ລັດອອກໝາຍກຳນົດການໃໝ່ສຳລັບການຈັດຕັ້ງບໍລິສັດນ້ຳມັນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຊຸກຍູ້ໃຫ້ບັນດາບໍລິສັດ ທີ່ຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟດ້ວຍຕົນເອງ ໃຫ້ປັບປຸງທຸລະກິດຂອງຕົນໃຫ້ສອດຄ່ອງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ບໍ່ດັ່ງນັ້ນຈະບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ.

ທ່ານນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງວ່າການລັດຖະມົນຕີ ໄດ້ເຊັນຮັບຮອງແຈ້ງການຂອງລັດຖະມົນຕີກະຊວງການຄ້າ ສະບັບວັນທີ 20, ເພື່ອແນໃສ່ແຈ້ງການເຖິງບັນດາທຸລະກິດ ທີ່ມີຄວາມຕ້ອງການຮັກສາສິດໃນການນຳເຂົ້ານ້ຳມັນເຊື້ອໄຟ ໃຫ້ຍື່ນໃບຄຳຮ້ອງເພື່ອຂຶ້ນທະບຽນທຸລະກິດກັບອຳນາດການປົກຄອງ ບໍ່ໃຫ້ກາຍວັນທີ 1 ພຶດສະພາ ປີນີ້.

ອ່ານຕໍ່…

 

ເອກະພອນ ພູທອນສີ