ແຮງງານ
ແຮງງານຜິດກົດໝາຍ
ການຄ້າມະນຸດ
ການຄ້າມະນຸດໝາຍເຖິງຂະບວນການ ເຊິ່ງວ່າບຸກຄົນຖືກບັງຄັບ ຫຼື ກັກຂັງເພື່ອສະແຫວງຫາຜົນປະໂຫຍດທີ່ບໍ່ເປັນທຳທາງເສດຖະກິດ.1 ຮູບແບບຂອງການຄ້າມະນຸດທີ່ແຜ່ຫຼາຍທີ່ສຸດແມ່ນການຄ້າປະເວນີ (ກວມ 79 ເປີເຊັນ), ເຊິ່ງຜູ້ປະສົບເຄາະສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ. ຮອງລົງມາແມ່ນການຂູດຮີດແຮງງານ (18 ເປີເຊັນ).2 ບໍ່ວ່າຈະໃນຮູບແບບໃດກໍຕາມ, ການຄ້າມະນຸດສາມາດເກີດຂຶ້ນໄດ້ ທັງພາຍໃນປະເທດ ຫຼື ຂ້າມແດນ. ຈຸດປະສົງໃນການຄ້າມະນຸດລວມມີ ການບັງຄັບແຕ່ງງານ, ການຄ້າປະເວນີ, ແລະ ການຂູດຮີດແຮງງານໃນໂຮງຈັກໂຮງງານ.ຂໍ້ມູນພື້ນຖານກ່ຽວກັບການຄ້າມະນຸດໃນລາວສປປ ລາວ ບໍ່ພຽງເປັນປະເທດແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.3 ປັດໃຈຕົ້ນຕໍໃນການຄ້າມະນຸດລວມມີ: ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂະຫຍາຍຕົວດ້ານການພັດທະນາເສດຖະກິດ ແລະ ການຂາດແຄນຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ. ນອກຈານນີ້ ຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາຍັງຄົງມີແຜ່ຫຼາຍໃນລາວ ເຮັດໃຫ້ແມ່ຍິງ ແລະ ເດັກຍິງຕ້ອງອອກໄປເຮັດວຽກນອກປະເທດ ແລະ ມັກຕົກເປັນເຫຍື່ອໃນການຄ້າປະເວນີ.ຂະນະທີ່ປະຊາກອນຜູ້ປະສົບເຄາະໃນການຄ້າມະນຸດມີຫຼາກຫຼາຍ ...