News

ຈັດສັນແລວທາງດ່ວນເພື່ອເຊື່ອມຕໍ່ຈີນ, ລາວ, ໄທ

ແລວທາງດ່ວນໄດ້ມີຮັບການມອບໝາຍ ສຳລັບເສັ້ນທາງດ່ວນສາຍບໍ່ແຕນ-ຫ້ວຍຊາຍ ເພື່ອເຊື່ອມຕໍ່ຈີນໄປຫາໄທຜ່ານລາວ. ກະຊວງໂຍທາທິການແລະ ຂົນສົ່ງໄດ້ຈັດກອງປະຊຸມໃນວັນສຸກຜ່ານມາ ແລະ ອະນຸມັດການຄັດເລືອກແລວທາງ K ໄລຍະ 181 ກມ ຕັດຜ່ານດິນແດນລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຍີ່ປຸ່ນສະໜັບສະໜູນໂຄງການຊົນລະປະທານທີ່ປອດໄພຕໍ່ປາໃນແມ່ນ້ຳຂອງ

ລັດຖະບານຍີ່ປຸ່ນຈະສືບຕໍ່ການຊ່ວຍເຫຼືອຄະນະກະມາທິການແມ່ນ້ຳຂອງ (MRC) ໃນການຈັດຕັ້ງປະຕິບັດໂຄງການລະດັບພາກພື້ນເພື່ອສົ່ງເສີມການຕິດຕັ້ງທາງຜ່ານສຳລັບປາໃນລະບົບຊົນລະປະທານໃນລ້ອງແມ່ນ້ຳຂອງ.ອ່ານຕໍ່ ...

ເອກະພອນ ພູທອນສີ

ລຸກເຊັມບວກຊ່ວຍເຫຼືອໂຮງໝໍໃນແຂວງບໍລິຄຳໄຊ

ຄົນເຈັບຈະມີຄວາມໄວ້ວາງໃຈເພີ່ມຂຶ້ນໃນການປິ່ນປົວສຸຂະພາບ ຫຼັງຈາກພິທີເປີດໂຮງໝໍແຫ່ງໃໝ່ໃນແຂວງບໍລິຄຳໄຊວານນີ້ ເຊິ່ງເປັນສ່ວນໜຶ່ງຂອງການຍົກລະດັບການບໍລິການສາທາລະນະສຸກ ສູ່ມາດຕະຖານສາກົນໃນພາກກາງ ແລະ ພາກໃຕ້ຂອງລາວ. ໂຮງໝໍແຫ່ງໃໝ່ນີ້ເປັນໂຮງໝໍແຫ່ງທີສອງໃນລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລຸກເຊັມບວກ ຫຼັງແຜນສົ່ງເສີມການກໍ່ສ້າງໂຮງໝໍແຂວງວຽງຈັນໃນຊ່ວງສິບປີຫຼັງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນັກທ່ອງທ່ຽວເມີນເສີຍວັດພູອັນຍະມະນີແຫ່ງແມ່ນ້ຳຂອງ

ມໍລະດົກໂລກວັດພູຈຳປາສັກ ໃນພາກໃຕ້ຂອງລາວໃຫ້ບັນຍາກາດການທ່ອງທ່ຽວທີ່ງົດງາມ ເຜີຍກິ່ນອາຍວັດທະນະທຳ ແລະ ຮ່ອງຮ່ອຍອັນເກົ່າແກ່ຂອງບັນພະບູລຸດລາວ ແຕ່ວ່າມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈຳນວນໜ້ອຍມາທ່ຽວຊົມ ເຊິ່ງອາດສົ່ງສັນຍານຄວາມບໍ່ພໍໃຈ.ອ່ານຕໍ່ ...

ວຽງຈັນທາມສ໌

ລາວຢູ່ອັນດັບທີ 42 ຂອງປະເທດທີ່ອ່ອນໄຫວທີ່ສຸດຕໍ່ການປ່ຽນແປງຂອງສະພາບອາກາດ

ລາວຢູ່ໃນອັນດັບທີ 42 ຂອງປະເທດທີ່ອ່ອນໄຫວທີ່ສຸດຕໍ່ການປ່ຽນແປງຂອງສະພາບອາກາດ. ນີ້ກໍຍ້ອນວ່າປະເທດລາວມີຄວາມອ່ອນໄຫວຕໍ່ອັນຕະລາຍທີ່ເກີດຈາກໄພພິບັດ. ຄວາມອ່ອນໄຫວຂອງປະເທດລາວຕໍ່ໄພພິບັດທາງທຳມະຊາດສະແດງໃຫ້ເຫັນອີກຄັ້ງໜຶ່ງໃນອາທິດທີ່ຜ່ານມາ ໃນເຫດໄພນ້ຳຖ້ວມຢູ່ແຂວງຜົ້ງສາລີ. ຫຼາຍເມືອງໄດ້ຮັບຜົນກະທົບຕໍ່ພືດພັນຜົນລະປູກ, ການພັງເສຍຫາຍຂອງຄອງຊົນລະປະທານ, ແລະ ນ້ຳຖ້ວມບ້ານເຮືອນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ການພັດທະນາການທ່ອງທ່ຽວທີ່ແຂວງໄຊສົມບູນຍັງຕ້ອງບຸກບືນ

ແຂວງໄຊສົມບູນຍັງຄົງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນການເລັ່ງມືພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັດທ່ອງທ່ຽວເຂົ້າແຂວງ. ທ່ານ ສົມວັນດີ ຄຳໝື່ນຄຸນ ພະນັກງານພະແນກຖະແຫຼງຂ່າວ, ວັດທະນະາທຳ ແລ ະທ່ອງທ່ຽວແຂວງ ໄດ້ບອກຜ່ານໜັງສືພິມວຽງຈັນທາມສ໌ໃນວັນພະຫັດຜ່ານມາວ່າ ການພັດທະນາແຫຼ່ງທ່ອງທ່ຽວມີສິ່ງທ້າທາຍຫຼາຍຢ່າງ ນັບຕັ້ງແຕ່ພື້ນຖານໂຄງລ່າງບໍ່ພຽງພໍ, ໂດຍສະເພາະຖະໜົນເຊື່ອມຕໍ່ລະຫວ່າງເມືອງ ແລະ ເມືອງໄປຫາບ້ານ ໄປຫາສະຖານທີ່ທ່ອງທ່ຽວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ເອັບຊັ້ນນຳໃນວົງການໄອທີ ຫວັງເປັນທີ່ຮັບຮູ້ໃນພາກພື້ນ

ອອກແບບມາສະເພາະເພື່ອຊ່ວຍໃນການບໍລິຈາກການກຸສົນຜ່ານຊ່ອງທາງໂທລະສັບສະມາດໂຟນ, ແອັບບີຊີອີແອວວັນຮາດ ເປັນທີ່ຮູ້ຈັກຫຼັງໄດ້ຮັບລາງວັນຊະນະເລີດດ້ານເຕັກໂນໂລຊີຂໍ້ມູນຂ່ານສານ ແລະ ການສື່ສານປະຈຳປີຂອງກະຊວງໄປສະນີ ແລະ ໂທລະຄົມມະນາຄົມ. ບີຊີອີແອວວັນຮາດ ໄດ້ຮັບລາງວັນອັນດັບໜຶ່ງໃນແປດລະບົບ.ອ່ານຕໍ່ ...

ວຽງຈັນທາມສ໌

ຮຽກຮ້ອງໜ່ວຍງານກະຈາຍສັນຍານໂທລະທັດລາວຫັນມາໃຊ້ດາວທຽມລາວເຊັດ

ຮຽກຮ້ອງໃຫ້ໜ່ວຍງານເຜີຍແຜ່ສັນຍານໂທລະທັດລາວທັງພາກລັດ ແລະ ເອກະຊົນ ຫັນມານຳໃຊ້ບໍລິການດາວທຽມລາວຂອງບໍລິສັດດາວທຽມ ລາວ-ປາຊິຟິກ ຈຳກັດ (LAOSAT). ລັດຖະບານມີນະໂຍບາຍຮຽກຮ້ອງໃຫ້ອົງກອນພາຍໃນປະເທດທີ່ກຳລັງນຳໃຊ້ບໍລິການດາວທຽມຈາກຕ່າງປະເທດຫັນມານຳໃຊ້ດາວທຽມຂອງບ້ານເຮົາ, ອີງຕາມການປະກາດຜ່ານໜັງສືພິມວຽງຈັນທາມສ໌ຂອງທ່ານ ແກ້ວລາວັນ ອຸທະວົງ ຮອງຜູ້ຈັດການພະແນກດາວທຽມແລະ ການນຳໃຊ້ຂອງລາວແຊັດອ່ານຕໍ່ ...

ວຽງຈັນທາມສ໌

ຮ່ອງຮອຍບູຮານຊີ້ປະຫວັດການຂຸດຄົ້ນບໍ່ແຮ່ທີ່ເຊໂປນ

ທີມງານນັກບູຮານຄະດີໄດ້ຄົ້ນພົບຫຼັກຖານທີ່ສະແດງວ່າທີ່ຕັ້ງປະຈຸບັນຂອງບໍ່ຄຳເຊໂປນ ໃນພາກກາງຂອງແຂວງສະຫວັນນະເຂດ ເຄີຍເປັນພື້ນທີ່ຂຸດຄົ້ນບໍ່ແຮ່ເກົ່າແກ່ເຖິງໜຶ່ງພັນປີມາແລ້ວ. ບໍລິສັດລ້ານຊ້າງມິເນີໂຣຈຳກັດ (LXML) ໄດ້ເປີດເຜີຍການຄົ້ນພົບຮ່ອງຮອຍວັດຖຸ ແລະ ຫຼັກຖານທີ່ສຳຄັນກ່ຽວກັບການຂຸດຄົ້ນບໍ່ແຮ່ເກົ່າແກ່ທີ່ບໍ່ຄຳເຊໂປນ ໃນວານນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ຈັດສັນງົບຫຼາຍຕື້ເພື່ອສົ່ງງົດເສີມທຸລະກິດຂະໜາດກາງ-ນ້ອຍ

ລັດຖະບານຕ້ອງຂົນຂວາຍ ແລະ ຈັດສັນເງິນທຶນກວ່າ 2,715.8 ຕື້ກີບ ໃນການສົ່ງເສີມທຸລະກິດຂະໜາດກາງ-ນ້ອຍ ເພື່ອອຳນວຍຄວາມສະດວກໃນການເຂົ້າເຖິງແຫຼ່ງທຶນເພື່ອຂະຫຍາຍທຸລະກິດ. ໃນນີ້ລັດຖະບານຈະຈັດສັນທຶນຈຳນວນ 200 ຕື້ກີບຈາກງົບປະມານຂອງລັດ. ສວ່ນທີ່ເຫຼືອຈຳນວນກວ່າ 2,515.8 ຕື້ກີບ (300 ລ້ານໂດລາສະຫະລັດ) ຈະຂົນຂວາຍມາຈາກແຫຼ່ງອື່ນ ຕາມມະຕິຕົກລົງຂອງສະພາແຫ່ງຊາດ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ydnLD
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!