ຂປລ-ຂ່າວສານປະເທດລາວ

ສະຖານນີກະຈາຍສັນຍານພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການ

(ຂປລ/VNA) ສະຖານນີສົ່ງສັນຍານວິທະຍຸ ແລະ ໂທລະທັດພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການໃນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຕັ້ງແຕ່ວັນທີ 25 ທັນວາ ພາຍຫຼັງການກໍ່ສ້າງສາມປີ.ສະຖານນີກະຈາຍສັນຍານໃນເນື້ອທີ 10,000 ຕາແມັດ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນການກໍ່ສ້າງລວມເກືອບ 115 ຕື້ດົງຫວຽດນາມ (4.9 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.ອ່ານຕໍ່ ...

ບັນນາທິການ ຂປລ

ກອງທຶນ ADB ຊ່ວຍຍົກລະດັບທາງເຂົ້າຖ້ຳຈອມອົງ

(ຂປລ) ທະນາຄານພັດທະນາອາຊີ – ADB – ມອບທຶນຊ່ວຍເຫຼືອລ້າຈຳນວນ 9 ລ້ານໂດລາສະຫະລັດເພື່ອຍົກລະດັບຖະໜົນເຂົ້າເຖິງຖ້ຳຈອມອົງ, ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງເມືອງໄຊ ແຂວງອຸດົມໄຊ.ຜ່ານໄລຍະເວລາ 1 ປີ, ການຍົກລະດັບຖະໜົນໄລຍະ 56 ກມ ເຮັດໄດ້ສຳເລັດ 10%. ແລະຄາດວ່າໂຄງການກໍ່ສ້າງຈະສຳເລັດສົມບູນພາຍໃນເດືອນທັນວາ 2019.ອ່ານຕໍ່ ...

ບັນນາທິການ ຂປລ

ຍີ່ປຸ່ນສົ່ງເສີມການສ້າງລາຍໄດ້ສຳລັບຄົນພິການໃນລາວ

(ຂປລ) ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 292,195  ໂດລາສະຫະລັດ ເພື່ອສົ່ງເສີມການສ້າງລາຍຮັບສຳລັບຜູ້ພິການໃນ ສປປ ລາວ.  ທຶນຊ່ວຍເຫຼືອດັ່ງກ່າວແມ່ສຳລັບການດຳເນີນກິດຈະກຳໃນປີທຳອິດຂອງໂຄງການໄລຍະສອງປີ.ອ່ານຕໍ່ ...

ບັນນາທິການ ຂປລ

NA Approves Law On Health Insurance

(KPL) People’s representatives yesterday, Dec 13 approved the Law on Health Insurance, the first of its kind.Brainstorming the law, the lawmakers expressed that they expected that the law would allow low income families to access universal health insurance with some saying that the law would be an ...

ບັນນາທິການ ຂປລ

ອົດສະຕຣາລີ ສົ່ງເສີມການເກັບກູ້ະເບີດໃນພື້ນທີ່ປະສົບໄພນ້ຳຖ້ວມແຂວງອັດຕະປື

(ຂປລ) ວັນທີ 12 ທັນວານີ້ ລັດຖະບານອົດສະຕຣາລີໄດ້ລົງນາມຢ່າງເປັນທາງການ ໃນຂໍ້ຕົກລົງກັບອົງການ ຢູເອັນດີພີ ກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ເມືອງສະໜາມໄຊ ເພື່ອຮັບປະກັນຄວາມປອດໄພສຳລັບຊຸມຊົນທີ່ຕ້ອງຍົກຍ້າຍທີ່ຢູ່ອາໄສເນື່ອງຈາກໄພນ້ຳຖ້ວມໃນປີນີ້. ອົດສະຕຣາລີ ໄດ້ມອບທຶນຊ່ວຍເຫຼືອ 200,000 ໂດລາອົດສະຕຣາລີ ໂດຍຜ່ານອົງການ ຢູເອັນດີພີ ໃຫ້ແກ່ລັດຖະບານລາວ ເພື່ອດຳເນີນການປະຕິບັດການເກັບກູ້ ລບຕ ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການ ຂປລ

ສ ເກົາຫຼີ ແລະ ຢູນິເຊັບ ໃຫ້ການຊ່ວຍເຫຼືອດ້ານການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍໃນອັດຕະປື

(ຂປລ) ລັດຖະບານສາທາລະນະລັດເກົາຫຼີ ໄດ້ມອບທຶນຊ່ວຍເຫຼືອຈຳນວນ 300,00 ໂດລາສະຫະລັດໃຫ້ແກ່ອົງການຢູນິເຊັບ ເພື່ອຊຸກຍູ້ການເບິ່ງແຍງ ແລະ ການປົກປ້ອງເດັກນ້ອຍທີ່ຕ້ອງສູນເສຍຜູ້ປົກຄອງທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...

ບັນນາທິການ ຂປລ

ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນການຟື້ນຟູຂະແໜງການກະສິກຳໃນປີໜ້າ 

(ຂປລ) ລັດຖະບານອະນຸມັດງົບປະມານເພີ່ມເຕີມ 500 ຕື້ກີບໃນບ້ວງການຊ່ວຍເຫຼືອບັນເທົາທຸກສຸກເສີນ ໃນການຟື້ນຟູພື້ນຖານໂຄງລ່າງຂະແໜງການກະສິກຳທີ່ຖືກເສຍຫາຍຈາກໄພນ້ຳຖ້ວມໃນໄລຍະຜ່ານມາ, ການຈັດຊື້ວັດຖຸດິບການຜະລິດກະສິກຳເຊັ່ນ ແນວພັນເຂົ້າ, ປຸ໋ຍ ແລະ ເພື່ອຊົດເຊີຍຕໍ່ຄວາມເສຍຫາຍຈາກການລະບາດຂອງແມງໄມ້ ໂດຍສະເພາະໃນບັນດາແຂວງພາກເໜືອ.ອ່ານຕໍ່ ...

ບັນນາທິການ ຂປລ

ການຫາລືບັນຫາຄວາມປອດໄພຂອງອາຫານ

(ຂປລ) ຕາງໜ້າຈາກບັນດາກົມກອງກະຊວງ 20 ກວ່າຄົນ ເຂົ້າຮ່ວມຮຽນຮູ້ສະພາບການ ແລະ ຜົນກະທົບກ່ຽວກັບອາຫານປົນເປື້ອນ ແລະ ໜ້າທີ່ຮັບຜິດຊອບຂອງອຳນາດການປົກຄອງທີ່ກ່ຽວຂ້ອງ ໃນກອງປະຊຸມວິຊາການ ພາຍໃຕ້ການສະໜັບສະໜູນຂອງໂຄງການຊ່ວຍເຫຼືອຂອງກະຊວງການຕ່າງປະເທດ ແລະ ການຄ້ານິວຊີແລນ.ອ່ານຕໍ່ ...

ບັນນາທິການ ຂປລ

ທະນາຄານເອັກຊິມແຫ່ງປະເທດໄທເປີດສຳນັກງານຕົວແທນທີ່ວຽງຈັນ

(ຂປລ) ທະນາຄານເພື່ອການສົ່ງອອກ-ນຳເຂົ້າ (ເອັກຊິມ) ແຫ່ງປະເທດໄທໄດ້ເປີດສຳນັກງານຕົວແທນປະຈຳວຽງຈັນຢ່າງເປັນທາງການ ໃນວັນທີ 30 ພະຈິກນີ້ ເພື່ອສະໜັບສະໜູນນະໂຍບາຍຂອງລັດຖະບານ ກ່ຽວກັບການສ້າງປຶກແຜ່ນທາງດ້ານການຄ້າ ແລະ ການລົງທຶນໃນພາກພື້ນລຸ່ມແມ່ນ້ຳຂອງ ເຊິ່ງລວມມີປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.ອ່ານຕໍ່  ...

ບັນນາທິການ ຂປລ

ລັດຖະບານວາງແຜນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກ 2,548 ພັນຕື້ກີບ

(ຂປລ) ລັດຖະບານວາງແຜນງົບປະມານ 2,548 ພັນຕື້ກີບສຳລັບພາລະກິດຫຼຸດຜ່ອນຄວາມທຸກຍາກໃນປີໜ້າ.ລັດຖະບານມີແຜນມຸ່ງໝັ້ນ ໃນການເຮັດໃຫ້ 4,649 ຄອບຄົວໃນ 220 ບ້ານທົ່ວປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານພາຍໃນປີໜ້າ, ຕາມການລາຍງານຂອງທ່ານ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນກອປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 29 ພະຈິກທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7tWPa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!