ທະນາຄານໂລກ: ການຂາດສານອາຫານກວມມູນຄ່າ 2.4% ຂອງ GDP ຂອງລາວໃນແຕ່ລະປີ

ວຽງຈັນ (ວຽງຈັນທາມສ໌/ANN) – ການຂາດສານອາຫານໃນລະດັບສູງໃນເດັກນ້ອຍ ເຮັດໃຫ້ປະເທດລາວສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ແລະ ເສດຖະກິດຢ່າງໜ້າເສຍດາຍ ແຕ່ກໍສາມາດຫຼີດລ່ຽງໄດ້, ອີງຕາມທະນາຄານໂລກ.

ໃນທົ່ວປະເທດ ພາວະເດັກເຕ້ຍແມ່ນກວມເອົາໜຶ່ງໃນສາມຂອງເດັກນ້ອຍລາວທັງໝົດທີ່ມີອາຍຸຫຼຸດຫ້າປີ, ທະນາຄານໂລກກ່າວໃນບົດສັງລວມໃນເວັບໄຊຂອງຕົນ ທີ່ໃສ່ຊື່ວ່າ  ‘ວິທີການສຸມໃສ່ຫຼາຍຂະແໜງການ ເພື່ອຫຼຸດຜ່ອນການຂາດສານອາຫານໃນ ສປປ ລາວ’.

“ອັດຕາການຂາດສານອາຫານຂອງແມ່ ແລະເດັກໃນປະຈຸບັນ ເຮັດໃຫ້ ສປປ ລາວ ສູນເສຍທ່າແຮງດ້ານຊັບພະຍາກອນມະນຸດ ເຊິ່ງກວມປະມານ 2.4 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດໃນແຕ່ລະປີ,” ທະນາຄານໂລກກ່າວ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/world-bank-malnutrition-costs-24-lao-gdp-annually-100347