ເດັກເຕ້ຍທຸກຄົນມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ

(ຂປລ) ບົດລາຍງານ “ການສຶກສາວິໄຈຄວາມຂາດເຂີນຂອງເດັກອາຍຸຫຼຸດຫ້າປີແບບທັບຊ້ອນ, ສປປ ລາວ” ເຊິ່ງເຜີຍແຜ່ໃນວັນທີ 20 ມິຖຸນາ ສະແດງວ່າ ໃນລະດັບສູນກາງ ແລະ ລະດັບແຂວງ ເດັກເຕ້ຍໃນລາວມີຄວາມຂາດເຂີນຢ່າງໜ້ອຍສາມດ້ານຂຶ້ນໄປ, ເຊິ່ງບົດລານງາຍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳພັນທີ່ສູງລະຫວ່າງອັດຕາເດັກເຕ້ຍ ແລະ ຄວາມທຸກຍາກໃນຫຼາຍດ້ານໃນລາວ ແລະ ແນະນຳວ່າ ການຫຼຸດຜ່ອນອັດຕາເດັກເຕ້ຍສາມາດເຮັດໄດ້ຍ້ອນການຫຼຸດຜ່ອນຄວາມທຸກຍາກໃນຂົງເຂດຕ່າງໆ.

ບົດລາຍງານສະແດງວ່າ ໃນຈຳນວນເດັກເຕ້ຍ 33% ມີ 32% ທີ່ຢູ່ໃນພາລະເຕ້ຍ ແລະ ຂາດແຄນໃນການເຂົ້າເຖິງໂພຊະນາການທີ່ດີ, ສຸຂະພາບ, ທີ່ຢູ່ອາໄສ, ນ້ຳ ແລະ ສຸຂາພິບານ, ການຫຼິ້ນ ແລະ ການສົ່ງເສີມພັດທະນາການ ແລະ ດ້ານອື່ນໆ.

ອ່ານຕໍ່…

ທີມ ຂປລ
http://kpl.gov.la/En/Detail.aspx?id=46685