ຄົນທຸກຍາກ

ນະໂຍບາຍ ແລະ ການຄຸ້ມຄອງຄວາມທຸກຍາກ

ແມງໄມ້ທີ່ກິນໄດ້ສາມາດເປັນທຸລະກິດທີ່ຂະຫຍາຍຕົວໃນລາວໃນອະນາຄົດແທ້ບໍ່?

ແມງໄມ້ທີ່ກິນໄດ້ ໄດ້ສ້າງຄວາມສົນໃຈໃນເວທີສາກົນໃນປີ 2013, ເມື່ອອົງການອາຫານ ແລະ ການກະເສດ (FAO) ໄດ້ເຜີຍແຜ່ບົດລາຍງານ ເຊິ່ງຢັ້ງຢືນວ່າແມງໄມ້ອາດເປັນຊ່ອງທາງໜຶ່ງໃນການແກ້ໄຂບັນຫາການຂາດແຄນດ້ານສະບຽງອາຫານຂອງໂລກ.ໃນນີ້​ ອົງການ FAO ໄດ້ໃຫ້ຂໍ້ສັງເກດວ່າ ແມງໄມ້ເປັນສິນຄ້າອາຫານໃນຍາມສຸກເສີນ ທ່າມກາງບັນຫາທີ່ເກີດຂຶ້ນໃນສັດຕະວັດທີຊາວເອັດເນື່ອງຈາກຄ່າອາຫານທາດຊີ້ນທີ່ເພີ່ມສູງຂຶ້ນ, ຄວາມບໍ່ໝັ້ນຄົງຂອງສິນຄ້າສະບຽງອາຫານ, ຄວາມກົດດັນຕໍ່ສິ່ງແວດລ້ອມ ແລະ ການຂະຫຍາຍຕົວຂອງປະຊາກອນ.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/08/15/could-edible-insects-be-the-next-big-industry-for-laos/

ລາຄາອາຫານທີ່ສູງຂຶ້ນສົ່ງຜົນກະທົບຕໍ່ປະຊາຊົນຜູ້ມີລາຍໄດ້ຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຊາຊົນຈຳນວນຫຼາຍ ໂດຍສະເພາະແມ່ນຜູ້ທີ່ມີລາຍໄດ້ຕ່ຳ ກຳລັງໄດ້ຮັບຜົນກະທົບຈາກລາຄາອາຫານທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.ພວກເຂົາເວົ້າວ່າລາຄາອາຫານທີ່ສູງເຮັດໃຫ້ຄ່າຄອງຊີບສູງຂຶ້ນເຊັ່ນດຽວກັນ, ເຊິ່ງໝາຍຄວາມວ່າພວກເຂົາຕ້ອງກິນໃຫ້ໜ້ອຍລົງ ຫຼື ຕ້ອງປ່ຽນວິທີການດຳລົງຊີວິດເພື່ອຮັບມືກັບສະພາບເສດຖະກິດໃນປະຈຸບັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/rising-food-prices-hit-low-income-earners-101263

ແຂວງສາລະວັນເດີນໜ້າການກວດສອບສານເຄມີປົນເປື້ອນໃນອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງສາທາລະນະສຸກຮຽກຮ້ອງໃຫ້ແຂວງສາລະວັນເພີ່ມທະວີຄວາມພະຍາຍາມໃນການກວດກາອາຫານທະເລ, ຊີ້ນ ແລະ ຜັກຕ່າງໆທີ່ນຳເຂົ້າຈາກບັນດາປະເທດເພື່ອນບ້ານ ພາຍຫຼັງການກວດພົບສານເຄມີປົນເປື້ອນໃນອາຫານເຫຼົ່ານີ້.ການກວດພົບສານເຄມີປົນເປື້ອນໃນອາຫານທະເລນຳເຂົ້າ, ຜັກ ແລະ ຊີ້ນນຳເຂົ້າຍັງຄົງເປັນບັນຫາທີ່ສືບຕໍ່ເກີດຂຶ້ນຢູ່ແຂວວງສາລະວັນ ເຖິງວ່າເຈົ້າໜ້າທີ່ຈະດຳເນີນການກວດສອບຢ່າງເປັນປົກກະຕິ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/saravan-stepping-inspections-chemical-food-contaminants-100897

ການເພີ່ມສານອາຫານໃນອາຫານຈະຊ່ວຍສົ່ງເສີມສຸຂະພາບຂອງຄົນລາວ

ລະດັບການຂາດສານອາຫານຍືດເຍື້ອໃນລາວໄດ້ຫຼຸດລົງຈາກ 44% ໃນປີ 2012 ມາເປັນ 33% ໃນປີ 2017. ເຖິງຢ່າງໃດກໍຕາມ ລາວກໍຍັງຄົງເປັນປະເທດທີ່ມີອັດຕາການຂາດສານອາຫານສູງສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຮັດໃຫ້ການບໍລິໂພກສານອາຫານທີ່ມີຄຸນນະພາບຂອງພົນລະເມືອງລາວເປັນບັນຫາທີ່ທ້າທາຍ.ນີ້ແມ່ນໃຈຄວາມຈາກກອງປະຊຸມວິຊາການກ່ຽວກັບການທົບທວນສະຖານະປະຈຸບັນຂອງການເພີ່ມສານອາຫານໃນອາຫານ ແລະ ແນໃສ່ຂັ້ນຕອນເລີ່ມຕົ້ນໃນການຕັ້ງມາດຕະຖານສຳລັບການເພີ່ມສານອາຫານໃນອາຫານໃນລາວ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ເດັກເຕ້ຍທຸກຄົນມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ

(ຂປລ) ບົດລາຍງານ “ການສຶກສາວິໄຈຄວາມຂາດເຂີນຂອງເດັກອາຍຸຫຼຸດຫ້າປີແບບທັບຊ້ອນ, ສປປ ລາວ” ເຊິ່ງເຜີຍແຜ່ໃນວັນທີ 20 ມິຖຸນາ ສະແດງວ່າ ໃນລະດັບສູນກາງ ແລະ ລະດັບແຂວງ ເດັກເຕ້ຍໃນລາວມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ, ເຊິ່ງບົດລານງາຍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳພັນທີ່ສູງລະຫວ່າງອັດຕາເດັກເຕ້ຍ ແລະ ຄວາມທຸກຍາກໃນຫຼາຍດ້ານໃນລາວ ແລະ ແນະນຳວ່າ ການຫຼຸດຜ່ອນອັດຕາເດັກເຕ້ຍສາມາດເຮັດໄດ້ຍ້ອນການຫຼຸດຜ່ອນຄວາມທຸກຍາກໃນຂົງເຂດຕ່າງໆ.ບົດລາຍງານສະແດງວ່າ ໃນຈຳນວນເດັກເຕ້ຍ 33% ມີ 32% ທີ່ຢູ່ໃນພາລະເຕ້ຍ ແລະ ຂາດແຄນໃນການເຂົ້າເຖິງໂພຊະນາການທີ່ດີ, ສຸຂະພາບ, ທີ່ຢູ່ອາໄສ, ນ້ຳ ແລະ ສຸຂາພິບານ, ການຫຼິ້ນ ແລະ ການສົ່ງເສີມພັດທະນາການ ແລະ ດ້ານອື່ນໆ.ອ່ານຕໍ່ ...

ທີມ ຂປລ
http://kpl.gov.la/En/Detail.aspx?id=46685

ລາຄາສິນຄ້າບໍລິໂພກພື້ນຖານຢູ່ພາຍໃຕ້ການຄວບຄຸມ: ນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງພະຍາຍາມຄວບຄຸມລາຄາສິນຄ້າຕ່າງໆໃຫ້ມີສະຖຽນລະພາບ ເຊັ່ນສິນຄ້າອາຫານ, ເພື່ອຮັບມືຕໍ່ກັບຕົ້ນທຶນໃນອຸດສາຫະະກຳປຸງແຕ່ງທີ່ເພີ່ມສູງຂຶ້ນ, ນາຍົກລັດຖະມົນຕີກ່າວຕໍ່ສະພາແຫ່ງຊາດ.ມູນຄ້າການຊື້ຂາຍສິນຄ້າໃນຊ່ວງສີ່ເດືອນຕົ້ນປີນີ້ແມ່ນຢູ່ທີ່ 15,500 ຕື້ກີບ, ເພີ່ມຂຶ້ນ 11.8 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ. ມູນຄ່າດັ່ງກ່າວແມ່ນກວມ 23.8 ເປີເຊັນຂອງແຜນການປະຈຳປີທີ່ຮັບຮອງໂດຍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດໃນອາທິດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/prices-consumer-staples-under-control-pm-98465

WFP ເລີ່ມການສົ່ງມອບໂຄງການອາຫານໂຮງຮຽນໃຫ້ແກ່ລາວ

ອຸດົມໄຊ, ລາວ, 16 ພຶດສະພາ (Xinhua) — ອົງການອາຫານໂລກ (WFP) ໄດ້ສົ່ງມອບໂຄງການອາຫານໂຮງຮຽນໃນ 500 ກວ່າໂຮງຮຽນໃຫ້ແກ່ລັດຖະບານລາວ.ພິທີດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ທີ່ໂຮງຮຽນບ້ານບໍ່ ແຂວງອຸດົມໄຊ, ຫ່າງຈາກນະຄອນວຽງຈັນໄປທາງພາກເໜືອປະມານ 310 ກມ, ເຊິ່ງ WFP ຈະສະໜອງອາຫານ 40,000 ຈານຕໍ່ປີໃຫ້ແກ່ເດັກນັກຮຽນຈຳນວນ 200 ຄົນໃນໂຮງຮຽນດັ່ງກ່າວ.ນັບແຕ່ປີ 2002 ເປັນຕົ້ນມາ ອົງການ WFP ໄດ້ເລີ່ມຕົ້ນການສະໜອງອາຫານໃຫ້ແກ່ໂຮງຮຽນ ໂດຍການສະໜອງຄາບເຂົ້າທີ່ມີໂພຊະນາການຄົບຖ້ວນໃຫ້ແກ່ເດັກນ້ອຍນັກຮຽນທີ່ມາໂຮງຮຽນໂດຍບໍ່ໄດ້ກິນເຂົ້າ. ມາເຖິງປະຈຸບັນ ໂຄງການໄດ້ຂະຫຍາຍການຄຸ້ມຄອງເດັກນ້ອຍຫຼາຍກວ່າ 140,000 ຄົນ ໃນ 1,450 ໂຮງຮຽນທົ່ວປະເທດ.ອ່ານຕໍ່ ...

ZX

ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ແຂວງຜົ້ງສາລີໄດ້ຮັບຄຳແນະນຳໃຫ້ເພີ່ມຄວາມພະຍາຍາມໃນການຕ້ານການຂາດສານອາຫານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກແຂວງຜົ້ງສາລີຕ້ອງປັບປຸງມາດຕະຖານການຮັກສາສຸຂະພາບ ເພື່ອດຳເນີນມາດຕະການຕ້ານການຂາດສານອາຫານ ເພື່ອເປົ້າໝາຍໄລຍະຍາວໃນການລຶບລ້າງຄວາມອຶດຫົວ.ນີ້ແມ່ນຄຳແນະນຳຂອງທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ ພາຍໃຕ້ກະຊວງສາທາລະນະສຸກ, ໃນກອງປະຊຸມປະຈຳປີເພື່ອຫາລືວຽກງານໂພຊະນາການ ແລະ ວິເຄາະຫາສາເຫດຂອງພາວະບົກພ່ອງທາງໂພຊະນາການຊຳເຮື້ອໃນແຂວງຜົ້ງສາລີ.ອ່ານຕໍ່ ...

ໂຕະຂ່າວ

ນາຍົກຮຽກຮ້ອງໃຫ້ອຳນາດການປົກຄອງແຂວງເຊກອງເລັ່ງມືພາລະກິດຕ້ານຄວາມທຸກຍາກ

ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກ ໂດຍການສອນວິທີການສ້າງລາຍຮັບ, ການສ້າງທຸລະກິດຂະໜາດນ້ອຍ ແລະ ການລົງທຶນເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.ທ່ານນາຍົກ ທອງລຸນ ສີສຸລິດໃຫ້ຄຳໂອວາດໃນກອງປະຊຸມການນຳແຂວງເຊກອງໃນວັນອັງຄານຜ່ານມາ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

v2c2S
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!