ແຮງງານ
ແຮງງານຜິດກົດໝາຍ
ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈຳນວນ 1,000 ກວ່າຄົນ ໄດ້ຮັບການຊ່ວຍເຫຼືອຈາກຕຳຫຼວດແຂວງບໍ່ແກ້ວ
ໃນການພົບປະໃນວັນຈັນມື້ນີ້, ທ່ານພົນໂທ ໄກສອນ ພົມມະຈັກ, ຮອງຫົວໜ້າກົມຕຳຫຼວດກະຊວງຕຳຫຼວດ ໄດ້ໃຫ້ຂໍ້ມູນຂ່າວສານກ່ຽວກັບບັນຫາດັ່ງກ່າວ.ທ່ານ ຄານຈັນ ກ່າວເຖິງບັນດາຂະບວນການເພື່ອໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ຮັບການຊ່ວຍເຫຼືອຈາກກຳລັງຕຳຫຼວດທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ທ່ານຍັງໄດ້ກ່າວວ່າ, ຄົນງານ 1,255 ຄົນ, ໃນນັ້ນມີຜູ້ຍິງ 493 ຄົນ, ທີ່ມີຄວາມສ່ຽງຕໍ່ການຂູດຮີດທາງເພດທາງການຄ້າໄດ້ຮັບການເບິ່ງແຍງຈາກການບັງຄັບໃຊ້ກົດໝາຍໃນເດືອນສິງຫາ.ຍ້ອນມີທີ່ຕັ້ງພູມສາດກັບມຽນມາທາງພາກເໜືອແລະທາງພາກໃຕ້ຂອງໄທ, ປະເທດລາວຈຶ່ງມີຄວາມສ່ຽງຕໍ່ການຄ້າມະນຸດຫຼາຍສົມຄວນ, ເພາະປະຊາຊົນສາມາດຂ້າມຊາຍແດນໄດ້ງ່າຍ. ນີ້ແມ່ນສະພາບຄວາມເປັນຈິງໂດຍສະເພາະຢູ່ໃນເຂດສາມຫຼ່ຽມຄໍາທີ່ແຂວງບໍ່ແກ້ວ.ອ່ານເພິ່ມເຕີມ ...
Phontham Visapra
ການເພິ່ມຂື້ນຂອງຂະບວນການຄ້າມະນຸດໃນເພດຍິງໄປປະເທດຈີນທ່າມກາງພະຍາດລະບາດໂຄວິດ-19
ຂະບວນການຄ້າມະນຸດຂອງເພດຍິງຈາກ ປະເທດລາວ ເພື່ອໄປເປັນເມຍຂອງເພດຊາຍຈີນ ຫຼື ໄປເຮັດວຽກໃນອາຊີບຂາຍບໍລິການທາງເພດໄດ້ເພິ່ມຂື້ນ ຍ້ອນຄວາມກົດດັນທາງເສດຖະກິດໃນຊ່ວງພະຍາດລະບາດໂຄວິດ-19.ການຄ້າມະນຸດໂດຍທົ່ວໄປແມ່ນດຳເນີນໂດຍຜ່ານຮູບແບບການເປັນນາຍໜ້າ ທີ່ໄດ້ຊອກຫາໄວໜຸ່ມເພດຍິງ ຫຼື ດ້ວຍການຕົວຍວະໂນ້ມນ້າວພໍ່ແມ່ຂອງເຂົາເຈົ້າ ເພື່ອໃຫ້ລູກສາວເຂົາເຈົ້າແຕ່ງການກັບຊາວຕ່າງຊາດ. ນາຍໜ້າເລິ່ມຕົ້ນຈາກການຊ່ອງຫາຜ່ານທາງເຟສບຸກ ແລະ ດ້ວຍການຍື່ນຄຳໝັ້ນສັນຍາວ່າເງິນຈະຕາມມາພາຍຫຼັງການແຕ່ງງານກັບເພດຊາຍຈີນ. ອ່ານເພິ່ມຕື່ມ ...
ໄພບູນ ທະນະບົວສີ
ຜູ້ຍິງຄົນລາວຖືກຕັດສິນຈຳຄຸກ 15 ປີ ໂທດຖານຄ້າຂາຍເດັກຍິງສີ່ຄົນໄປຈີນ
ອຳນາດການປົກຄອງລາວ ໄດ້ຕັດສິນຈຳຄຸກແມ່ຍິງຄົນໜຶ່ງເປັນເວລາ 15 ປີ ເນື່ອງຈາກຄ້າເດັກຍິງລາວສີ່ຄົນໄປຈີນໃນປີ 2018, ຕາມການສືບຊາບຂອງສຳນັກຂ່າວວິທະຍຸເສຣີເອເຊຍ (RFA). ແມ່ຍິງທີ່ມີຊື່ວ່າ ນາງດວງຈັນ ໄດ້ພົບກັບກຸ່ມເດັກຍິງ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໃນເດືອນມັງກອນ 2018. ນາງບອກວ່າ ຈະຊອກຫາວຽກທີ່ມີລາຍໄດ້ດີໃຫ້ກັບພວກເຂົາ ຢູ່ປະເທດຈີນ, ແຕ່ວ່າໃນໂຕຈິງ ພັດນຳເອົາເດັກຍິງແຕ່ລະຄົນໄປຂາຍ ເມື່ອເດີນທາງເຖິງປະເທດຈີນ.“ນາງດວງຈັນ ໄດ້ກະທຳຄວາມຜິດໃນຂໍ້ຫາຄ້າມະນຸດ, ແລະ ໄດ້ຖືກຕັດສິນຂັງຄຸກເປັນເວລາ 15 ປີ ໃນເດືອນກໍລະກົດປີນີ້, ທັງປັບໄໝເງິນ $11,000 ໂດລາ ແລະ ຕ້ອງຈ່າຍຄ່າທຳຂວັນໃຫ້ແກ່ຄອບຄົວເດັກຍິງອີກ $6,000 ໂດລາ,” ເຈົ້າໜ້າທີ່ສານປະຊາຊົນແຂວງຫຼວງນ້ຳທາ ເປີດເຜີຍຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...
RFA’s Lao Service
ກຸ່ມແມ່ຍິງໜຸ່ມລາວສີ່ຄົນທີ່ຖືກຂາຍໄປຈີນ ໄດ້ຮັບການຊ່ວຍເຫຼືອ, ສ່ວນອີກກຸ່ມໜຶ່ງຍັງຄົງຫາຍສາບສູນມາເປັນເວລາສາມປີ
ເຈົ້າໜ້າທີ່ແຂວງຈຳປາສັກໄດ້ໃຫ້ການຊ່ວຍເຫຼືອກຸ່ມແມ່ຍິງ ແລະ ເດັກຍິງລາວສີ່ຄົນທີ່ຖືກຂາຍໄປຈີນ, ໃນຂະນະທີ່ກຸ່ມແມ່ຍິງລາວອີກສີ່ຄົນຈາກພາກອື່ນຂອງລາວຍັງຄົງຫາຍສາຍສູນ, ຕາມການລາຍງານຈາກແຫຼ່ງຂ່າວຂອງໜ່ວຍຂ່າວ RFA ລາວຫຼ້າສຸດ.ກຸ່ມໄວລຸ້ນ ແລະ ຍິງໜຸ່ມ ເຊິ່ງປະຈຸບັນອາຍຸປະມານ 16 ເຖິງ 21 ປີ ໄດ້ຮັບການຊ່ວຍເຫຼືອໃນເດືອນສິງຫາ. ຫຼາຍປີຜ່ານມາ ພວກເຂົາໄດ້ຖືກຫຼອກລວງໂດຍນາຍໜ້າຄົນລາວທີ່ສາມາດເວົ້າພາສາຈີນ ວ່າຈະໃຫ້້ໄປແຕ່ງດອງກັບຜູ້ຊາຍຈີນ, ເຈົ້າໜ້າທີ່ສະຫະພັນແມ່ຍິງແຂວງຈຳປາສັກ ເປີດເຜີຍຕໍ່ໜ່ວຍຂ່າວ RFA ໃນວັນທີ 29 ຕຸລາທີ່ຜ່ານມາ.ອ່ານຕໍ່ ...
ໜ່ວຍຂ່າວວິທະຍຸເສຣີອາຊີລາວ
ສະພາທຸລະກິດລາວ, ຢູໂຣບ ເປີດຕົວການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳ ສປປ ລາວ (ECCIL) ໄດ້ທຳການເປີດຕົວ ການບໍລິການໃບຢັ້ງຢືນທຸລະກິດປອດແຮງງານເດັກ ຢ່າງເປັນທາງການ.ທ່ານ ປອ. ໄຊບັນດິດ ຣາຊພອນ ຮອງປະທານ LNCCI ແລະ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ, ທ່ານ ອານອດ ຄໍລິເຍ ປະທານ ECCIL, ທ່ານ ຈຳລອງ ຈະເນດທະນະກິດ ອຳນວຍການບໍລິຫານບໍລິສັດ ໄຮເທັກ ອາພອນລາວ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຢູ່ທີ່ບໍລິສັດອາພອນດັ່ງກ່າວ ທີ່ນະຄອນຫຼວງວຽງຈັນ ເພື່ອເປີດຕົວການບໍລິການອອກໃບຢັ້ງຢືນດັ່ງກ່າວ.ອ່ານຕໍ່ ...
ໂຕະຂ່າວ
ເຈົ້າໜ້າທີ່ແພດຮຽນຮູ້ວິທີການໃນການຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ
ເຈົ້າໜ້າທີ່ຮັບຜິດຊອບໃນການສະກັດກັ້ນການຄ້າມະນຸດ ໄດ້ຈັດຝຶກອົບຮົມໃຫ້ເຈົ້າໜ້າທີ່ແພດຈາກຫົກແຂວງ ກ່ຽວກັບວິທີການໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຈາກຜົນຂອງການຄ້າມະນຸດ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ.ບັ້ນຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ເຊິ່ງມີເຈົ້າໜ້າທີ່ແພດຈາກແຂວງ, ນະຄອງຫຼວງວຽງຈັນ, ແຂວງໍລິຄຳໄຊ, ຄຳມ່ວນ, ໄຊສົມບູນ ແລະ ແຂວງວຽງຈັນເຂົ້າຮ່ວມ.ອ່ານຕໍ່ ...
ໂຕະຂ່າວວຽງຈັນທາມສ໌
ນັກຮຽນນັກສຶກສາຮຽນຮູ້ບົດຮຽນກ່ຽວກັບການສະກັດກັ້ນການຄ້າມະນຸດຈາກ ຢູເອັນ
ວຽງຈັນ (ວຽງຈັນທາມສ໌/ANN) – ນັກຮຽນນັກສຶກສາຈາກໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມຢູ່ວຽງຈັນຫວ່າງໝໍ່ໆມານີ້ ເພື່ອຮຽນຮູ້ກ່ຽວກັບການຄ້າມະນຸດ, ໂດຍສະເພາະແມ່ນວິທີການໃນການຕ້ານການຄ້າມະນຸດພາຍໃຕ້ລະບຽບການສາກົນ.ຫົວຂໍ້ໃນການປະຊຸມແມ່ນຫາລືກ່ຽວກັັບເຫດການຕົວແບບຂອງອົງການສະຫະປະຊາຊາດ ເຊິ່ງຈັດຂຶ້ນຢູ່ເຮືອນຮັບແຂກຂອງອົງການສະຫະປະຊາຊາດປະຈຳນະຄອນວຽງຈັນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/students-get-lessons-un-human-trafficking-prevention-101595
ທຸກຂະແໜງການຕ້ອງຊ່ວຍກັນໃນການສະກັດກັ້ນການຄ້າມະນຸດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ຮ່ວມກັບອົງການສະຫະປະຊາຊາດກຳລັງເຮັດວຽກຮ່ວມກັບບັນດາປະເທດໃນການສະກັດກັ້ນການຄ້າມະນຸດ, ເຊິ່ງລາວໄດ້ສຸມຄວາມພະຍາຍາມຢ່າງຈິງຈັງໃນການຈັດການກັບບັນຫາດັ່ງກ່າວ.ໃນອາທິດນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມສຳມະນາຢູ່ພາກໃຕ້ຂອງລາວ ໃຫ້ແກ່ອຳນາດການປົກຄອງຂອງລັດຖະບານ 55 ໜ່ວຍງານ ແລະ ຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດທ່ອງທ່ຽວພາກເອກະຊົນ ຢູ່ແຂວງສາລະວັນ. ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/all-sectors-society-urged-help-prevent-human-trafficking-101331
ການຫຼົບໜີຂອງແມ່ຍິງລາວ ນຳໄປສູ່ການຈັບກຸມຜູ້ຕ້ອງສົງໄສໃນການຄ້າປະເວນີ
ຜູ້ຕ້ອງສົງໄສຕົ້ນຕໍໃນຂະບວນການຄ້າມະນຸດຂ້າມຊາດ ໄດ້ຖືກຈັບກຸມຢູ່ທີ່ຮ້ານຄາຣາໂອເກະຊາຍແດນໃນຈັງຫວັດນາລາທິວາດ, ແລະ ແມ່ຍິງລາວຫຼາຍຄົນໄດ້ຮັບການຊ່ວຍເຫຼືອຈາກຂະບວນການຄ້າມະນຸດ.ການຂະຫຍາຍຜົນຈັບກຸມດັ່ງກ່າວແມ່ນມາຈາກການຫຼົບໜີຂອງແມ່ຍິງລາວທີ່ຖືກບັງຄັບໃຫ້ຄ້າປະເວນີ, ເຊິ່ງເດີນທາງກັບບ້ານ ແລະ ພົບວ່າຕົນເອງຖືພາ ແລະ ຕິດເຊື້ອຊີຟີລີດ. ລາວຈຶ່ງຊອກຫາຄວາມຊ່ວຍເຫຼືອ.ອ່ານຕໍ່ ...
WASSAYOS NGAMKHAM
https://www.bangkokpost.com/thailand/general/1721451/lao-girls-escape-leads-to-arrest-of-sex-trafficking-suspect
ພາລະກິດຕ້ານການຄ້າມະນຸດເນັ້ນໜັກໃສ່ແຂວງພາກໃຕ້
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ຈັດກອງປະຊຸມຢູ່ແຂວງອັດຕະປື ເພື່ອສົ່ງເສີມອຳນາດການປົກຄອງແຂວງພາກໃຕ້ ໃນການປົກປ້ອງກຸ່ມສ່ຽງຈາກການຄ້າມະນຸດ.ໃນຄຳເຫັນເປີດກອງປະຊຸມສຳລັບສີ່ແຂວງພາກໃຕ້ຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື, ທ່ານ ສະຫວັນກອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງປັນສະມາຊິກຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ກ່າວວ່າການຄ້າມະນຸດແມ່ນອາດຊະຍາກຳຂ້າມຊາດທີ່ຮ້າຍແຮງ.ອ່ານຕໍ່ ...