ຊຽງຂວາງກໍໜັກ ຈາກອຸທົກກະໄພ ເສຍຊີວິດ2 ຄົນ, ຂົວຂາດ ແລະ ເປ່ເພທັງໝົດ14 ແຫ່ງ

ຊ່ວງໄລຍະຕົ້ນເດືອນນີ້ຫາປະຈຸບັນ ແຂວງຊຽງຂວາງມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ນ້ຳຖ້ວມຢູ່ຫຼາຍພື້ນທີ່ພາຍໃນແຂວງຊຽງຂວາງ 7 ເມືອງຂອງແຂວງແມ່ນໄດ້ຮັບຜົນເສຍຫາຍຫຼາຍຢ່າງ ເປັນຕົ້ນແມ່ນເມືອງແປກ ທີ່ເສຍຫາຍຫຼາຍກ່ວາເມືອງອື່ນ ມີ 37 ບ້ານຂອງເມືອງແປກທີ່ໄດ້ຮັບຜົນເສຍຫາຍ, ນ້ຳຖ້ວມເຮືອນເປ່ເພ 41 ຫຼັງ, ນ້ຳຖ້ວມທົ່ງນາເສຍຫາຍປະມານ 475,4 ເຮັກຕາ, ສວນ 0,5ເຮັກຕາ, ເລົ້າເຂົ້າເສຍຫາຍ 24 ເລົ້າ, ຂົວຂາດ 4 ແຫ່ງ, ເສັ້ນທາງເປ່ເພ 4 ຈຸດ, ເສັ້ນທາງຂາດ 2 ຈຸດ, ເສົາໄຟຟ້າ(ເສົາເຫຼັກ)ໂຄ່ນລົ້ມ 13 ຕົ້ນ, ນ້ຳຖ້ວມປ້ຳນ້ຳມັນ 1 ປ້ຳ, ຖ້ວມຟາມໄກ່ 2 ແຫ່ງ ຊົນລະປະທານ ແລະ ຝາຍເປ່ເພເສຍຫາຍ ແລະ ອື່ນໆ.

ອ່ານຕໍ່…

ບຸນມີ ແສງທຸມມີ