ການຊ່ວຍເຫຼືອດ້ານການພັດທະນາເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນດ້ານສະບຽງອາຫານ
Poverty reduction and food securities assistance NGOs
ອົງການອາຫານໂລກສະໜັບສະໜູນເງິນ 1 ລ້ານໂດລາສະຫະລັດເພື່ອລ້ຽງອາຫານຊາວຜູ້ອົບພະຍົບທີ່ກັບມາ
ອົງການອາຫານໂລກ (WFP) ໄດ້ມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ໃນການສະໜອງອາຫານໃຫ້ແກ່ຜູ້ອົບພະຍົບທີ່ກັບຄືນມາ ແລະ ຈັດສັນທີ່ພັກຊົ່ວຄາວຢູ່ສູນກັກກັນໃນແຂວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ, ຈຳປາສັກ ແລະແຂວງໄຊຍະບູລີ. ພວກເຮົາເຫຼົ່ານັ້ນ ຈະໄດ້ຮັບອາຫານທີ່ມີທາດບຳລຸງ 3 ຄາບຕໍ່ມື້ ເຊິ່ງຊ່ວຍປ້ອງກັນພະຍາດ ແລະ ຮັກສາສຸຂະພາບຂອງເຂົາເຈົ້າ, ພ້ອມດຽວກັນນັ້ນກໍ່ຍັງຊ່ວຍຫຼຸດຜ່ອນພາລະດ້ານການເງິນໃນການຍ້າຍຖິ່ນຖານຂອງເຂົາເຈົ້າ ແລະ ຄອບຄົວ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
Star Fintech ຈັດຕັ້ງການໂອນເງິນແບບ u-money ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ
ກະຊວງກະສິກຳ ແລະ ປ່າໄມ້ໄດ້ເຊັນສັນຍາໃນເດືອນກຸມພາ ວ່າດ້ວຍການນຳໃຊ້ລະບົບ u-money ເພື່ອຈ່າຍເງີນຊ່ວຍເຫລືອແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດສານອາຫານໃນຊົນນະບົດ. ໂຄງການນີ້ແມ່ນ ໜຶ່ງໃນຫລາຍໆໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານໂລກ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ແລະ ຈະເຫັນການເບີກຈ່າຍເງິນຊ່ວຍເຫລືອຄອບຄົວທີ່ທຸກຈົນ ແລະ ຄອບຄົວທີ່ຫາກໍຫຼຸດພົ້ນຈາກຄວາມທຸກຍາກ.ອ່ານເພິ່ມເຕີມ. ...
ຜູ້ລາຍງານຂ່າວທາມສ໌
ທະນາຄານໂລກ: ການຂາດສານອາຫານກວມມູນຄ່າ 2.4% ຂອງ GDP ຂອງລາວໃນແຕ່ລະປີ
ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດສານອາຫານໃນລະດັບສູງໃນເດັກນ້ອຍ ເຮັດໃຫ້ປະເທດລາວສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ແລະ ເສດຖະກິດຢ່າງໜ້າເສຍດາຍ ແຕ່ກໍສາມາດຫຼີດລ່ຽງໄດ້, ອີງຕາມທະນາຄານໂລກ.ໃນທົ່ວປະເທດ ພາວະເດັກເຕ້ຍແມ່ນກວມເອົາໜຶ່ງໃນສາມຂອງເດັກນ້ອຍລາວທັງໝົດທີ່ມີອາຍຸຫຼຸດຫ້າປີ, ທະນາຄານໂລກກ່າວໃນບົດສັງລວມໃນເວັບໄຊຂອງຕົນ ທີ່ໃສ່ຊື່ວ່າ ‘ວິທີການສຸມໃສ່ຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ’.“ອັດຕາການຂາດສານອາຫານຂອງແມ່ ແລະເດັກໃນປະຈຸບັນ ເຮັດໃຫ້ ສປປ ລາວ ສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ເຊິ່ງກວມປະມານ 2.4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດໃນແຕ່ລະປີ,” ທະນາຄານໂລກກ່າວ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/world-bank-malnutrition-costs-24-lao-gdp-annually-100347