ສາທາລະນະສຸກ

ບັນຫາບູລິມະສິດດ້ານສຸຂະພາບ

ເຈົ້າໜ້າທີ່ສາທາເພີ່ມທະວີຄວາມພະຍາຍາມໃນການຄວບຄຸມການລະບາດຂອງພະຍາດໄຂ້ເລືອດອອກ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ສາທາລະນະສຸກ ແລະ ທີມແພດໃນໂຮງໝໍທົ່ວປະເທດ ລວມທັງນະຄອນຫຼວງວຽງຈັນ ກຳລັງເພີ່ມທະວີຄວາມພະຍາຍາມໃນການຄວບຄຸມກໍລະນີຄົນເຈັບຍ້ອນພະຍາດໄຂ້ເລືອດອອກທີ່ເພີ່ມສູງຂຶ້ນໃນປີນີ້.ໂຮງໝໍລາຍແຫ່ງໃນນະຄອນຫຼວງວຽງຈັນໄດ້ມີການໝູນໃຊ້ພື້ນທີ່ລະບຽງ ແລະ ຫ້ອງປະຊຸມເພື່ອຮອງຮັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ ຍ້ອນຫ້ອງພັກຄົນເຈັບບໍ່ພຽງພໍ ແລະ ບາງແຫ່ງກໍມີການນຳໃຊ້ຕຽງເສີມ.ມາເຖິງວັນທີ 3 ກໍລະກົດປີນີ້ ມີຄົນເຈັບຍ້ອນພະຍາດດັ່ງກ່າວທັງໝົດ 10,778 ກໍລະນີໃນທົ່ວປະເທດ, ມີຜູ້ເສຍຊີວິດ 25 ກໍລະນີ ຕາມບົດລາຍງານຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/health-authorities-laos-redoubling-efforts-limit-dengue-fever-outbreak-99587

ພະຍາດໄຂ້ເລືອດອອກລະບາດໜັກໃນວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງໝໍໃຫຍ່ໆໃນວຽງຈັນປະຈຸບັນແມ່ນເຕັມໄປດ້ວຍຄົນເຈັບຍ້ອນພະຍາດໄຂ້ເລືອດອອກ ເຮັດໃຫ້ພາກສ່ວນກ່ຽວຂ້ອງມີຄວາມກັງວົນຕໍ່ຄວາມສາມາດໃນການຈັດການກັບການລະບາດຂອງພະຍາດດັ່ງກ່າວ.ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິລາດ, ໂຮງໝໍເດັກ ແລະ ໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ຕ້ອງໄດ້ໝູນໃຊ້ພື້ນທີ່ລະບຽງ ແລະ ຫ້ອງປະຊຸມໃນການຮັບຮອງຄົນເຈັບ ເນື່ອງຈາກປະຈຸບັນພື້ນທີ່ ແລະ ຕຽງນອນສຳລັບປິ່ນປົວຄົນເຈັບແມ່ນບໍ່ພຽງພໍ.ອ່ານຕໍ່  ...

ໄຊຊະນະ ລືໄກ
http://annx.asianews.network/content/dengue-fever-outbreak-reaches-alarming-level-99458

ໃນທົ່ວປະເທດພົບຜູ້ເສຍຊີວິດແລ້ວ 14 ຄົນຍ້ອນພະຍາດໄຂ້ເລືອດອອກ

(ຂປລ) ໃນຊ່ວງຫົກເດືອນມານີ້ ໃນລາວພົບຜູ້ເສຍຊີວິດຍ້ອນພະຍາດໄຂ້ເລືອດອອກແລ້ວ 14 ຄົນ ເຊິ່ງໃນນັ້ນນະຄອນຫຼວງວຽງຈັນມີ 5 ກໍລະນີ, ແຂວງສະຫວັນນະເຂດ ແລະ ຈຳປາສັກແຂວງລະ 3 ກໍລະນີ, ແຂວງສາລະວັນ 2 ກໍລະນີ ແລະ ຂວງບໍລິຄຳໄຊ 1 ກໍລະນີ.ສູນວິເຄາະ ແລະ ລະບາດວິທະຍາ ພາຍໃຕ້ກະຊວງສາທາລະນະສຸກ ລາຍງານວ່າໄດ້ກວດພົບການລະບາດຂອງພະຍາດທີ່ມາຈາກຍຸງຫຼາຍພັນກໍລະນີໃນທົ່ວປະເທດ, ເຊັ່ນ ແຂວງຈຳປາສັກມີຢ່າງໜ້ອຍ 1,500 ກໍລະນີ, ສະຫວັນນະເຂດ 719 ກໍລະນີ, ນະຄອນຫຼວງວຽງຈັນ 718 ກໍລະນີ, ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເຊກອງ 69 ກໍລະນີ, ແຂວງວຽງຈັນ ...

ທີມ ຂປລ
http://kpl.gov.la/En/Detail.aspx?id=46553

ກອງທຶນໂລກສະໜັບສະໜູນວຽກງານການປ້ອງກັນພະຍາດໄຂ້ປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ກອງທອນໂລກໄດ້ຄາດຄະເນງົບປະມານກວ່າ 2 ລ້ານໂດລາເພື່ອຊ່ວຍເຫຼືອລາວແຕ່ປີ 2018 ເຖິງປິ 2020 ໃນການລຶບລ້າງພະຍາດໄຂ້ປ່າ ແລະ ຫຼຸດຜ່ອນຜົນກະທົບຈາກການດື້ຢາຫຼາຍຊະນິດໃນຫ້າແຂວງຂອງລາວ.ຂໍ້ຕົກລົງກ່ຽວກັບທຶນດັ່ງກ່າວໄດ້ຮັບການລົງນາມໃນວັນສຸກແລ້ວນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ໂຣນາວໂດ ເອັສ໌ເຕີຣາ ອຳນວຍການອົງການ Health Poverty Action ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ແຮງງານໝູນວຽນແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ແຮງງານໝູນວຽນ ພ້ອມເມຍຂອງເຂົາເຈົ້າແມ່ນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອເອັຈ໌ໄອວີ HIV ໃນລາວ, ຕາມການເປີດເຜີຍໃນການສຳຫຼວດຂອງສູນປິ່ນປົວພະຍາດ HIV/AIDS/ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ແລະ ຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ.ທ່ານນາງ ທຳມາ ເພັດວິໄຊ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດວ່າດ້ວຍການຄວບຄຸມພະຍາດເອດ ສະແດງຜົນການຄົ້ນຄວ້າດັ່ງກ່າວໃນກອງປະຊຸມຫຼ້າສຸດເພື່ອການຫາລືວິທີການໃນການສະກັດກັ້ນການແຜ່ລະບາດຂອງພະຍາດ HIV/AIDS/ພຕພ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

HIV/AIDS risk groups still a healthcare challenge in Laos

ວຽງຈັນ (ວຽງຈັນທາມສ໌/ANN) – ການປ້ອງກັນກຸ່ມສ່ຽງໃນການຮັບເຊື້ອ HIV/AIDS  ແລະ ການປິ່ນປົວແມ່ນສິ່ງທ້າທາຍຕົ້ນຕໍສຳລັບເຈົ້າໜ້າທີ່ສາທາລະນະສຸກຂອງລາວ ໃນຂະນະທີ່ອັດຕາການຮັບເຊື້ອຍັງສືບຕໍ່ເພີ່ມຂຶ້ນ.ນີ້ແມ່ນຂໍ້ຄວາມຈາກ ດຣ ພອນໄສ ຣັດຕະນະວົງ ຊ່ຽວຊານຈາກສູນຕ້ານພະຍາດ HIV/AIDS  ແລະ ພະຍາດຕິດຕໍ່ທາງເພດສຳພັນ, ເຊິ່ງເປີດເຜີຍວ່າ ອັດຕາການຕິດເຊື້ອ HIV/AIDS ໃນລາວຍັງຄົງສືບຕໍ່ເພີ່ມຂຶ້ນ ເຊິ່ງໃນແຕ່ລະປີມີລາຍງາຍຜູ້ຕິດເຊື້ອໃໝ່ 1,000 ກໍລະນີ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ອັດຕາການຕາຍຂອງແມ່ໃນລາວຫຼຸດລົງໃນປີຜ່ານມາ

(ຂປລ) ປີກາຍນີ້ (2018) ລາວມີອັດຕາການຕາຍຂອງແມ່ຫຼຸດລົງເຫຼືຶອ 129 ຄົນຈາກ 151 ຄົນໃນປີ 2017, ຕາມບົດລາຍງານຂອງກະຊວງສາທາລະນະສຸກ.“ພວກເຮົາສາມາດຫຼຸດຜ່ອນອັດຕາການຕາຍຂອງແມ່ລົງ ຍ້ອນແມ່ສາມາດເຂົ້າເຖິງການຮັກສາສຸຂະພາບໄດ້ດີຂຶ້ນ ແລະ ແມ່ມີຄວາມຮູ້ຫຼາຍຂຶ້ນກ່ຽວກັບຄວາມສຳຄັນໃນການເບິ່ງແຍງຄັນ ແລະ ການໄປເກີດລູກຢູ່ໂຮງໝໍ,” ທ່ານ ດຣ ເນົາ ບຸດຕາ ເລຂາທິການປະຈຳກະຊວງສາທາລະນະສຸກໃຫ້ຄຳເຫັນ.ອ່ານຕໍ່ ...

ຂປລ

ຈຳນວນຜູ້ຕິດເຊື້ອ HIV ໃໝ່ປີຜ່ານມາເພີ່ມຂຶ້ນສອງເທົ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ຈຳນວນຜູ້ຕິດເຊື້ອ HIV ໃໝ່ໃນປີ 2018 ເພີ່ມເປັນສອງເທົ່າທຽບກັບປີ 2017 ໃນກຸ່ມສ່ຽງ, ຕາມເຈົ້າໜ້າທີ່ສາທາ.ທ່ານນາງ ຈິນຕະນາ ສົມຄານ ຫົວໜ້າມູນນິທິປິ່ນປົວພະຍາດ AIDS ລາວ ກ່າວວ່າຍອກຜູ້ຕິດເຊື້ອແຕ່ປີ 1990-2018 ມີເກືອບ 12,000 ກໍລະນີ ເຊິ່ງໃນນັ້ນປະມານ 1,500 ກໍລະນີ ຕິດເຊືື້ອໃນປີ 2017.ອ່ານຕໍ່ ...

ສຸກສະໄໝ ບູລົມ

ຜູ້ປະສົບໄພນ້ຳຖ້ວມໃນລາວຜະເຊີນກັບໄຂ້ຍູງ ແລະ ການຂາດໂພຊະນາການ

ຫົກເດືອນຫຼັງຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ທາງພາກໃຕ້ຂອງລາວ ເຮັດໃຫ້ເກີດໄພນ້ຳຖ້ວມທຳລາຍເຮືອນຊານບ້ານຊ່ອງ, ປະຊາຊົນທີ່ລອດຊີວິດໃນປະຈຸບັນກຳລັງຜະເຊີນໄພຈາກພະຍາດໄຂ້ຍູງ ແລະ ພາວະທຸພະໂພຊະນາການ.ອ່ານຕໍ່ ...

PRATCH RUJIVANAROM 

ຍີ່ປຸ່ນສະໜັບສະໜຸນໂຄງການກຸມມານລະເວດແຂວງຫົວພັນຂອງລາວ.

(ຂປລ) ລັດຖະບານຍີ່ປຸ່ນໄ້ໃຫ້ທຶນຊ່ວຍເຫຼືອລ້າກວ່າ US$ 281,000 ໂດລາສຳລັບໂຄງການກຸມມານລະເວດແຂວງຫົວພັນ ທາງພາກເໜືອຂອງລາວ.ໂຄງການດັ່ງກ່າວມີຊື່ວ່າ “ການຍົກລະດັບລະບົບກຸມມານລະເວດແຂວງຫົວພັນ ຜ່ານການສ້າງຄວາມສາມາດໃຫ້ແກ່ບຸກຄະລາກອນການແພດ ແລະ ແພດຊຸມຊົນ” ແມ່ນກ້າວມາເຖິງປີທີສາມ ແລະ ແນໃສ່ປະກອບສ່ວນຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ມີອາຍຸຫບໍ່ເກີນ 5 ປີທີ່ເມືອງຊອນ ແລະ ເມືອງຫົວເມືອງ ໂດຍການສົ່ງເສີມການບໍລິການດ້ານກຸມມານລະເວດຕາມສຸກສາລາ ດ້ວຍການເພີ່ມທະວີຄວາມເຂົ້າໃຈຂອງຊາວບ້ານກ່ຽວກັບບັນຫາສຸຂະພາບເດັກ ຜ່ານກິດຈະກຳເພື່ອສົ່ງເສີມສຸຂະພາບຂອງຄະນະກຳມະການສາທາລະນະສຸກບ້ານ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rNVfa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!