ການຊ່ວຍເຫຼືອ ແລະ ການພັດທະນາ

ທະນາຄານໂລກອະນຸມັດທຶນກູ້ຢືມສຳລັບການຄຸ້ມຄອງການເງິນພາກລັດໃນລາວ

ໂຄງການທີ່ມີຊື່ວ່າ ການເສີມຂະຫຍາຍການຄຸ້ມຄອງການເງິນພາກລັດໂດຍນຳໃຊ້ເທັກໂນໂລຢີ ແລະ ທັກສະດ້ານຂໍ້ມູນຂ່າວສານ ແລະ ການສື່ສານ (E-FITS) ຈະດຳເນີນການໃນລາວ ເພື່ອປັບປຸງການລາຍງານດ້ານການເງິນ ແລະ ສ້າງຄວາມສາມາດດ້ານການຄຸ້ມຄອງ ສຳລັບການເກັບກຳລາຍຮັບ, ຂະບວນການດຳເນີນງານຂອງລັດ ແລະ ການຄຸ້ມຄອງງົບປະມານ.ລາວຍັງຈະໄດ້ຮັບປະໂຫຍດຈາກໂຄງການປະຕິຮູບການບໍລິຫານການເງິນພາກລັດ ພາຍໃຕ້ການສະໜັບສະໜູນຈາກສະຫະພາບຢູໂຣບ ໂດຍຜ່ານທະນາຄານໂລກ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ສືບສວນສອບສວນນິຕິເວດຮັບການຝຶກອົບຮົມທີ່ປະເທດເກົາຫຼີ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ສົ່ງເສີມ ເຈົ້າໜ້າທີ່ຕຳຫຼວດລາວໃຫ້ເຂົ້າຮ່ວມໂຄງການສ້າງຄວາມສາມາດດ້ານວິທະຍາສາດທາງນິຕິເວດ ແລະ ເທັກໂນໂລຢີດ້ານການສືບສວນສອບສວນຄະດີອາຍາ ທີ່ສາທາລະນະລັດເກົາຫຼີ.ອົງການ KOICA ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກກະຊວງປ້ອງກັນຄວາມສະຫງົບໃຫ້ເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຈັດຂຶ້ນໃນວັນທີ 9-22 ພຶດສະພານີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ ສະໜັບສະໜູນການສ້າງຄວາມສາມາດສຳລັບຜູ້ກວດກາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ຈັດຊຸດໂຄງການທຶນການສຶກສາເພື່ອຍົກລະດັບຄວາມສາມາດຂອງຜູ້ກວດກາແຮງງານ ຜ່ານການເສີມຂະຫຍາຍຄວາມຮູ້ພື້ນຖານ ແລະ ກໍລິນີສຶກສາຕົວຈິງ.ການລິເລີ່ມດັ່ງກ່າວມີກຳນົດການປະຕິບັດເປັນໄລຍະສາມປີ ແຕ່ປີ 2018-2020 ເຊິ່ງເປັນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ຍົກລັະດັບຄວາມສາມາດເພື່ອອະນາຄົດ ຂອງອົງການ KOICA.ອ່ານຕໍ່ ...

ໂຕະຂ່າວ

ລາວຄວນສ້າງຜົນປະໂຫຍດຈາກການຮ່ວມມືກັບພາຍນອກໃຫ້ຫຼາຍທີ່ສຸດ, ເຈົ້າໜ້າທີ່ກ່າວ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ແນວທາງນະໂຍບາຍຂອງພັດລັດແມ່ນແນໃສ່ການສ້າງຜົນປະໂຫຍດສູງສຸດຈາກການຮ່ວມມືກັບຕ່າງປະເທດ ແລະ ຂັບເຂື່ອນການພັດທະນາ, ເຈົ້າໜ້າທີ່ຮັບຜິດຊອບວຽກງານການຮ່ວມມກັບຕ່າງປະເທດໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮັບຄຳແນະນຳ.ທ່ານ ສະຫວັນກອນ ລາດຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ທິດຊີ້ນຳໃນກອງປະຊຸມຂອງຂະແໜງການກ່ຽວກັນການຮ່ວມມືກັບຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ນາຍົກສັ່ງໃຫ້ແຂວງອຸດົມໄຊກວດສອບໂຄງການພັດທະນາ

ອຸດົມໄຊ, ລາວ (ວຽງຈັນທາມສ໌/ANN) – ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ການນຳແຂວງອຸດົມໄຊ ກວດສອບລາຍລະອຽດໂຄງການລົງທຶນຂອງຂະແໜງເອກະຊົນ ເພື່ອຮັບປະກັນການຂັບເຂື່ອນການຂະຫຍາຍຕົວດ້ານເສດຖະກິດຂອງໂຄງການ ແລະ ແຜນພັດທະນາໃຫ້ມີຄຸນນະພາບສູງ.ນາຍົກໄດ້ໃຫ້ຄຳແນະນຳດັ່ງກ່າວໃນວັນທີ 12 ເມສາ ໃນໂອກາດຢ້ຽມຢາມແຂວງ ເຊິ່ງໄດ້ພົບປະກັບທ່ານ (ປອ) ຄຳພັນ ພືຍະວົງ ເຈົ້າແຂວງໆອຸດົມໄຊ ແລະ ເຈົ້າໜ້າທີ່ການນຳອື່ນໆ. ທ່ານໄດ້ແນະນຳວ່າໂຄງການລົງທຶນທຸກໂຄງການຕ້ອງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຂອງແຂວງ.ອ່ານຕໍ່ ...

ໂຕະຂ່າວ

ຈີນຈະຊ່ວຍເຫຼືອປັບປຸງພື້ນຖານໂຄງລ່າງໃນ 30 ບ້ານຂອງລາວ

ວຽງຈັນ, 10 ເມສາ (Xinhua) — ຈີນຈະຊ່ວຍເຫຼືອ 30 ບ້ານຢູ່ແຂວງຫຼວງພະບາງທາງພາກເໜືອ ແລະ ແຂວງວຽງຈັນທາງພາກກາງ ໃນການປັບປຸງພື້ນຖານໂຄງລ່າງ.ບົດບັນທຶກກອງປະຊຸມກ່ຽວກັບ ການກວດກາພາກສະໜາມໃນການສຶກສາຄວາມເປັນໄປໄດ້ ຂອງໂຄງການຫຼຸດຜ່ອນຄວາມທຸກຍາກໃນຂັ້ນບ້ານພາຍໃຕ້ທຶນຊ່ວຍເຫຼືອຂອງຈີນ ໄດ້ຮັບການເຊັນຢັ້ງຢືນໃນວັນອັງຄານນີ້ ທີ່ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

Lu Hui

AIIB ອະນຸມັດທຶນກູ້ຢືມ $320 ລ້ານສຳລັບສີລັງກາ ແລະ ລາວ

ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ (AIIB) ໄດ້ເຊັນອະນຸມັດທຶນກູ້ຢືມສຳລັບປະເທດສີລັງກາລວມມູນຄ່າ $280 ລ້ານໂດລາ ແລະ ສຳລັບລາວ $40 ລ້ານໂດລາ.ໃນຂະນະດຽວກັນ ທຶນກູ້ຢືມຈຳນວນ $40 ລ້ານໂດລາ ສຳລັບລາວແມ່ນຈະນຳໃຊ້ເຂົ້າໃນການປັບປຸງຍົກລະດັບເສັ້ນທາງແຫ່ງຊາດເລກທີ 13, ເຊິ່ງຈະເອື້ອປະໂຫຍດໃຫ້ແກ່ປະຊາຊົນກວ່າ 502,100 ຄົນໃນ 471 ບ້ານ ແລະ 11 ເມືອງໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຕາມຂໍ້ມູນຈາກທະນາຄານໂລກ.ອ່ານຕໍ່ ...

Romil Patel

ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຍີ່ປຸ່ນໄດ້ອະນຸມັດໂຄງການໃໝ່ຂອງອົງການຮ່ວມມືສາການຍີ່ປຸ່ນ (JICA) ຜ່ານສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ເພື່ອລະໜັບສະໜູນການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງຍີ່ປຸ່ນໃນລາວ.ໂຄງການໃໝ່ເພື່ອການພັດທະນາຄວາມສາມາດຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ LJI ໄດ້ມີການລົງນາມໃນອາທິດແລ້ວນີ້ ລະຫວ່າງ ທ່ານ ຮສ ພຸດ ສິມມາລາວົງ ຮອງອຳນວຍການມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າຫ້ອງການ JICA ປະຈຳລາວ ໃນລະຫວ່າງກອງປະຊຸມ 9th JCC  ເພື່ອສ້າງຄວາມສາມາດສຳລັບການພັດທະນາຂະແໜງເອກະຊົນ ແລະ ການລົງທຶນຂອງໂຄງການຍີ່ປຸ່ນໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານໂລກຢືນຢັນການສະໜັບສະໜູນການລິເລີ່ມການການຂະຫຍາຍຕົວສີຂຽວຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກຢືນຢັນພັນທະໃນການສະໜັບສະໜູນລັດຖະບານລາວ ໃນການຈັດຕັ້ງປະຕິບັດການລິເລີ່ມການຂະຫຍາຍຕົວສີຂຽວ ຕາມເຈົ້າໜ້າທີ່ການນຳຂອງທະນາຄານ.“ວິໄສທັດການຂະຫຍາຍຕົວສີຂຽວຂອງລັດຖະບານລາວ ຈະເປັນກຸນແຈເພື່ອຮັບປະກັນວ່າ ການຂະຫຍາຍຕົວທາງດ້ານເສດຖະກິດແມ່ນຢູ່ບົນພື້ນຖານທີ່ກວ້າງຂວາງ ແລະ ບໍ່ແມ່ນມາຈາກການນຳໃຊ່້ຊັບພະຍາກອນທຳມະຊາດຂອງປະເທດ,” ທ່ານນາງ ວິກຕໍເຣຍ ວັກວາ ຮອງປະທານທະນາຄານໂລກສຳລັບພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກກ່າວ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງທະນາຄານໂລກ.ອ່ານຕໍ່ ...

ເອກະພອນ ພູທອນສີ

ເກົາຫຼີຈະຊ່ວຍເຫຼືອ US$4 ລ້ານໂດລາດ້ານເຕັກໂນເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່

ລັດຖະບານສາທາລະນະລັດເກົາຫຼີຄາດຄະເນງົບປະມານ ປະມານ US$4 ລ້ານໂດລາເພື່ອຊ່ວຍເຫຼືອເພີ່ມເຕີມສຳລັບລາວແຕ່ປີ 2019-2023 ໃນການປັບປຸງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່.ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບການຊ່ວຍເຫຼືອແມ່ນໄດ້ຈັດຂື້ນໃນວັນສຸກແລ້ວນີ້ທີ່ວຽງຈັນ ລະຫວ່າງທ່ານ (ດຣ) ສີສະຫວັດ ສຸດທະນິຣະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງ ແຮຈິງຢຸນ ຮອງປະທານບໍລິສັດເກົາຫຼີເທເລຄອມ (KT), ແລະ ທ່ານ ຈູວັງ ບຽກ ຕົວແທນຫ້ອງການມູນລະນິທິເພື່ອສຸຂະພາບສາກົນເກົາຫຼີ (KOFIH) ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

p4uSM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!