News

ລັດເຊຍສະໜອງວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ

ລັດຖະບານລັດເຊຍໄດ້ສະໜອງວັກຊິນປ້ອງກັນພະຍາດໂຄວິດ-19, ອີງຕາມການລາຍງານຈາກສະຖານທູດລັດເຊຍປະຈຳນະຄອນຫຼວງວຽງຈັນ. ວັກຊິນດັ່ງກ່າວໄດ້ຮັບການພັດທະນາຈາກສູນກາມາເລຍາພະຍາດລະບາດວິທະຍາ ແລະ ຈຸລິນຊີ ຊີວະພາບແຫ່ງຊາດ ຊຶ່ງໄດ້ຮັບປະສິດທິພາບ 91.4 ສ່ວນຮ້ອຍ. ຜ່ານມາໜຶ່ງລ້ານຄົນລັດເຊຍໄດ້ຮັບວັກຊິນແມ່ນບໍ່ມີຜົນຂ້າງຄຽງ. ອ່ານຕໍ່ . ...

ຜູ້ສື່ຂ່າວທາມສ

ເຈົ້າໜ້າທີ່ເລັ່ງຕິດຕາມກວດກາຊາຍແດນລາວ - ໄທເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ

ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮຽກຮ້ອງໃຫ້ຕິດຕາມກວດກາຊາຍແດນ ເພື່ອປ້ອງກັນປະຊາຊົນທີ່ຂ້າມແດນຢ່າງຜິດກົດໝາຍຈາກປະເທດໄທ ແລະ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໃນປະເທດໄທ. ໃນທ່າມກາງການເພິ່ມຂື້ນຂອງກໍລະນີຕິດເຊື້ອໂຄວິດ 19 ຢູ່ປະເທດໄທ ໄດ້ເຮັດໃຫ້ແຮງງານລາວ ກັບຄືນປະເທດ, ທັງໃນທາງຖືກກົດໝາຍ ແລະ ຜິດກົດໝາຍ, ສະນັ້ນ ຈຶ່ງເປັນບັນຫາທີ່ສປປ ລາວໃຫ້ຄວາມເອົາໃຈໃສ່ລະວັງຄື້ນລູກທີ່ສອງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວອີກຄັ້ງ – ຕາມການລາຍງານຢ່າງເປັນທາງການຂອງຄະນະສະເພາະກິດເພື່ອຕ້ານໂຄວິດ19. ອ່ານຕໍ່   ...

ເພັດໂພໄຊ ແສງປະເສີດ

ລັດຖະບານວາງແຜນທີ່ຈະຫຼຸດຜ່ອນຜົນກະທົບຂອງພະຍາດລະບາດ

ບັນຫາເສດຖະກິດ, ໂດຍສະເພາະທິດທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຢູ່ໃນຄວາມພະຍາຍາມຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນບັນຫາສຳຄັນທີ່ຖືກນຳມາປຶກສາຫາລືໃນກອງປະຊຸມຂອງລັດຖະບານ ຊຶ່ງດຳເນີນຂື້ນໃນວັນພະຫັດທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ. ກອງປະຊຸມດຳເນີນຂື້ນໃນວັນທີ 7-8 ມັງກອນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີການເຂົ້າຮ່ວມຂອງບັນດາຄະນະລັດຖະບານຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ.​ອ່ານຕໍ່  ...

ສົມສັກ ພົງຂາວ

ສະຫະລັດ ແລະ ອົງການຢູນີເຊັບ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ການຮັບມືກັບພະຍາດໂຄວິດ-19

ອົງການຢູນີເຊັບປະຈຳ ສປປ ລາວ ໄດ້ສະໜອງໂທລະໂຄ່ງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ໃຫ້ແກ່ສະຫະພັນແມ່ຍິງລາວ ເພື່ອເພິ່ມຄວາມເອົາໃຈໃສ່ກ່ຽວກັບພະຍາດໂຄວິດ-19 ແລະ ມາດຕະການກັນຕ່າງໆ ໃນລະດັບຊຸມຊົນ. ການສະໜອງດັ່ງກ່າວ ໄດ້ຖືກສະໜັບສະໜູນໂດຍກອງທຶນຈາກ ລັດຖະບານຂອງສະຫະລັດໂດຍຜ່ານອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມລິກາ ຫຼື USAID. ອ່ານຕໍ່  ...

ສຳນັກຂ່າວສານປະເທດລາວ

ປະຊາຊົນທົ່ວໄປຈະໄດ້ຮັບການກວດ ແລະ ປິ່ນປົ່ວພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ

ການກວດ ແລະ ປິ່ນປົວໂຄວິດ-19 ສຳລັບປະຊາຊົນທີ່ສຳພັດກັບເຊື້ອພະຍາດຈະໄດ້ຮັບການບໍລິການໂດຍບໍ່ເສຍຄ່າ ແຕ່ຄ່າໃຊ້ຈ່າຍຈະໄດ້ດຳເນີນກັບບຸກຄະລາກອນຈາກພາກສ່ວນທຸກລະກິດ. ທ່ານ ຮສຈ.ດຣ.ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນອັງຄານວ່າ: “ຄ່າບໍລິການແລະໃຊ້ຈ່າຍກ່ຽວກັບໂຄວິດ-19 ແມ່ນຈະຖືກເກັບຈາກນັກທຸລະກິດ ແລະ ຕ່າງປະເທດທີ່ອາໃສແລະເຮັດວຽກຢູ່ລາວ”. ອ່ານຕໍ່   ...

ສຸກສາຄອນ ແຫວນແກ້ວ

ປະເທດລາວມີຄວາມພະຍາຍາມຫຼາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ກ່າວໂດຍ ລັດຖະມົນຕີກະຊວງສາທາລະນະສຸກ

ພວກເຮົາໄດ້ໃຊ້ຄວາມພະຍາຍາມໃນການເຮັດວຽກຮ່ວມກັບປະຊາຄົມໂລກ ເພື່ອກະກຽມ ແລະ ໄດ້ຮັບວັກຊິນສຳລັບປະຊາຊົນລາວ, ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວຕໍ່ງານຖະແຫຼງຂ່າວໃນວັນທີ 31​ ທັນວາ. ບັນດາປະເທດ ແລະ ທົ່ວໂລກ ໄດ້ພະທະນາວັກຊິນປ້ອງກັນໂຄວິດ-19 ເຖິງ 209 ຊະນິດ ແຕ່ວ່າຍັງບໍ່ມີຊະນິດໃດບັນລຸມາດຕະຖານຄວາມປອດໄພ ແລະ ປະສິດທິພາບຂອງອົງການອະນາໂລກເທື່ອ. ອ່ານຕໍ່   ...

ຜູ້ສື່ຂ່າວສານປະເທດລາວ

ການກວດຫາເຊື້ອໂຄວິດ-19 ຈະເລິ່ມມີການເກັບຄ່າບໍລິການ

ກະຊວງສາທາລະນະສຸກ ຈະໂຈະການສືບຕໍ່ສະໜອງການກວດຫາເຊື້ອໂຄວິດ-19 ຟຣີ, ປະຊາຊົນລາວ ແລະ ຕ່າງປະເທດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການກວດ ແລະ ການຮັກສາອື່ນໆເອງ.​ ໂຄງການກວດກາເຊື້ອໂຄວິດ-19 ແມ່ນໄດ້ເລີ່ມໃຫ້ບໍລິການໂດຍບໍ່ເສຍຄ່ານັບແຕ່ການກວດພົບກໍລະນີຕິດເຊື້ອຄົນທຳອິດຢູ່ ສປປ ລາວ ໃນເດືອນມີນາ. ຕໍ່ໄປ, ທຸກໆຄ່າໃຊ້ຈ່າຍໃນການຮັກສາທີ່ຈັດຂື້ນໂດຍລັດຖະບານຂັ້ນສູນກາງ ແລະ ທ້ອງຖິ່ນ ແມ່ນຈະເລີ່ມມີການເກັບຄ່າໃຊ້ຈ່າຍ, ຊຶ່ງຈຳນວນແມ່ນຂື້ນກັບແຕ່ລະກໍລະນີ. ອ່ານເພິ່ມເຕີມ  ...

ຄອນສະຫວັນ ລັດຊະເພົາ

ຄະນະສະເພາະກິດຮຽກຮ້ອງໃຫ້ມີການປະຕິບັດການທີ່ເຂັ້ມງວດກ່ວາເກົ່າ ຕໍ່ກັບການຄວບຄຸມພະຍາດໂຄວິດ-19

ໃນວັນຈັນ, ຄະນະຊີ້ນຳລະດັບຊາດຮັບຜິດຊອບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ໄດ້ ຮຽກຮ້ອງໃຫ້ບັນດາອຳນາດການປົກຄອງ ແລະ ປະຊາຊົນທົ່ວປະເທດ ປະຕິບັດມາດຕະການຢ່າງເຂັ້ມງວດ ເພື່ອຮັບປະກັນຊີວິດການເປັນຢູ່ທີ່ປອດໄພຂອງທຸກຄົນ. ລັດຖະບານໄດ້ເຂົ້າມາມີສ່ວນຮ່ວມຕໍ່ບັນດາມາດຕະການເພື່ອປ້ອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍອີງຕາມຄຳສັ່ງຂອງທ່ານນາຍົກພາຍຫຼັງມີການລາຍງານຜູ້ຕິດເຊື້ອທີ່ເພິ່ມຂື້ນຈາກປະເທດໄທ. ຮຽກຮ້ອງໃຫ້ທຸກໆຄົນຮັກສາໄລຍະຫ່າງ, ລ້າງມືເປັນປະຈຳ, ໃສ່ໜ້າກາກອະນາໄມເວລາຢູ່ທີ່ຊຸມຊົນ ແລະ ເວລາໄອຫຼືຈາມໂດຍເອົາແຂນສອກຮອງຮັບ ຫຼື ເຈ້ຍອະນາໄມ ເພື່ອບໍ່ໃຫ້ເຊື້ອພະຍາດແຜ່ລາມ. ອ່ານຕໍ່   ...

ເພັດໂພໄຊ ແສງປະເສີດ

ຟຣີວັກຊິກປ້ອງກັນໂຄວິດ-19 ອາດຈະມີຄວາມພ້ອມໃນປີ 2021​

ວັກຊິກປ້ອງກັນໂຄວິດ-19 ຈະພ້ອມສຳລັບຄົນລາວໃນປີໜ້າ ເພື່ອສະໜອງການປ້ອງກັນຂອງພະຍາດລະບາດໃນລະຫວ່າງໄພຂົ່ມຂູ່ຂອງການຕິດເຊື້ອກໍຍັງຄົງມີຢູ່. ອີງຕາມສູນທົດລອງ ແລະ ໂລກລະບາດວິທະຍາແຫ່ງຊາດ, ກະຊວງສາທາລະນະສຸກອາທິດທີ່ຜ່ານມານີ້, ວັກຊິກດັ່ງກ່າວຈະຮັບການຜະລິດຂື້ນໂດຍບັນດາປະເທດເພື່ອນມິດ. Keep reading  ...

ເພັດໂພໄຊ ແສງປະເສີດ

ບັນດາປະເທດ ACMECS ຮຽກຮ້ອງໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ເປັນສິນຄ້າສາທາລະນະ

ຍຸດທະສາດການຮ່ວມມືເສດຖະກິດລະຫວ່າງ ແມ່ນນ້ຳ ເອລາວະດີ-ເຈົ້າພະຍາ-ແມ່ນຳ້ຂອງ (ACMECS) ໃນວັນພຸດຜ່ານມາ ໄດ້ຮຽກຮ້ອງໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ກາຍເປັນສິນຄ້າສາທາລະນະ. ບັນດາຜູ້ນຳຂອງປະເທດ ACMECS ເຊັ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ຮຽກປະຊຸມສາຍໃນວາລະກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ທີ່ໄດ້ຈັດຂື້ນຜ່ານວີດີໂອອອນລາຍ. “ເພື່ອຕ້ານໂຄວິດ-19, ບັນດາຜູ້ນຳໄດ້ຕົກລົງກັນ ເພິ່ມທະວີຄວາມພະຍາຍາມຂອງຊາດຢ່າງຕໍ່ເນື່ອງ ແລະ ສ້າງຄວາມຮ່ວມມືທີ່ເຂັ້ມແຂງ ພາຍໃນປະເທດປະເທດອາຊຽນ-ກົນໄກການນຳພາຕ່າງໆ, ຮ່ວມກັບຄູ່ຮ່ວມພາຍນອກ ແລະ ບັນດາອົງການຈັດຕັ້ງສາກົນ, ໂດຍສະເພາະອົງການອະນາໄມໂລກ, ເພື່ອຮັບປະກັນວ່າ ວັກຊິນໂຄວິດ-19 ຈະກາຍເປັນສິນຄ້າສາທາລະນະ ພ້ອມທັງມີການສະໜອງດ້ານບໍລິການການແພດ, ທຸກຄົນເຂົ້າເຖິງ ແລະ ສາມາດຊື້ໄດ້”, ຄຳຖະແຫຼງພາຍຫຼັງການປະຊຸມສາຍ.ອ່ານເພິ່ມເຕີມ .  ...

ສຳນັກຂ່າວຊິນຫົວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Bj6rJ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!