News
ອອກຄຳສັ່ງແນະນຳໃຫ້ປະຊາຊົນຫຼີກລ້ຽງການເດີນທາງທີ່ບໍ່ຈຳເປັນ, ປະຢັດນ້ຳມັນເພື່ອກະສິກຳ
ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຮຽກຮ້ອງໃຫ້ບັນດາສະມາຊິກພັກ-ລັດ ຈົ່ງມີສະຕິໃນການນຳໃຊ້ນ້ຳມັນເຊື້ອໄຟ ແລະ ບໍ່ໃຫ້ເດີນທາງໂດຍບໍ່ຈຳເປັນ, ໃຫ້ມີນ້ຳມັນສຳຮອງໄວ້ພຽງພໍເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ແລະ ກິດຈະກຳທີ່ສຳຄັນອື່ນໆ.ການນໍາໃຊ້ນໍ້າມັນເຊື້ອໄຟຢ່າງລະມັດລະວັງ ເປັນວິທີດຽວທີ່ຈະແກ້ໄຂບັນຫາຂາດແຄນໃນປະຈຸບັນ.ຊາວກະສິກອນ ຈໍານວນນຶ່ງ ຈົ່ມວ່າ ບໍ່ສາມາດ ປູກຝັງໄດ້ ຍ້ອນຂາດແຄນ ນໍ້າມັນ ແລະ ຮຽກຮ້ອງ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂວິກິດການ. ຫົວໜ້າສາຂາລັດວິສາຫະກິດນ້ຳມັນເຊື້ອໄຟລາວ ແຂວງຄຳມ່ວນ ທ່ານ ວົງສອນ ພິມມະວົງສາ ໄດ້ລາຍງານໃຫ້ນັກຂ່າວພາຍໃນແຂວງຊາບ ກ່ຽວກັບສະພາບ ການສະໜອງນ້ຳມັນເຊື້ອໄຟຢູ່ທ້ອງຖິ່ນ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ລັດອອກໝາຍກຳນົດການໃໝ່ສຳລັບການຈັດຕັ້ງບໍລິສັດນ້ຳມັນ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຊຸກຍູ້ໃຫ້ບັນດາບໍລິສັດ ທີ່ຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟດ້ວຍຕົນເອງ ໃຫ້ປັບປຸງທຸລະກິດຂອງຕົນໃຫ້ສອດຄ່ອງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ບໍ່ດັ່ງນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ.ທ່ານນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງວ່າການລັດຖະມົນຕີ ໄດ້ເຊັນຮັບຮອງແຈ້ງການຂອງລັດຖະມົນຕີກະຊວງການຄ້າ ສະບັບວັນທີ 20, ເພື່ອແນໃສ່ແຈ້ງການເຖິງບັນດາທຸລະກິດ ທີ່ມີຄວາມຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟ ໃຫ້ຍື່ນໃບຄຳຮ້ອງເພື່ອຂຶ້ນທະບຽນທຸລະກິດກັບອຳນາດການປົກຄອງ ບໍ່ໃຫ້ກາຍວັນທີ 1 ພຶດສະພາ ປີນີ້.ອ່ານຕໍ່ ...
ເອກະພອນ ພູທອນສີ