News
MAF ແລະ WWF-Laos ໃຫ້ ຄຳໝັ້ນສັນຍາໃນການຮ່ວມມືໄລຍະຍາວກ່ຽວກັບການຕ້ານການຄ້າສັດປ່າ
ກົມກວດກາປ່າໄມ້(DoFI), ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັບກອງທຶນອະນຸລັກສັດປ່າປະຈຳລາວ (WWF-Laos) ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ພິທີລົງນາມດັ່ງກ່າວໄດ້ເຊັນໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາໄມ້ ແລະ ທ່ານ ໂລລິດສ໌ ປາເລັນຕີນີ, ຜູ້ບໍລິຫານ ກອງທຶນອະນຸລັກສັດປ່າປະຈຳລາວ. ສປປ ລາວ ໃນນາມຄູ່ຮ່ວມພາກພື້ນແມ່ນ້ຳຂອງ ແລະທັງເປັນແຫຼ່ງກຳເນີດ ແລະ ຈຸດຜ່ານແດນ ໃນການຂົນສົ່ງລຳລຽງການຄ້າສັດປ່າຈາກອາຊີ ແລະ ພາກສ່ວນຕ່າງໆຂອງໂລກ. ການຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງຕົວແທນລັດຖະບານ ແລະ ທັງອົງການຈັດຕັ້ງທາງສັງຄົມພົນລະເຮືອນຕ່າງໆ ແມ່ນເປັນຫົວໜ່ວຍສຳຄັນໃນການຢຸດເຊົາບັນຫາການຄ້າສັດປ່າ. ອ່ານຕໍ່ ...
ລັດສະໝີ ພອນວິໄລ
ກະຊວງອອກລະບຽບຄຸ້ມຄອງການເຄື່ອນໄຫວກ່ຽວກັບສັດປ່າ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງໄດ້ອອກແນວທາງໃໝ່ເພື່ອຄຸ້ມຄອງການສ້າງ ແລະ ການເຄື່ອນໄຫວສວນສັດ, ຟາມສັດປ່າ ແລະ ການຊື້ຂາຍສັດ ແລະ ພືດປ່າຈຳນວນໜຶ່ງ.ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກທິດຊີ້ນຳໃໝ່ໃນຂໍ້ຕົກລົງເລກທີ 0188 ວ່າດ້ວຍການສ້າງ ແລະ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌