ ສູນມູນນິທິອາຊີຍີ່ປຸ່ນ ຈະຈັດງານວັນແລກປ່ຽນວັດທະນະທຳຍີ່ປຸ່ນ ໃນວັນທີ 22 ກັນຍາ 2018 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຂປລ

ຫຼວງພະບາງຈະເປັນເຈົ້າພາບຈັດງານວາງສະແດງການແກ້ໄຂບັນຫາການທ່ອງທ່ຽວແບບຍືນຍົງ

ຄວນປະຢັດເງິນ ຫຼື ຄວນອະນຸລັກສິ່ງແວດລ້ອມ? ບໍ່ວ່າຈະເລືອກວິທີການໃດ ຜູ້ທີ່ຮັກການທ່ອງທ່ຽວ, ຜູ້ປະກອບການອຸດສາຫະກຳການທ່ອງທ່ຽວ ແລະ ຜູ້ສະໜອງກໍ່ລ້ວນແຕ່ມີເຫດຜົນໃນການເຂົ້າຮ່ວມງານວາງສະແດງທີ່ຫຼວງພະບາງ ເຊິ່ງຈະຈັດຂຶ້ນໄຕ່ວັນທີ 14-15 ກັນຍານີ້.ງານວາງສະແດງການແກ້ໄຂບັນຫາການທ່ອງທ່ຽວແບບຍືນຍົງ ຈະລວມເອົາຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ຜູ້ໃຫ້ບໍລິການຜະລິດຕະພັນ, ເຕັກໂນໂລຊີ ແລະ ການບໍລິການແບບຍືນຍົງມາວາງສະແດງທີ່ເມືອງມໍລະດົກໂລກຂອງອົງການຢູເນັສໂກ.ອ່ານຕໍ່ ...

ເດິລາວທຽນທາມສ໌

ບຸນຮູບເງົາຫຼວງພະບາງເປີດ Talent Lab ປີ 2018

ບຸນຮູບເງົາຫຼວງພະບາງ (LPFF) ເປີດຮັບສະໝັກຜູ້ເຂົ້າຮ່ວມສຳລັບ Talent Lab ປີ 2018 ຊຶ່ງຈັດໂດຍສະຖາບັນຮູບເງົາຕຣີເບກາ (TFI).ຫ້ອງຮຽນດັ່ງກ່າວຈະຈັດຝຶກອົບຮົມນັກສ້າງຮູບເງົາໃນອາຊີຕາເວັນອອກສຽງໃຕ້ ກ່ຽວກັບການຂຽນເພື່ອຂໍທຶນ ແລະ ການນຳສະເໜີໂຄງການ ເຊິ່ງຈະຈັດຂຶ້ນໃນລະຫວ່າງທ້າຍອາທິດທຳອິດຂອງບຸນຮູບເງົາປີຈຳປີຄັ້ງທີເກົ້າ ໃນວັນທີ 7-12 ທັນວານີ້.ອ່ານຕໍ່ ...

ເດິເນເຊິນ

ງານມະຫາກຳເທັກມາດເພື່ອສົ່ງເສີມ ICT 2018 ຈະຈັດຂຶ້ນໃນວັນທີ 12-21 ຕຸລານີ້

(ຂປລ) ງານມະຫາກຳເທັກມາດເພື່ອສົ່ງເສີມ ICT 2018 ຈະຈັດຂຶ້ນທີ່ສູນການຄ້າລາວ ໄອເຕັກ ນະຄອນວຽງຈັນ ໃນລະຫວ່າງວັນທີ 12-21 ຕຸລານີ້ ເພື່ອສົ່ງເສີມອຸດສາຫະກຳ ICT  ໃນລາວ.ອ່ານຕໍ່  ...

ຂປລ

ໄອເອັຟຊີເຜີຍແຜ່ແຫຼ່ງຂໍ້ມູນເວັບໄຊກ່ຽວກັບການປະເມີນຜົນກະທົບແບບສະສົມ

ໄອເອັຟຊີ (IFC) ຊຸກຍູ້ບໍລິສັດເອກະຊົນ ແລະ ລັດຖະບານໃນການພິຈາລະນາຜົນກະທົບແບບສະສົມຂອງໂຄງການພະລັງງານໄຟຟ້ານ້ຳຕົກ ຈາກທັດສະນະທີ່ກວ້າງຂວາງ ແລະ ເລິກເຊິ່ງ ເຊິ່ງລວມມີການວາງແຜນພັດທະນາພື້ນທີ່ເໜືອ ແລະ ໃຕ້ເຂື່ອນ. ວຽກງານການປະເມີນຜົນກະທົບແບບສະສົມ (CIA) ໃນຂະແໜງການພະລັງງານໄຟຟ້ານ້ຳຕົກແຜ່ຂະຫຍາຍຈາກລາວ ໄປສູ່ມຽນມ້າ, ເນປານ ແລະ ປາກິສະຖານ. ໃນ ສປປ ລາວ ພວກເຮົາສຸມໃສ່ການເຮັດ CIA ຄັ້ງທຳອິດໃນຂະແໜງການພະລັງງານໝູນວຽນໃນປີ 2018.ໜ້າເວັບນີ້ແບ່ງປັນຂໍ້ມູນ ແລະ ເຄື່ອງມືສຳລັບວຽກງານ CIAs ໃນຂະແໜງພະລັງງານໄຟຟ້ານ້ຳຕົກ. ...

ໄອເອັຟຊີ

ແພດລາວ ແລະ ຈີນໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າ

ຈັກຂຸແພດຈະໃຫ້ບໍລິການຜ່າຕັດຕໍ້ກະຈົກແບບບໍ່ເສຍຄ່າທີ່ວຽງຈັນແຕ່ວັນທີ 20-25 ສິງຫານີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກໃຫ້ກັບມາເບິ່ງເຫັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ

ກົມອຸຕຸນິຍົມເຕືອນພື້ນທີ່ທົ່ວປະເທດໃຫ້ລະວັງຝົນຟ້າຄະນອງ ແລະ ລົມແຮງ ເນື່ອງຈາກຄວາມກົດດັນອາກາດຕ່ຳພັດຜ່ານພື້ນທີ່ພາກເໜືອ ແລະ ພາກກາງຂອງລາວແຕ່ວັນທີ 10-13 ສິງຫາ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ແຈ້ງການໃຫ້ທົ່ວປະເທດ ຄຸ້ມຄອງລາຄາສິນຄ້າ-ບໍລິການໃນໄລຍະນີ້! ພົບເຫັນການຂຶ້ນລາຄາ ໂທ 1510

ແຈ້ງການ ສະບັບເລກທີ 1027/ອຄ.ກຄນນ ລົງວັນທີ 31 ກໍລະກົດ 2018 ເຖິງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ຊີ້ນໍາໃນການຄຸ້ມຄອງລາຄາສິນຄ້າ ຄ່າບໍລິການ ເພື່ອຮອງຮັບໄພພິບັດນໍ້າຖ້ວມໃນປີ 2018 ບໍ່ໃຫ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.ອ່ານຕໍ່ ...

ເວັບປະກາດ

ພະຍຸລະດູຮ້ອນຊອນຕິນຈະກຳໜ່ຳພາກເໜືອ ແລະ ພາກກາງຂອງລາວ

ມີການອອກແຈ້ງເຕືອນສະພາບອາກາດ ສຳລັບຫຼາຍພື້ນທີ່ໃນພາກເໜືອ ແລະ ພາກກາງແຕ່ວັນທີ 18-20 ກໍລະກົດ ຈາກພະຍຸລະດູຮ້ອນຊອນຕິນຈະພັດເຂົ້າລາວຜ່ານຫວຽດນາມ. ອຸຕຸນິຍົມເຕືອນວ່າ ພະຍຸດັ່ງກ່າວມຸ່ງໜ້າໄປທາງທິດຕາເວັນຕົກດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຈະເຮັດໃຫ້ເກີດຝົນຟ້າຄະນອງ ແລະ ລົມແຮງ.ອ່ານຕໍ່ ...

ວຽງຈັນທາມສ໌

ແຈ້ງການປັບລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທົ່ວປະເທດ

ເນື່ອງຈາກນ້ຳມັນເປັນອົງປະກອບສຳຄັນຕໍ່ປັດໄຈທາງເສດຖະກິດໃນທົ່ວສັງຄົມ ສະນັ້ນເມື່ອນ້ຳມັນດີດຕົວຂຶ້ນສູງຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການດຳລົງຊີວິດ ກະຊວງອຸດສາຫະກຳ ແລະການຄ້າຈິ່ງໄດ້ມີການປັບລົງລາຄານ້ຳມັນຂາຍຍ່ອຍໜ້າປ້ຳໃນທົ່ວປະເທດ ເລີ່ມແຕ່ມື້ອື່ນເຊົ້າ(28 ມິຖຸນາ 2018) ເວລາ 6:00 ເປັນຕົ້ນໄປ. ໂດຍອີງຕາມການແຈ້ງການ ສະບັບເລກທີ 0836/ ອຄ.ກຄພນ, ລົງວັນທີ 27 ມິຖຸນາ 2018.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

heLFU
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!