ຄົນທຸກຍາກ

ນະໂຍບາຍ ແລະ ການຄຸ້ມຄອງຄວາມທຸກຍາກ

ໂຄງການຫຼຸດຜ່ອນຄວາມທຸກຍາກມີຄວາມຄືບໜ້າເປັນທີ່ພໍໃຈ

ໂຄງການພັດທະນາທ້ອງຖິ່ນ ເລກທີ ‘LAO/030’ ສາມາດເຂົ້າເຖິງປະຊາຊົນກວ່າ 150 ພັນຄົນໃນສີ່ແຂວງຂອງລາວ ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການລິເລີ່ມເພື່ອການຫຼຸດຜ່ອນຄວາມທຸກຍາກໃນລາວຂອງລັດຖະບານລຸກຊຳບວກ.ຄະນະຮັບຜິດຊອບກວດກາໂຄງການພັດທະນາທ້ອງຖິ່ນສຳລັບແຂວງບໍ່ແກ້ວ, ບໍລິຄຳໄຊ, ຄຳມ່ວນ ແລະ ແຂວງວຽງຈັນ – ‘LAO/030’ ໄດ້ເປີດເຜີຍຂໍ້ມູນດັ່ງກ່າວໃນກອງປະຊຸມຄັ້ງທີສອງ ໃນມື້ວານນີ້ ທີ່ນະຄອນວຽງຈັນ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ຮອງນາຍົກສົ່ງເສີມການລົງທຶນດ້ານໂພຊະນາການໃນຊຸມຊົນທ້ອງຖິ່ນ

ລາວຍັງຕ້ອງສືບຕໍ່ສົ່ງເສີມການລົງທຶນທາງດ້ານໂພຊະນາການໃນລະດັບທ້ອງຖິ່ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຜະລິດພາຍໃນຊຸມຊົນ ກໍຄືການເຂົ້າເຖິງອາຫານທີ່ມີໂພຊະນາການຂອງຊຸມຊົນ. ອີງຕາມຜົນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ (LSIS-II, 2017), ສະແດງໃຫ້ເຫັນວ່າ ເຖິງວ່າປະເທດລາວມີຕົວເລກເດັກຈ່ອຍຫຼຸດລົງຈາກ 44% ໃນການສຳຫຼວດ LSIS-I  ມາເປັນ 33%, ແຕ່ລະດັບຄວາມແຕກຕ່າງໃນບັນດາ 18 ແຂວງຍັງຄົງມີສູງ ເນື່ອງຈາກວ່າໂຄງການດ້ານໂພຊະນາການໃນບານແຂວງຍັງບໍ່ມີການສະໜັບສະໜູນທີ່ພຽງພໍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານວາງແຜນງົບປະມານເພື່ອຫຼຸດຜ່ອນຄວາມທຸກຍາກ 2,548 ພັນຕື້ກີບ

(ຂປລ) ລັດຖະບານວາງແຜນງົບປະມານ 2,548 ພັນຕື້ກີບສຳລັບພາລະກິດຫຼຸດຜ່ອນຄວາມທຸກຍາກໃນປີໜ້າ.ລັດຖະບານມີແຜນມຸ່ງໝັ້ນ ໃນການເຮັດໃຫ້ 4,649 ຄອບຄົວໃນ 220 ບ້ານທົ່ວປະເທດ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານພາຍໃນປີໜ້າ, ຕາມການລາຍງານຂອງທ່ານ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນກອປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 29 ພະຈິກທີ່ຜ່ານມາ.ອ່ານຕໍ່ ...

ບັນນາທິການ ຂປລ

ເດັກນ້ຳໜັກຫຼຸດຍັງເປັນອຸປະສັກຕໍ່ກັບການແກ້ໄຂບັນຫາດ້ານໂພຊະນາການກ່ອນກຳເນີດ

ບັນຫາດ້ານໂພຊະນາການຍັງຄົງເປັນອຸປະສັກໃນປະເທດກຳລັງພັດທະນາ ກໍ່ຄືປະເທດລາວ. ການທີ່ເດັກຈະເລີນເຕີບຕົວຊ້າ ແລະ ສົ່ງຜົນຕໍ່ຄວາມບົກພ່ອງທາງໂພຊະນາການໃນໄລຍະຍາວນີ້ຖ້າບໍ່ໄດ້ຮັບການແກ້ໄຂ ຈະສົ່ງຜົນ ແລະ ເປັນສາເຫດຂອງຄວາມທຸກຍາກໃນທ້ອງຖິ່ນຊົນນະບົດ ເຊັ່ນທີ່ເຊໂປນ ແຂວງສະຫວັນນະເຂດ.ອ່ານຕໍ່ ...

UNICEF

ຄວາມທຸກຍາກ ແລະ ໄພອຶດຫິວເພີ່ມທະວີຄວາມຮ້າຍແຮງພາຍໃຕ້ສິ່ງທ້າທາຍທັງພາຍໃນ ແລະ ທົ່ວໂລກ

ລັດຖະມົນຕີໄດ້ກ່າວໃນໂອກາດວັນອາຫານໂລກ ແລະ ວັນສາກົນເພື່ອການລົບລ້າງຄວາມທຸກຍາກວ່າ ບັນຫາຍືດເຍື້ອຈຳນວນໜຶ່ງໄດ້ເພີ່ມທະວີຄວາມຮ້າຍແຮງດ້ານຄວາມທຸກຍາກ ແລະ ໄພອຶດຫິວ ໃນບັນດາປະເທດທົ່ວໂລກ ລວມທັງປະເທດລາວ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ການປ່ຽນແປງຂອງສະພາບອາກາດສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ

ການປ່ຽນແປງຂອງສະພາບອາກາດກຳລັງສ້າງໄພຂົ່ມຂູ່ຕໍ່ການຜະລິດກະສິກຳ ແລະ ສ້າງສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ຄວາມພະຍາຍາມຂອງລາວ ແລະ ບັນດາປະເທດໃນທົ່ວໂລກ ໃນການສ້າງຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຕາມການລາຍງານຂອງເຈົ້າໜ້າທີ່ການນຳ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລັດຖະມົນຕີຢືນຢັນ, ລາວຈະບໍ່ຜະເຊີນກັບການຂາດເຂົ້າກິນໃນປີນີ້

ລາວຈະບໍ່ຜະເຊີນກັບການຂາດແຄນເຂົ້າກິນຢ່າງຮ້າຍແຮງ ແຕ່ອາດມີຂໍ້ຫຍຸ້ງຍາກໃນການສະໜອງທັນຍະພືດຊົ່ວຄາວ, ຕາມການລາຍງານຂອງຄະນະກຳມະການສະເພາະກິດແຫ່ງຊາດ ທີ່ຮັບຜິດຊອບວຽກງານຮັບມືຫຼັງໄພພິບັດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວຈະທົດລອງວິທີການທີ່ຜ່ານການຢັ້ງຢືນເພື່ອຫຼຸດຜ່ອນພາວະທຸພະໂພຊະນາການ

(ຂປລ) ສປປ ລາວຈະທົດລອງວິທີການປະສົມປະສານ ແລະ ອ້າງອີງຫຼັກຖານແບບໃໝ່ ເພື່ອຫຼຸດຜ່ອນພາວະເຕ້ຍໃນສີ່ແຂວງພາກເໜືອພາຍໃຕ້ການຊ່ວຍເຫຼືອຂອງທະນາຄານໂລກ.ຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງສາທາລະນະສຸກ ພ້ອມດ້ວຍທະນາຄານໂລກ ໄດ້ປະຊຸມກັນໃນມື້ນີ້ເພື່ອຫາລືກ່ຽວກັບຍຸດທະສາດດັ່ງກ່າວ ເຊິ່ງບໍ່ພຽງແຕ່ແນໃສ່ໂຄງການດ້ານສຸຂະພາບ ແຕ່ຍັງລວມເອົາວຽກງານການຜະລິດສະບຽງອາຫານ, ສຸຂາພິບານ, ແລະ ສະຫວັດດີການສັງຄົມ.ອ່ານຕໍ່ ...

ຂປລ

ຮຽກຮ້ອງໃຫ້ມີການຮ່ວມມືເພື່ອຫຼຸດຜ່ອນອັດຕາການຂາດໂພຊະນາການໃນລາວ

ເຈົ້າໜ້າທີ່ໂພຊະນາການກະຊວງສາທາລະນະສຸກ ໄດ້ຮັບທິດຊີ້ນຳໃນການສົ່ງເສີມການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຜະເຊິນກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຫຼັງສະພາບອາກາດທີ່ຮ້າຍແຮງ

ຄວາມພະຍາຍາມຂອງລາວໃນການສົ່ງເສີມຄວາມໜັ້ນຄົງດ້ານສະບຽງອາຫານກຳລັງຜະເຊີນກັບສິ່ງທ້າທາຍໃຫຍ່ຫຼວງ ຫຼັງຈາກທີ່ໂຄງການຊົນລະປະທານເກືອບ 600 ໂຄງການໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໜັກ ຍ້ອນພະຍຸລະດູຮ້ອນສົນຕິນ ແລະ ເບບິນກາໃນຊ່ວງເດືອນແລ້ວນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

r8EX7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!