ລາວອີໂກໂນມິກເດລີ

ພາກລັດອະນຸມັດໃຫ້ເຊໂປນມາຍນິງຈຳກັດຂຸດຄົ້ນແຮ່ຄຳເຄົ້າ

ໃນວັນທີ 21 ກຸມພາ 2022 ລັດຖະບານແຫ່ງສປປ ລາວ ແລະ ບໍລິສັດ ເຊໂປນ ມາຍນິ້ງ ໄດ້ຮ່ວມລົງນາມສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳເຄົ້າຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ດ້ວຍເນື້ອທີ່ 206,72 ແຮັກຕາ ຊຶ່ງບໍລິສັດໄດ້ມອບພັນທະລ່ວງໜ້າໃຫ້ລັດຖະບານຈຳນວນ 3 ລ້ານໂດລາ ສະຫະລັດ. ອ່ານເພິ່ມເຕີມ​ ...

ແຂວງຄຳມ່ວນ ມີ 315 ບ້ານທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຈຳນວນບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນທົ່ວແຂວງຄຳມ່ວນ ຮອດວັນທີ 31 ກໍລະກົດ ມີທັງໝົດ 315 ບ້ານໃນທົ່ວແຂວງເພີ່ມຂຶ້ນຈາກວັນທີ 30 ທີ່ຜ່ານມາ ຈຳນວນ 6 ບ້ານ, ຈຳນວນທີ່ຖືກຜົນກະທົບ ເພີ່ມຂຶ້ນຈາກ 13.589 ຄອບຄົວ ເປັນ 17.595 ຄອບຄົວ, ເນື້ອທີ່ນາຖືກຖ້ວມເພີ່ມຂຶ້ນຈາກ 25.049 ເຮັກຕາ ເປັນ 28.613 ເຮັກຕາ.ອ່ານຕໍ່ ...

ກອງຄຳ

ຊຽງຂວາງກໍໜັກ ຈາກອຸທົກກະໄພ ເສຍຊີວິດ2 ຄົນ, ຂົວຂາດ ແລະ ເປ່ເພທັງໝົດ14 ແຫ່ງ

ຊ່ວງໄລຍະຕົ້ນເດືອນນີ້ຫາປະຈຸບັນ ແຂວງຊຽງຂວາງມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງຊຽງຂວາງ 7 ເມືອງຂອງແຂວງແມ່ນໄດ້ຮັບຜົນເສຍຫາຍຫຼາຍຢ່າງ ເປັນຕົ້ນແມ່ນເມືອງແປກ ທີ່ເສຍຫາຍຫຼາຍກ່ວາເມືອງອື່ນ ມີ 37 ບ້ານຂອງເມືອງແປກທີ່ໄດ້ຮັບຜົນເສຍຫາຍ, ນ້ຳຖ້ວມເຮືອນເປ່ເພ 41 ຫຼັງ, ນ້ຳຖ້ວມທົ່ງນາເສຍຫາຍປະມານ 475,4 ເຮັກຕາ, ສວນ 0,5ເຮັກຕາ, ເລົ້າເຂົ້າເສຍຫາຍ 24 ເລົ້າ, ຂົວຂາດ 4 ແຫ່ງ, ເສັ້ນທາງເປ່ເພ 4 ຈຸດ, ເສັ້ນທາງຂາດ 2 ຈຸດ, ເສົາໄຟຟ້າ(ເສົາເຫຼັກ)ໂຄ່ນລົ້ມ 13 ຕົ້ນ, ນ້ຳຖ້ວມປ້ຳນ້ຳມັນ 1 ປ້ຳ, ຖ້ວມຟາມໄກ່ 2 ແຫ່ງ ຊົນລະປະທານ ແລະ ຝາຍເປ່ເພເສຍຫາຍ ແລະ ອື່ນໆ.ອ່ານຕໍ່ ...

ບຸນມີ ແສງທຸມມີ

ສະຖານທີ່ທ່ອງທ່ຽວ 6 ແຫ່ງໃນຫຼວງພະບາງ ສາມາດສ້າງລາຍຮັບໄດ້ແລ້ວ 11 ຕື້ກວ່າກີບ

ຕາມຂໍ້ມູນຂອງພະແນກການເງິນແຂວງຫຼວງພະບາງ ໃຫ້ຮູ້ໃນທ້າຍເດືອນ ມິຖຸນາ 2018  ຜ່ານມາວ່າ: ການເກັບລາຍຮັບຈາກການບໍລິການເຂົ້າຊົມແຫຼ່ງທ່ອງທ່ຽວພາຍໃນແຂວງ, ນະຄອນຫຼວງພະບາງ ແລະ ເມືອງ ໄດ້ນໍາໃຊ້ເຄື່ອງທີທັນສະໄໝເຂົ້າໃນການເກັບລາຍຮັບ ໂດຍສົມທົບກັບກົມສ່ວຍສາອາກອນອ່ານຕໍ່ ...

ເພັດສາຄອນ ສິມມະວົງ

ບໍລິສັດຈາກຍີ່ປຸ່ນ ເຂົ້າມາເປີດໂຮງງານຜະລິດຕຸກກະຕາແຫ່ງທໍາອິດໃນລາວ

ບໍລິສັດ ເອບັອກ ທອຍສ໌ ( ລາວ ) ຈໍາກັດ ຜະລິດຕຸກກະຕາທີ່ມີຊື່ສຽງຂອງໂລກ ພາຍໃຕ້ຍີ່ຫໍ້ ຊິລວະນຽນ ຟາມີລີ (Sylvanian families) ທີ່ມີຈໍາໜ່າຍຫຼາຍກວ່າ 60 ປະເທດໃນທົ່ວໂລກໄດ້ເປີດໂຕໂຮງງານຢູ່ລາວ.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ກວດພົບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ສົດ ຢູ່ຕະຫຼາດສະຫວັນໄຊ ນະຄອນໄກສອນພົມວິຫານ

ພະແນກການຕ່າງໆທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ແລະ ນະຄອນໄກສອນ ພົມວິຫານ ໄດ້ສົມທົບກັນລົງເຄື່ອນໄຫວເກັບກຳ ແລະກວດສອບສານພິດຕົກຄ້າງໃນພືດຜັກ ແລະໝາກໄມ້ສົດ ທີ່ຈຳໜ່າຍຢູ່ຕະຫລາດສະຫວັນໄຊ ເທສະບານແຂວງ ໃນວັນທີ 26 ມິຖຸນາ 2018 ໃນຂະນະທີ່ປະຊາຊົນຈຳນວນຫລວງຫລາຍ ທັງຜູ້ຊື້ ແລະຜູ້ຂາຍຕ່າງກໍ່ໃຫ້ຄວາມສົນໃຈຕິດຕາມຢ່າງຈົດຈໍ່.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ທ້າຍປີນີ້ ເມືອງ ພູຄູນ ຈະສຸມໃສ່ຍົກລະດັບດ້ານສາທາລະນະສຸກໃຫ້ດີຂຶ້ນ

6 ເດືອນ ທ້າຍປີ 2018 ນີ້ ຫ້ອງການສາທາລະນະສຸກເມືອງພູຄູນ ແຂວງ ຫຼວງພະບາງ ຈະສຸມໃສ່ວຽກງານໃຫ້ບັນລຸຕາມ 10 ຕົວຊີ້ວັດ ແລະ 8 Dli ໃນນີ້ຈະເລັ່ງໃສ່ເດັກລຸ່ມ 5 ປີ ທີມີນໍ້າໜັກຫຼຸດກວ່າມາດຕະຖານ, ລົງສັກຢາກັນພະຍາດ ພ້ອມທັງຕິດຕາມແມ່ມານ ແລະ ແມ່ສຽງໄພທຸກກໍລະນີສົ່ງໄປຍັງໂຮງໝໍເມືອງ ເພື່ອຮັບປະກັນແມ່ ແລະ ເດັກ ປອດໄພ ແລະ ປະຕິບັດ 5 ດີ 1 ພໍໃຈ ໃນການບໍລິການປິ່ນປົວໃນສະຖານທີ່ໂຮງໝໍເມືອງ.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ເມືອງຍອດອູ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ, ເສັ້ນທາງ ແລະ ຂົວເປ່ເພ່

ຈາກສະພາບຝົນຕົກແຮງທີ່ແຂວງຜົ້ງສາລີ ໃນລະຫວ່າງວັນທີ 24-25 ມິຖຸນາ 2018 ຜ່ານມາ ເຮັດໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງທີ່ເມືອງຍອດອູ ກວມເນື້ອທີ່ 594.28 ເຮັກຕາ, ມີເສັ້ນທາງ ແລະ ຂົວຈຳນວນໜຶ່ງເປ່ເພ່.ຈາກລາຍງານເລື່ອງຜົນກະທົບໄພພິບັດນ້ຳຖ້ວມເນື້ອທີ່ນາ, ສວນສາລີ ແລະ ຜົນລະປູກ ຂອງປະຊາຊົນຢູ່ເມືອງຍອດອູ ແຂວງຜົ້ງສາລີ ຄັ້ງວັນທີ 25 ມິຖຸນາ 2018 ແລະ ອີງໃສ່ການລົງເກັບກຳຂໍ້ມູນຕົວຈິງຂອງທີມງານແຂວງ ແລະ ເມືອງຍອດອູ ຄັ້ງວັນທີ 26 ມິຖຸນາ 2018 ໃຫ້ຮູ້ວ່າ: ທົ່ວເມືອງມີນໍ້າຖ້ວມທັງໝົດ 594.28 ເຮັກຕາ, ໃນນີ້ມີເນື້ອທີ່ນາທັງໝົດ 367.58 ເຮັກຕາ, ມີຂົວຖືກເຊາະເຈື່ອນ 2 ແຫ່ງ (ຂົວນ້ຳແດງ ແລະ ຂົວຫ້ວຍລິ່ງ).ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ໂຄງການຣີສອດລາວຄົບວົງຈອນ ຫຼັກ 62 ຈະປ່ຽນໃບໜ້າໃໝ່ໃຫ້ແກ່ແຫຼ່ງທ່ອງທ່ຽວໃນລາວ

ພາຍຫຼັງທີ່ ບໍລິສັດທີ່ປຶກສາໄຂ່ມຸກຕາເວັນອອກ ຈຳກັດ ໄດ້ບັນລຸຂໍ້ຕົກລົງກັບລັດຖະບານລາວໃນການເຂົ້າໄປສຶກສາຄວາມເປັນໄປໄດ້ໃນການສ້າງຣີສອດລາວແບບຄົບວົງຈອນ ໃນມູນຄ່າ 3 ຕື້ໂດລາສະຫະລັດ, ໂດຍລັດຖະບານລາວຖືຮຸ້ນ 20% ເຊິ່ງເປົ້າໝາຍນອກຈາກການໃຫ້ຄວາມບັນເທີງແລ້ວ ສິ່ງສຳຄັນກໍ່ຄືຕ້ອງການພັດທະນາໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວຕື່ມອີກ.ອ່ານຕໍ່  ...

ລາວອີໂຄໂນມິກເດລີ

ກະຊວງປ້ອງກັນປະເທດມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດ ໃຫ້ກັບກະຊວງ ຮສສ

ໃນວັນທີ 25 ມິຖຸນາ 2018 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ກະຊວງປ້ອງກັນປະເທດ ໄດ້ມອບເງິນຈຳນວນ 404 ລ້ານກີບ (ສີ່ຮ້ອຍສີ່ລ້ານກີບ) ທີ່ໄດ້ການຮີບໂຮມຈາກບັນດາກົມກອງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ໃຫ້ກັບກະຊວງ ຮສສ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ ໃຫ້ທ່ວງທັນສະພາບ ໃນບັນດາແຂວງພາກເໜືອ,ພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ.ອ່ານຕໍ່ ...

ລາວອີໂຄໂນມິກເດລີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Rcvux
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!