ບັນດາປະເທດ ACMECS ຮຽກຮ້ອງໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ເປັນສິນຄ້າສາທາລະນະ

ຍຸດທະສາດການຮ່ວມມືເສດຖະກິດລະຫວ່າງ ແມ່ນນ້ຳ ເອລາວະດີ-ເຈົ້າພະຍາ-ແມ່ນຳ້ຂອງ (ACMECS) ໃນວັນພຸດຜ່ານມາ ໄດ້ຮຽກຮ້ອງໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ກາຍເປັນສິນຄ້າສາທາລະນະ. 

ບັນດາຜູ້ນຳຂອງປະເທດ ACMECS ເຊັ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໄດ້ຮຽກປະຊຸມສາຍໃນວາລະກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ທີ່ໄດ້ຈັດຂື້ນຜ່ານວີດີໂອອອນລາຍ. 

“ເພື່ອຕ້ານໂຄວິດ-19, ບັນດາຜູ້ນຳໄດ້ຕົກລົງກັນ ເພິ່ມທະວີຄວາມພະຍາຍາມຂອງຊາດຢ່າງຕໍ່ເນື່ອງ ແລະ ສ້າງຄວາມຮ່ວມມືທີ່ເຂັ້ມແຂງ ພາຍໃນປະເທດປະເທດອາຊຽນ-ກົນໄກການນຳພາຕ່າງໆ, ຮ່ວມກັບຄູ່ຮ່ວມພາຍນອກ ແລະ ບັນດາອົງການຈັດຕັ້ງສາກົນ, ໂດຍສະເພາະອົງການອະນາໄມໂລກ, ເພື່ອຮັບປະກັນວ່າ ວັກຊິນໂຄວິດ-19 ຈະກາຍເປັນສິນຄ້າສາທາລະນະ ພ້ອມທັງມີການສະໜອງດ້ານບໍລິການການແພດ, ທຸກຄົນເຂົ້າເຖິງ ແລະ ສາມາດຊື້ໄດ້”, ຄຳຖະແຫຼງພາຍຫຼັງການປະຊຸມສາຍ.

ອ່ານເພິ່ມເຕີມ …. 

ສຳນັກຂ່າວຊິນຫົວ