ທ່ານໝາຍຄວາມວ່າຫຍັງ?
ລຶບລ້າງ

90 Topicsຊອກຫາສຳລັບ "ОСТРОВ ПРОКЛЯТЫХ остров проклятых фильм ➡ОСТРОВ ПРОКЛЯТЫХ фильм остров проклятых нам есть о чем поговорить мой сайт 奈 batmanapollo.ru"

ການສຳຫຼວດພົນລະເມືອງ ແລະ ປະຊາກອນ

ປະຊາກອນທັງໝົດຂອງລາວ ຕາມການຄາດຄະເນຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດກອງ​ທຶນ​ສຳ​ລັບ​ປະຊາ​ກອນ ປີ 2017 ມີຢູ່ປະມານ 6.9 ລ້ານຄົນ, ເຊິ່ງມີອັດຕາການຂະຫຍາຍຕົວຂອງພົນລະເມືອງ ຢູ່ທີ່ 1.3 ເປີເຊັນຕໍ່ປີ.14 ການສຳຫຼວດພົນລະເມືອງຢ່າງເປັນທາງການຄັ້ງຫຼ້າສຸດແມ່ນໃນປີ 2015. ຂໍ້ມູນໃນທີ່ນີ້ແມ່ນມາຈາກຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ 2015 ຂອງ ສປປ ລາວ.15 ຂໍ້ມູນປະຊາກອນລາຍລະອຽດຂໍ້ມູນປະຊາກອນ ເຊັ່ນ ຂະໜາດ ແລະ ໂຄງປະກອບຂອງປະຊາກອນ, ອາຍຸຍືນສະເລ່ຍ, ອັດຕາການຕາຍ ແລະ ອັດຕາການຮູ້ໜັງສືແມ່ນສະແດງດັ່ງເສັ້ນສະແດງຂ້າງລຸ່ມ.ປະມານ 58 ເປີເຊັນຂອງພົນລະເມືອງອາຍຸ 6 ປີຂຶ້ນໄປອອກໂຮງຮຽນແລ້ວ, 26.9 ເປີເຊັນກຳລັງສຶກສາຮ່ຳຮຽນ ແລະ ອີກ 13.1 ເປີເຊັນບໍ່ໄດ້ເຂົ້າໂຮງຮຽນ. ຊ່ອງຫວ່າງດັ່ງກ່າວແມ່ນລະຫວ່າງພົນລະເມືອງໃນຊົນນະບົດ ແລະ ຕົວເມືອງ ແລະ ຫຼາຍຊົນເຜົ່າຍັງຄິດວ່າການສຶກສາບໍ່ມີຜົນປະໂຫຍດ ຫຼື ບໍ່ມີຄວາມຈຳເປັນ.16 ສະພາບການສົມລົດຂອງພົນລະເມືອງແຍກເປັນຫ້າປະເພດຄື: ...

ພະລັງງານ

ບົດຄວາມນີ້ໂດຍຫຼັກຈະເວົ້າກ່ຽວກັບການຜະລິດ, ການແຈກຈ່າຍ ແລະ ການນຳໃຊ້ພະລັງງານໄຟຟ້າຂອງປະເທດລາວ. ໄຟຟ້າຖືເປັນແຫຼ່ງພະລັງງານຫຼັກສຳລັບການພັດທະນາເສດຖະກິດພາຍໃນປະເທດ ແລະ ການສົ່ງອອກພະລັງງານໄຟຟ້າໄປຍັງປະເທດເພື່ອນບ້ານຍັງສາມາດສ້າງລາຍຮັບເຂົ້າປະເທດ.50ພາຍຫຼັງການປ່ຽນແປງດ້ານເສດຖະກິດສູ່ນະໂຍບາຍ ‘ເປີດປະຕູສູ່ພາຍນອກ’ ໃນປີ 1986, ການພັດທະນາດ້ານເສດຖະກິດຂອງລາວໄດ້ມີການກ້າວກະໂດດ ເຫັນໄດ້ຈາກການຫັນປ່ຽນຈາກການພັດທະນາດ້ານກະສິກຳເປັນຫຼັກ ໄປສູ່ການພັດທະນາຂະແໜງການຕ່າງໆເຊັ່ນ ການບໍລິການ ແລະ ອຸດສາຫະກຳ. ດ້ວຍເຫດນີ້ ຄວາມຕ້ອງການທາງດ້ານພະລັງງານກໍຍິ່ງນັບມື້ນັບເພີ່ມຂຶ້ນ. ການຂະຫຍາຍຕົວດ້ານຄວາມຕ້ອງການດັ່ງກ່າວສາມາດສັງເກດໄດ້ຢ່າງຈະແຈ້ງ ແຕ່ປີ 1990-2013 ເຊິ່ງປ່ຽນແປງຈາກປະມານ 1,112 ກິໂລໂຕນນ້ຳມັນດິບ ໃນປີ 1990 ມາເປັນ 2,666 ກິໂລໂຕນນ້ຳມັນດິບ ໃນປີ 2013.51ການນຳໃຊ້ພະລັງງານທີ່ເພີ່ມຂຶ້ນໃນ ສປປ ລາວ ແມ່ນເນື່ອງມາຈາກການເພີ່ມຂຶ້ນຂອງປະຊາກອນ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດ.52 ແຕ່ປີ 2014-2018, ການນຳໃຊ້ໄຟຟ້າຂະຫຍາຍຕົວຈາກ 2.4 ຕື້ກິໂລວັດ ມາເປັນ 4.24 ຕື້ກິໂລວັດ.53 ການສະໜອງ ແລະ ...

SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

ເປົ້າໝາຍການພັດທະນາແບບຍືນຍົງ 5 (SDG 5) ແນໃສ່ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສົ່ງເສີມບົດບາດແມ່ຍິງ ເຊິ່ງແບ່ງເປັນ 9 ເປົ້າໝາຍຍ່ອຍ ແລະ 14 ຄາດໝາຍທີ່ກ່ຽວຂ້ອງ. ຄາດໝາຍດັ່ງກ່າວລວມມີ ການເລືອກປະຕິບັດໃນສະຖານທີ່ເຮັດວຽກ ແລະ ທີ່ຢູ່ອາໄສ, ສິດທິໃນການຄອບຄອງຊັບສົມບັດ, ການສຶກສາ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບວຽກງານບົດບາດຍິງຊາຍ. ເປົ້າໝາຍ 5.1–5.3 ແມ່ນແນໃສ່ການປົກປ້ອງແມ່ຍິງຈາກຄວາມຮຸນແຮງ ແລະ ການເລືອກປະຕິບັດ, ເປົ້າໝາຍ 5.4–5.6 ແລະ 5.A–5.B ແນໃສ່ສົ່ງເສີມບົດບາດຍິງຊາຍ ແລະ ການເຂົ້າເຖິງທາງດ້ານເສດຖະກິດ, ແລະ ເປົ້າໝາຍ 5.C ແມ່ນເພື່ອສົ່ງເສີມການຄອບຄຸມຂອງໂຄງສ້າງດ້ານກົດໝາຍ.97ແຫຼ່ງຂໍ້ມູນ: ສະຫະປະຊາຊາດ.ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍການພັດທະນາແບບຍືນຍົງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຫຼັກແມ່ນສ້າງມາຈາກການປ່ຽນແທນ ແລະ ການເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ...

ໂຄວິດ-19 ແລະ ບັນຫາບົດບາດຍິງຊາຍ

ສປປ ລາວ ເປັນປະເທດທີ່ບໍ່ໄດ້ຮັບຜົນກະທົບໂດຍກົງຈາກ ພະຍາດລະບາດໂຄໂລນາ ຊຶ່ງເຫັນໄດ້ຄືຍັງບໍ່ພົບກໍລະນີເສຍຊີວິດ. ນາຍົກລັດຖະມົນຕີຂອງ ສປປ ລາວ ໄດ້ເລີ່ມອອກມາດຕະການປິດປະເທດນັບແຕ່ ວັນທີ 18 ມີນາ 2020, ປິດສະຖາບັນການສຶກສາ ແລະ ງົດທຸກໆກິດຈະກຳທີ່ບໍ່ຈຳເປັນ. ໄລຍະການປິດປະເທດໄດ້ດຳເນີນໄປເກືອບເດືອນ ນັບແຕ່ ວັນທີ 29 ມີນາ – 20 ເມສາ 2020. ທຸກການເຄື່ອນໄຫວ ແລະ ໂຮມຊຸມນຸມຕ່າງໆ ໄດ້ຖືກງົດຫ້າມສຳລັບງານສະເຫຼີມສະຫຼອງປີໃໝ່. ມາດຕະການດັ່ງກ່າວ ໄດ້ດຳເນີນໄປຢ່າງສຳເລັດດີ ນັບແຕ່ວັນທີ 13 ເມສາ – 20 ກໍລະກົດ 2020. ແຕ່ບາງຂໍ້ຫ້າມກໍຍັງສືບຕໍ່ປະຕິບັດເຊັ່ນ ການເວັ້ນໄລຍະຫ່າງ ແລະ ການຈຳກັດການເດີນທາງລະຫວ່າງຕ່າງປະເທດ138. ພາບຖ່າຍຈາກ Markus Winkler on ...

ການຄ້າມະນຸດ

ການຄ້າມະນຸດໝາຍເຖິງຂະບວນການ ເຊິ່ງວ່າບຸກຄົນຖືກບັງຄັບ ຫຼື ກັກຂັງເພື່ອສະແຫວງຫາຜົນປະໂຫຍດທີ່ບໍ່ເປັນທຳທາງເສດຖະກິດ.174 ຮູບແບບຂອງການຄ້າມະນຸດທີ່ແຜ່ຫຼາຍທີ່ສຸດແມ່ນການຄ້າປະເວນີ (ກວມ 79 ເປີເຊັນ), ເຊິ່ງຜູ້ປະສົບເຄາະສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ. ຮອງລົງມາແມ່ນການຂູດຮີດແຮງງານ (18 ເປີເຊັນ).175 ບໍ່ວ່າຈະໃນຮູບແບບໃດກໍຕາມ, ການຄ້າມະນຸດສາມາດເກີດຂຶ້ນໄດ້ ທັງພາຍໃນປະເທດ ຫຼື ຂ້າມແດນ. ຈຸດປະສົງໃນການຄ້າມະນຸດລວມມີ ການບັງຄັບແຕ່ງງານ, ການຄ້າປະເວນີ, ແລະ ການຂູດຮີດແຮງງານໃນໂຮງຈັກໂຮງງານ.ຂໍ້ມູນພື້ນຖານກ່ຽວກັບການຄ້າມະນຸດໃນລາວສປປ ລາວ ບໍ່ພຽງເປັນປະເທດແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.176 ປັດໃຈຕົ້ນຕໍໃນການຄ້າມະນຸດລວມມີ: ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂະຫຍາຍຕົວດ້ານການພັດທະນາເສດຖະກິດ ແລະ ການຂາດແຄນຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ. ນອກຈານນີ້ ຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາຍັງຄົງມີແຜ່ຫຼາຍໃນລາວ ເຮັດໃຫ້ແມ່ຍິງ ແລະ ເດັກຍິງຕ້ອງອອກໄປເຮັດວຽກນອກປະເທດ ແລະ ມັກຕົກເປັນເຫຍື່ອໃນການຄ້າປະເວນີ.ຂະນະທີ່ປະຊາກອນຜູ້ປະສົບເຄາະໃນການຄ້າມະນຸດມີຫຼາກຫຼາຍ ...

ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ປະເທດລາວເປັນປະເທດທີ່ມີພູມສັນຖານ ແລະ ລະບົບນິເວດທີ່ຫຼາກຫຼາຍ ພ້ອມທັງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ປົກຄຸມດ້ວຍປ່າໄມ້ທີ່ດົກໜາ, ພື້ນທີ່ 80% ເປັນພູ ຫຼື ສາຍພູ ແລະ ອີກ 20% ເປັນພູພຽງ ແລະ ທົ່ງພຽງລ້ອງແມ່ນໍ້າຂອງ. ຊັບພະຍາກອນທີ່ດິນ ແລະ ບໍ່ແຮ່ພື້ນທີ່ປ່າໄມ້ (ປ່າຫຼັກ ແລະ ປ່າສຳຮອງ) ກວມເອົາເນື້ອທີ່ສ່ວນໃຫຍ່ຂອງປະເທດ(>80%). ເນື້ອທີ່ 10% ຂອງປະເທດແມ່ນພື້ນທີ່ກະສິກຳ, ສ່ວນພື້ນທີ່ທີ່ເໝາະແກ່ການປູກຝັງມີໜ້ອຍກວ່າ 7% ຂອງພື້ນທີ່ທັງໝົດ.246 ...

ແຮງງານ

ຄວາມສຳເລັດຂອງປະເທດໜຶ່ງໆ ຕົ້ນຕໍແມ່ນຂຶ້ນຢູ່ກັບການວ່າຈ້າງງານແຮງງານພາຍໃນປະເທດ ແລະ ການພັດທະນາຄວາມຮູ້ ແລະ ທັກສະຂອງພົນລະເມືອງ. ບົດລາຍງານທຶນມະນຸດໂລກຂອງສະພາເສດຖະກິດໂລກ ວັດແທກອົງປະກອບທີ່ໃຊ້ກຳນົດລະດັບການພັດທະນາ ‘ທຶນມະນຸດ’ ຂອງປະເທດ. ບົດລາຍງານດັ່ງກ່າວສາມາດນຳໃຊ້ໃນການປະເມີນຄວາມຄືບໜ້າພາຍໃນປະເທດ ແລະ ໃຊ້ສົມທຽບຄວາມຄືບໜ້າລະຫວ່າງບັນດາປະເທດ.ບົດລາຍງານທຶນມະນຸດໂລກ 2017 ຈັດປະເທດລາວຢູ່ອັນດັບທີ 84 ໃນ 130 ປະເທດ (ເຊິ່ງປະເທດອັນດັບທີໜຶ່ງແມ່ນອັນດັບທີ່ດີທີ່ສຸດ).320 ອັນດັບນີ້ເປັນອັນດັບທີ່ຕ່ຳກວ່າຄ່າສະເລ່ຍ, ແຕ່ວ່າລາວກໍມີການຍົກລະດັບຈາກອັນດັບທີ 106 ໃນປີ 2016. ລາວມີອັດຕາການນຳໃຊ້ແຮງງານໃນລະດັບທີ່ສູງ (ອັນດັບທີ 12) ເຊິ່ງສະແດງເຖິງອັດຕາການມີສ່ວນຮ່ວມຂອງແຮງງານມີສູງ ແລະ ອັດຕາການຫວ່າງງານມີຕ່ຳ. ເຖິງຢ່າງໃດກໍຕາມ ແຮງງານລາວຍັງຢູ່ໃນອັນຕ່ຳໃນດ້ານການພັດທະນາແຮງງານ (ຢູ່ອັນດັບ 97), ຄວາມສາມາດຂອງແຮງງານ (ຢູ່ອັນດັບ 99)  ແລະ ທັກສະແຮງງານ (ຢູ່ອັນດັບ 105).ທຶນມະນຸດຂອງ ສປປ ລາວແມ່ນມີຕ່ຳ. ອັດຕາການຮູ້ໜັງສື ...

ນະໂຍບາຍ ແລະ ການຄຸ້ມຄອງດ້ານພະລັງງານ

ກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການສະໜອງພະລັງງານໃນ ສປປ ລາວ ລວມມີ:ກົດໝາຍໄຟຟ້າປີ 1997, ດັດແກ້ໃນປີ 2012. ກົດໝາຍສະບັບນີ້ ຽວຂ້ອງກັບການຜະລິດ ແລະ ການແຈກຢາຍໄຟຟ້າໃນ ສປປ ລາວ. ເຊິ່ງສ້າງມາດຕະຖານໃນການຄຸ້ມຄອງ, ການຜະລິດ, ການແຈກຢາຍ, ການສົ່ງຕໍ່ ແລະ ການນຳເຂົ້າ/ສົ່ງອອກກະແສໄຟຟ້າ.352ຖະແຫຼງການກ່ຽວກັບນະໂຍບາຍຂະແໜງການພະລັງງານ 2001 ແນໃສ່ສະໜອງພະລັງງານໄຟຟ້າທີ່ສາມາດນຳໃຊ້ໄດ້ສຳລັບໝົດທຸກຄົນ. ເປົ້າໝາຍດັ່ງກ່າວລວມມີວັດຖຸປະສົງໃນການເພີ່ມອັດຕາການເຂົ້າເຖິງກະແສໄຟຟ້າໃຫ້ໄດ້ 90 ເປີເຊັນໃນປີ 2020, ການສົ່ງເສີມການຮ່ວມມືລັດ-ເອກະຊົນໃນການພັດທະນາພະລັງງານໄຟຟ້ານ້ຳຕົກ ແລະ ຈັດຕັ້ງປະຕິບັດການພັດທະນາຕາຂ່າຍໄຟຟ້າ 500 ກິໂລໂວນ.353ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (NSEDP) 2016–2020 ກຳນົດທິດທາງທີ່ຈຳເປັນສຳລັບຂະແໜງພະລັງງານຄື “ສຸມໃສ່ການພັດທະນາພະລັງງານໄຟຟ້ານ້ຳຕົກ ພະລັງງານໄຟຟ້າຄວາມຮ້ອນ, ພະລັງງານແສງອາທິດ ແລະ ພະລັງງານໂຮງງານອຸດສາຫະກຳ ເພື່ອຫັນປ່ຽນຂະແໜງການພະລັງງານໃຫ້ເປັນຂະແໜງສ້າງລາຍຮັບເພື່ອສົ່ງເສີມການຜະລິດ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.”354ຍຸດທະສາດການພັດທະນາພະລັງງານໝູນວຽນ ...

ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.397 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.398  ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.399ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ  19 ມິຖຸນາ 2020, ພາຍໃຕ້ລິຂະສິດ  CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.400  ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”401 ...

ການພັດທະນາດ້ານສັງຄົມ

ການພັດທະນາດ້ານສັງຄົມສະເໜີບັນຫາດ້ານສັງຄົມທີ່ພົ້ນເດັ່ນ ໂດຍສະເພາະບັນຫາຄວາມທຸກຍາກ,​ ການຫວ່າງງານ, ການແບ່ງແຍກທາງສັງຄົມ, ແລະ ຄົ້ນຄວ້າການແກ້ໄຂຄວາມທຸກຍາກໃນຂອບເຂດບັນຫາທາງສັງຄົມ ແລະ ໂຄງສ້າງຕ່າງໆ ທີ່ບໍ່ແມ່ນສະເພາະແຕ່ກ່ຽວກັບດ້ານລະດັບລາຍຮັບ.ສປປ ລາວ ໄດ້ບັນລຸເປົ້າໝາຍຕາມຄວາມມຸ່ງໝັ້ນຈຳນວນໜຶ່ງ. ລະດັບຄວາມທຸກຍາກໄດ້ຫຼຸດລົງກວ່າເຄິ່ງໜຶ່ງ ຈາກ 46.0% ໃນປີ 1992/93 ມາເປັນ 23.3% ໃນປີ 2012/13, ອັດຕາການຂະຫຍາຍຕົວຂອງ GDP ໃນຊ່ວງທົດສະວັດຜ່ານມາສະເລ່ຍ 7.8% ແລະ ວຽກງານດ້ານການສຶກສາ ແລະ ສຸຂະພາບມີການປັບປຸງຢ່າງເຫັນໄດ້ຈະແຈ້ງ.468ເຖິງຢ່າງໃດກໍຕາມ ລາວກໍຍັງຄົງຜະເຊີນກັບສິ່ງທ້າທາຍໃນຫຼາຍດ້ານເຊັ່ນ: ການຂາດໂພຊະນາການໃນເດັກ, ອັດຕາການເກີດຫຼຸດຕ່ຳລົງ, ອັດຕາການຕາຍຂອງແມ່ຍັງຄົງສູງ ແລະ ການຂາດແຄນງົບປະມານຍັງມີສູງ.469ດັດຊະນີການພັດທະນາມະນຸດ (HDI) ແມ່ນເຄື່ອງມືວັດແທກການພັັດທະນາຂອງແຕ່ລະປະເທດໂດຍສະເລ່ຍ ໃນວຽກງານດ້ານສຸຂະພາບ, ການສຶກສາ ແລະ ລາຍຮັບຕໍ່ຫົວຄົນ, ເຊິ່ງຄ່າທີ່ສູງ (ຫາ 1) ໝາຍເຖິງໃນປະເທດມີການພັດທະນາມະນຸດທີ່ສູງ. ລາວມີການປັບປຸງຂຶ້ນໃນດ້ານຕົວເລກດັດຊະນີການພັດທະນາມະນຸດ (HDI), ...

SDG 2 ລຶບລ້າງຄວາມອຶດຫິວ

ເປົ້າໝາຍການພັດທະນາແບບຍືນຍົງ 2 (SDG 2) – ‘ລຶບລ້າງຄວາມອຶດຫິວ’ ແນໃສ່ການລຶບລ້າງຄວາມອຶດຫົວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ, ແລະ ສົ່ງເສີມການກະສິກຳແບບຍືນຍົງ.522 SDG 2 ລວມມີ 8 ເປົ້າໝາຍ ແລະ 14 ຕົວຊີ້ວັດ. ເປົ້າໝາຍ 2.1-2.2 ແນໃສ່ລຶບລ້າງຄວາມອຶດຫິວ ແລະ ຮັບປະກັນການເຂົ້າເຖິງແຫຼ່ງສະບຽງອາຫານທີ່ຄົບຖ້ວນ ແລະ ພຽງພໍສຳລັບກຸ່ມອ່ອນໄຫວ, ໂດຍສະເພາະແມ່ນເດັກນ້ອຍ, ສ່ວນເປົ້າໝາຍ 2.3-2.4 ແນໃສ່ການຮັບປະກັນດ້ານການຜະລິດ, ຜະລິດຕະພາບ ແລະ ຄວາມຍືນຍົງຂອງການຜະລິດສະບຽງອາຫານ, ໂດຍສະເພາະພາຍໃຕ້ສະພາບອາກາດທີ່ຮ້າຍແຮງ. ເປົ້າໝາຍທີ 2.5 ແນໃສ່ຮັບປະກັນຄວາມຫຼາກຫຼາຍຂອງແຫຼ່ງອາຫານ ແລະ ແນວພັນ; ແລະ ເປົ້າໝາຍທີ 2.A-2.C ແມ່ນກ່ຽວກັບນະໂຍບາຍ ແລະ ...

SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ

ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ.  ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.569ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ...

ພື້ນຖານໂຄງລ່າງ

ການຂາດການພັດທະນາດ້ານໂຄງລ່າງພື້ນຖານໄດ້ເປັນອຸປະສັກຕົ້ນຕໍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ສະນັ້ນ, ການປັບປຸງໂຄງລ່າງພື້ນຖານ ຈຶ່ງເປັນເປົ້າໝາຍຕົ້ນຕໍຂອງລັດຖະບານລາວຄຽງຄູ່ກັບ ເປົ້າໝາຍການພັດທະນາ ແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະ SDG 9.  ເປົ້າໝາຍນີ້ແມ່ນກ່ຽວຂ້ອງກັບການພັດທະນາສິ່ງກໍ່ສ້າງ ທີ່ອຳນວຍຄວາມສະດວກໃຫ້ແກ່ອຸດສາຫະກຳ, ວິສາຫະກິດ ແລະ ສັງຄົມເຊັ່ນ: ຖະໜົນຫົນທາງ, ເສັ້ນທາງລົດໄຟ, ສະໜາມບິນ, ລະບົບສື່ສານໂທລະຄົມມະນາຄົມ, ໄຟຟ້າ ແລະ ໂຄງລ່າງພື້ນຖານນ້ຳ ແລະ ສຸຂາອະນາໄມ. ໂດຍທົ່ວໄປ, ຄວາມອາດສາມາດ ທີ່ມີຈຳກັດໄດ້ຈຳກັດການສະໜອງການບໍລິການ ດ້ານໂຄງລ່າງພື້ນຖານທີ່ຢູ່ນອກຕົວເມືອງໃຫຍ່ໃນປະເທດລາວ.631 ແນວໃດກໍ່ຕາມ, ການປັບປຸງໂຄງລ່າງພື້ນຖານເປັນສ່ວນໜຶ່ງຂອງຍຸດທະສາດໃນຄວາມພະຍາຍາມທີ່ຈະພົ້ນອອກຈາກການເປັນປະເທດດ້ອຍ ພັດທະນາພາຍໃນປີ 2020. 632 ເຊິ່ງແນວຄວາມຄິດທໍາອິດໄດ້ເລີ່ມຕົ້ນມາຈາກກອງປະຊຸມໃຫຍ່ຂອງພັກຄັ້ງທີ່ VI ໃນປີ 1996.633ລັດຖະບານລາວໄດ້ໃຫ້ຄວາມສົນໃຈເປັນພິເສດ ໃນການຫັນປ່ຽນສະພາບທີ່ເປັນປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນ ປະເທດທີ່ມີເສັ້ນທາງເຊື່ອມຕໍ່ທາງບົກ, ເປັນຈຸດເຊື່ອມຕໍ່ດ້ານໂຄງລ່າງພື້ນຖານກັບບັນດາປະເທດເພື່ອນບ້ານ, ເປັນຂົວຕໍ່ດ້ານເສດຖະກິດກັບປະເທດຈີນ, ໄທ ແລະ ຫວຽດນາມ.ຖະໜົນຢູ່ເຂດພູພຽງບໍລະເວນ, ແຂວງຈຳປາສັກ, ພາກໃຕ້ຂອງລາວ. ...

SDG 4 ມີການສຶກສາທີ່ມີຄຸນນະພາບ

ເປົ້າໝາຍການພັດທະນາແບບຍືນຍົງ 4 (SDG 4) – ‘ການສຶກສາທີ່ມີຄຸນນະພາບ’ ມີຈຸດປະສົງແນໃສ່ຮັບປະກັນການສຶກສາທີ່ມີຄຸນນະພາບທີ່ທົ່ວເຖິງ ແລະ ເທົ່າທຽມ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ.687 SDG 4 ລມມີ 10 ເປົ້າໝາຍ ແລະ 11 ຕົວຊີ້ວັດ. ເປົ້າໝາຍ 4.1, 4.5, 4.7 ແລະ 4.A ແມ່ນແນໃສ່ພັດທະນາການສຶກສາຊັ້ນປະຖົມ ແລະ ມັດທະຍົມໂດຍບໍ່ຕ້ອງເສຍຄ່າ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບ. ເປົ້າໝາຍ 4.2 ແລະ 4.5 ແມ່ນເນັ້ນໃສ່ການປັບປຸງການເຂົ້າເຖິງການສຶກສາໃນໄວເດັກ, ການເບິ່ງແຍງລ້ຽງດູ ແລະ ການສຶກສາກ່ອນຊັ້ນປະຖົມ ທີ່ມີຄຸນນະພາບ. ເປົ້າໝາຍ 4.3, 4.4, 4.5 ແລະ ...

ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ຍ້ອນລັກສະນະພູມສັນຖານສ່ວນໃຫຍ່ທີ່ເປັນພູ ແລະ ພູມອາກາດຮ້ອນຊຸ່ມ, ປະເທດລາວຈຶ່ງອຸດົມສົມບູນໄປດ້ວຍປ່າໄມ້. ລາວເປັນປະເທດໜຶ່ງທີ່ມີປ່າຝົນເຂດຮ້ອນທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້. ໃນຊຸມປີຜ່ານມາ ການປະເມີນເນື້ອທີ່ປ່າໄມ້ຂອງລາວເປັນບັນຫາຂັດແຍ່ງ ເນື່ອງຈາກລາວບໍ່ມີຄຳນິຍາມເນື້ອທີ່ປ່າໄມ້ທີ່ເປັນທາງການ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ດ້ວຍເຫດນີ້ ພື້ນທີ່ປ່າໄມ້ຄາດຄະເນຂອງລາວຈຶ່ງບໍ່ມີຄວາມຊັດເຈນ, ທັງນີ້ແມ່ນຂຶ້ນຢູ່ກັບການກຳນົດນິຍາມປ່າໄມ້ ແລະ ວິທີການທີ່ນຳໃຊ້ໃນການປະເມີນ.741 ເຖິງຢ່າງໃດກໍຕາມ, ອີງຕາມການຈັດສັນປ່າໄມ້ທາງການຫຼ້າສຸດ, ເຊິ່ງກຳນົດນິຍາມປ່າໄມ້ຈາກພື້ນທີ່ທີ່ມີຄວາມໜາແໜ້ນການປົກຄຸມໜ້າດິນຢ່າງໜ້ອຍ 20%, ມີເສັ້ນຜ່າໃຈກາງຕົ້ນໄມ້ໃນລະດັບໜ້າເອິກ (DBH) ບໍ່ຫຼຸດ 10 ຊມ, ແລະ ມີເນື້ອທີ່ 0.5 ເຮັກຕາຂຶ້ນໄປ, ປະເທດລາວມີເນື້ອທີ່ປ່າໄມ້ຄາດຄະເນລວມທັງໝົດ 13.2 ລ້ານເຮັກຕາ, ຫຼື 57.4% ຂອງເນື້ອທີ່ດິນທັງໝົດໃນປີ 2015.742 ໃນນັ້ນປ່າປະສົມປ່ຽນໃບກວມພຶ້ນທີ່ຫຼາຍສຸດ ປະມານ 9.4 ລ້ານເຮັກຕາ. ສ່ວນທີ່ເຫຼືອແມ່ນປະເພດປ່າໂຄກແຫ້ງແລ້ງ, ປ່າດົງດິບແຫ້ງແລ້ງ, ປ່າແປກ, ປ່າປະສົມປ່າແປກ ແລະ ປ່າໄມ້ໃບກວ້າງ. ນອກຈາກນັ້ນ ຍັງມີພື້ນທີ່ປ່າເລົ່າອ່ອນ, ...

ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຫຼືເອີ້ນສັ້ນໆວ່າ ລາວ ເປັນປະເທດນ້ອຍ ດ້ອຍພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້, ບໍ່ມີຊາຍແດນຕິດທະເລ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບປະເທດຈີນ, ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ, ແລະ ທິດໃຕ້ຕິດກັບປະເທດກຳປູເຈຍ, ມີເນື້ອທີ່ທັງໝົດ 236,800 ກິໂລຕາແມັດ, ມີປະຊາກອນປະມານ 7 ລ້ານຄົນ (2019). ປະເທດລາວມີຄວາມອ່ອນໄຫວຕໍ່ໄພພິບັດຫຼາຍປະເພດ. ໄພນ້ຳຖ້ວມ ແລະ ດິນເຈື່ອນແມ່ນເກີດຂຶ້ນໃນທຸກໆພາກ, ຂະນະທີ່ໄພແຫ້ງແລ້ງເກີດຂຶ້ນໃນບາງປີ ຢູ່ຫຼາຍທ້ອງຖິ່ນ. ນອກຈາກນີ້ ລາວຍັງປະສົບກັບການລະບາດຂອງສັດຕູພືດ ແລະ ພະຍາດຕ່າງໆ ເຊິ່ງມີທ່າອ່ຽງເພີ່ມຂຶ້ນທ່າມກາງການປ່ຽນແປງຂອງສະພາບອາກາດ ແລະ ສະພາບແວດລ້ອມ.811!function(){"use strict";window.addEventListener("message",function(a){if(void 0!==a.data["datawrapper-height"])for(var e in a.data["datawrapper-height"]){var t=document.getElementById("datawrapper-chart-"+e)||document.querySelector("iframe[src*='"+e+"']");t&&(t.style.height=a.data["datawrapper-height"][e]+"px")}})}();ໄພນ້ຳຖ້ວມ ແລະ ພະຍຸໄພນ້ຳຖ້ວມມັກເກີດໃນຊ່ວງລະດູຝົນ ແຕ່ເດືອນພຶດສະພາເຖິງເດືອນຕຸລາ,​ ...

ທີ່ດິນ

ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ເຊິ່ງຕັ້ງຢູ່ລະຫວ່າງແມ່ນໍ້າຂອງ ແລະ ສາຍພູຫຼວງ ແລະ ມີຈໍານວນປະຊາກອນ 7 ລ້ານຄົນ, ເປັນປະເທດທີ່ມີອັດຕາຄວາມໜາແໜ້ນຂອງປະຊາກອນຕໍ່າທີ່ສຸດໃນອາຊີຕາເວັນອອກສຽງໃຕ້.22 ພື້ນທີ່ປົກຄຸມປ່າໄມ້ ຕາມການປະເມີນຂອງລັດຖະບານແມ່ນ 40 ເປີເຊັນ ເຊິ່ງລັດຖະບານມີແຜນເພີ່ມເນື້ອທີ່ປົກຄຸມປ່າໄມ້ໃຫ້ໄດ້ 70 ເປີເຊັນ ພາຍໃນປີ 2020.23 24 ເນື້ອທີ່ປ່າໄມ້ທີ່ຍັງເຫຼືອບາງສ່ວນ ເຊິ່ງຈັດເປັນ “ປ່າຊຸດໂຊມ” ແມ່ນພື້ນທີ່ເນີນພູທີ່ນໍາໃຊ້ເຂົ້າໃນການປູກຝັງ.ການລ້ຽງໝູໃນບ້ານນ້ອຍເຜົ່າມົ້ງ ທາງພາກໃຕ້ຂອງລາວ. ຮູບພາບໂດຍ Petetheslayer, Wikimedia Commons, ພາຍໃຕ້ລິຂະສິດ CC-BY-SA 3.0.ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ແມ່ນດໍາລົງຊີວິດຢູ່ບົນພື້ນຖານການກະສິກໍາກຸ້ມຕົນເອງ ລວມເຖິງການເຮັດໄຮ່ແບບເລື່ອນລອຍ (ຖາງປ່າເຮັດໄຮ່) ແລະ ການນຳໃຊ້ເຄື່ອງປ່າຂອງດົງ. ຮູບແບບຂອງການນໍາໃຊ້ທີ່ດິນມີການປ່ຽນແປງ ຜ່ານເຫດການໃນອະດີດຫຼາຍຢ່າງ. ໜຶ່ງແມ່ນການຍ້າຍຖິ່ນຂອງປະຊາກອນ ເນື່ອງຈາກສົງຄາມອິນໂດຈີນ, ເຮັດໃຫ້ຊາວບ້ານຕ້ອງປະຖິ້ມ ເຂດທີ່ຢູ່ອາໄສ ແລະ ພື້ນທຳການຜະລິດເດີມ ...

ເປົ້າໝາຍການພັດທະນາແບບຍືນຍົງ

ເດືອນກັນຍາ 2015 ສະພາສະຫະປະຊາຊາດໄດ້ເຜີຍແຜ່ວາລະການປະຊຸມກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງປະກອບດ້ວຍ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDGs). SDGs ແມ່ນພັດທະນາມາຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs)120 ແລະ ມີຈຸດປະສົງເພື່ອຊຸກຍູ້ການປະຕິບັດງານໃນຂົງເຂດການພັດທະນາທີ່ສຳຄັນ ໃຫ້ສຳເລັດທັງໝົດພາຍໃນປີ 2030. ເປົ້າໝາຍດັ່ງກ່າວແບ່ງເປັນ 169 ເປົ້າໝາຍຍ່ອຍ ແລະ 232 ຕົວຊີ້ວັດ.121                SDGs ຕ່າງຈາກ MDGs ຢູ່ບ່ອນວ່າ SDGs ແມ່ນນຳໃຊ້ສຳລັບທຸກໆປະເທດ ໂດຍບໍ່ຈຳແນກລະດັບການພັດທະນາຂອງແຕ່ລະປະເທດ. SDGs ຍັງຮັກສາເປົ້າໝາຍດ້ານສັງຄົມຄືເກົ່າ ແຕ່ຈະເນັ້ນເພີ່ມເຕີມໃສ່ບັນຫາເລັ່ງດ່ວນທາງດ້ານສິ່ງແວດລ້ອມທີ່ທົ່ວໂລກກຳລັງຜະເຊີນໃນປະຈຸບັນ. ເຊັ່ນດຽວກັນກັບ MDGs, ລັດຖະບານ ສປປ ລາວ ໄດ້ປັບເປົ້າໝາຍ SDGs ໃຫ້ແທດເໝາະກັບສະພາບການຕົວຈິງພາຍໃນປະເທດ ແລະ ໄດ້ເພີ່ມເປົ້າໝາຍ SDGs ເພື່ອການຫຼຸດຜ່ອນຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ຍັງຄົງຄ້າງໃນລາວ.122ການຫັນປ່ຽນຈາກ MDGs ຫາ ...

ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ການຈັດແບ່ງປະເພດປ່າໄມ້ທີ່ດິນ ແລະ ຊັບພະຍາກອນທັງໝົດເທິງໜ້າດິນ ຫຼື ໃຕ້ດິນຂອງ ສປປ ລາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ກໍຄືວົງຄະນະຍາດແຫ່ງຊາດ.201 ເຖິງຢ່າງໃດກໍຕາມ, ລັດກໍມີການຮັບຮູ້ສິດຊົມໃຊ້ໃນໄລຍະຍາວ, ທີ່ສາມາດໂອນມອບໄດ້ ຂອງທັງທີ່ດິນ ແລະ ຊັບພະຍາກອນ.202 “ທີ່ດິນປ່າໄມ້” ແມ່ນໜຶ່ງໃນແປດປະເພດທີ່ດິນ ທີ່ມີການກຳນົດໂດຍລັດຖະບານ.203 ຕາມການກຳນົດຢ່າງຈະແຈ້ງໃນກົດໝາຍວ່າດ້ວຍປ່າໄມ້ 2017, ປ່າໄມ້ບາງປະເພດອາດບໍ່ຢູ່ໃນທີ່ດິນປ່າໄມ້, ແລະ ທີ່ດິນປ່າໄມ້ທັງໝົດອາດບໍ່ຄອບຄຸມບາງປະເພດປ່າໄມ້. ແຕ່ວ່າ “ປ່າໄມ້” ໝາຍເຖິງປະເພດລະບົບນິເວດ “ທີ່ດິນເຊິ່ງມີຕົ້ນໄມ້ນາໆຊະນິດເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ ໃນເນື້ອທີ່ແຕ່ສູນຈຸດຫ້າ (0.5) ເຮັກຕາຂຶ້ນໄປ ແລະ ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ແຕ່ຊາວສ່ວນຮ້ອຍ (20%) ຂຶ້ນໄປ.”204 “ທີ່ດິນປ່າໄມ້” ແມ່ນປະເພດການປົກຄອງລະດັບຊາດ ແລະ ເປັນເນື້ອທີ່ດິນທັງໝົດທີ່ລັດກຳນົດໃຫ້ເປັນທີ່ດິນປ່າໄມ້.205ປ່າໄມ້ ແບ່ງເປັນສາມປະເພດ. ປ່າປ້ອງກັນ ໝາຍເຖິງປ່າທີ່ມີຄວາມສຳຄັນພິເສດຕໍ່ການບໍລິການລະບົບນິເວດ ເຊັ່ນ ການຮັກສາແຫຼ່ງນ້ຳ, ...

SDG 1 ລຶບລ້າງຄວາມທຸກຍາກ

ເປົ້າໝາຍການພັດທະນາແບບຍືນຍົງທີ 1 (SDG 1) – ‘ລຶບລ້າງຄວາມທຸກຍາກ’ ແມ່ນແນໃສ່ການລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ. ເປົ້າໝາຍດັ່ງກ່າວຍັງແນໃສ່ຮັບປະກັນການຄຸ້ມຄອງທາງສັງຄົມ, ເພີ່ມທະວີການເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ສົ່ງເສີມຄວາມສາມາດຮອງຮັບຕໍ່ໄພພິບັດຈາກການປ່ຽນແປງຂອງສະພາບອາກາດ, ການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມສຳລັບຜູ້ທຸກຍາກ ແລະ ອ່ອນແອ.275 SDG 1 ລວມມີ 7 ເປົ້າໝາຍ, ແລະ 12 ຕົວຊີ້ວັດ. ເປົ້າໝາຍ 1.1-1.5 ລວມມີການລຶບລ້າງຄວາມທຸກຍາກ, ການຄຸ້ມຄອງທາງສັງຄົມ, ການເຂົ້າເຖິງການບໍລິການ, ແລະ ຄວາມສາມາດຮອງຮັບຕໍ່ໄພພິບັດ, ແລະ ເປົ້າໝາຍ 1.A-1.B ແມ່ນການລະດົມຊັບພະຍາກອນ ແລະ ປະຕິຮູບໂຄງສ້າງທາງນະໂຍບາຍສຳລັບພາລະກິດການລຶບລ້າງຄວາມທຸກຍາກ.276ໂຮງຮຽນປະຖົມໃນ ສປປ ລາວ, ຄາບເຂົ້າທ່ຽງສາມັກຄີ. ຮູບຖ່າຍໂດຍ: GPE/Stephan Bachenheimer, 17 ມັງກອນ ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

PrTjM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!