ສາທາລະນະສຸກ

ການຊ່ວຍເຫຼືອເພື່ອພັດທະນາຂະແໜງການສາທາລະນະສຸກ

ເກົາຫຼີໃຕ້ສະໜັບສະໜູນພາລະກິດການສົ່ງເສີມສຸຂະພາບເດັກອ່ອນ ແລະ ເດັກນ້ອຍໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນເກົາຫຼີ (KOICA) ຂອງປະເທດເກົາຫຼີໃຕ້ຈະໃຫ້ທຶນຊ່ວຍເຫຼືອປະມານ US$7.5 ລ້ານໂດລາສຳລັບປະເທດລາວແຕ່ປີ 2019 ຫາ 2023 ເພື່ອສົ່ງເສີມວຽກງານສຸຂະພາບແມ່, ເດັກເກີດໃໝ່ ແລະ ເດັກນ້ອຍໃນສາມແຂວງ.ຂໍ້ຕົກລົງກ່ຽວກັບທຶນຊ່ວຍເຫຼືອດັ່ງກ່າວໄດ້ມີການລົງນາມຢູ່ນະຄອນຫຼວງວຽງຈັນໃນວັນອັນຄານນີ້ ໂດຍທ່ານ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີ່ມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊຸງຊູ ໂອ ຫົວໜ້າອົງການ KOICA ປະຈຳລາວ. ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/south-korea-backs-efforts-improve-newborn-and-child-health-102438

ມູນນິທິຮອລໂລວເຟຼດ ຂະຫຍາຍການຊ່ວຍເຫຼືອດ້ານການຜ່າຕັດຕໍ້ກະຈົກ

ມູນນິທິຮອລໂລວເຟຼດ ຈະສືບຕໍ່ຊ່ວຍເຫຼືອປະຊາຊົນລາວໃນ 10 ແຂວງທີ່ມີບັນຫາກ່ຽວກັບສາຍຕາ, ໂດຍສະເພາະແມ່ນຜູ້ທີ່ເປັນພະຍາດຕໍ້ກະຈົກ ເພື່ອຮັບປະກັນການສົ່ງເສີມການເບິ່ງເຫັນ ແລະ ຄຸນນະພາບຊີວິດທີ່ດີຂຶ້ນ.ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສືບຕໍ່ໂຄງການປິ່ນປົວສາຍຕາຄົບວົງຈອນແບບຍືນຍົງ ໄດ້ມີການລົງນາມຢູ່ນະຄອນວຽງຈັນ ໃນວັນພະຫັດແລ້ວນີ້ ລະຫວ່າງທ່ານ ດຣ ພຸກ ຫວຽນ ທັນ ຫົວໜ້າມູນນິທິຮອລໂລວເຟຼດພາກພື້ນອາຊີຕາເວັນອອກ, ແລະ ທ່ານ ດຣ ບົວຂັນ ພະຄູນທອງ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູສຸຂະພາບ ກະຊວງສາທາລະນະສຸກ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ມູນນິທິເຟຣັດຮອລໂລ ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ມີບັນຫາດ້ານສາຍຕາໃນລາວ

ມູນນິທິເຟຣັດຮອລໂລ ຈະສືບຕໍ່ສະໜັບສະໜູນວຽກງານການປັບປຸງການເບິ່ງເຫັນໃຫ້ແກ່ປະຊາຊົນໃນ 10 ແຂວງຂອງລາວ, ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າ.ມູນນິທິເຟຣັດຮອລໂລ, ເຈົ້າໜ້າທີ່ລັດຖະບານ ພ້ອມດ້ວຍອຳນາດການປົກຄອງ ຮ່ວມປະຊຸມຢູ່ວຽງຈັນໃນອາທິດແລ້ວນີ້ ເພື່ອລາຍງານຜົນຂອງໂຄງການສົ່ງເສີມສຸຂະພາບຕາຄົບວົງຈອນແບບຍືນຍົງ ແຕ່ປີ 2014-2018 ແລະ ວາງແຜນການໃນຕໍ່ໜ້າ.ໂຄງການກ່ຽວກັບສາຍຕາດັ່ງກ່າວມີໂຄງການຢູ່ແຂວງຫຼວງພະບາງ, ອຸດົມໄຊ, ຄຳມ່ວນ, ຫຼວງນ້ຳທາ, ສະຫວັນນະເຂດ ແລະ ບໍ່ແກ້ວ ພາຍໃຕ້ການສະໜັບສະໜູນຂອງ ມູນນິທິເຟຣັດຮອລໂລ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ຈີນຂະຫຍາຍການຮ່ວມມືໃນການປິ່ນປົວພະຍາດກ່ຽວກັບຫົວໃຈ

ວຽງຈັນ (ວຽງຈັນທາມສ໌/ANN) – ແພດໝໍລາວກຳລັງມີການຮ່ວມມືກັບແພດຈາກຈີນໃນການພັດທະນາທັກສະໃນການບົ່ງມະຕິ ແລະ ການປິ່ນປົວພະຍາດກ່ຽວກັບຫົວໃຈ ເພື່ອຮັບມືກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຍ້ອນພະຍາດດັ່ງກ່າວໃນທົ່ວປະເທດ.ສ່ວນໜຶ່ງຂອງວຽກງານດັ່ງກ່າວ ແມ່ນການຮຽນຮູ້ຮູບແບບການຜ່າຕັດຫົວໃຈແບບທັນສະໄໝຜ່ານການນສ່ອງກ້ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ
http://annx.asianews.network/content/laos-china-extend-partnership-treatment-cardiovascular-disease-101750

ສະຫະລັດສົ່ງເສີມນັກວິທະຍາສາດໜຸ່ມໃນການຕ້ານພະຍາດທີ່ເກີດຈາກຍຸງໃນລາວ

(ຂປລ) ສະຫະລັດສືບຕໍ່ແບ່ງປັນຄວາມຮູ້ ແລະ ການຮ່ວມມືກັບນັກວິທະຍາສາດໜຸ່ມລາວກ່ຽວກັບບັນຫາທ້າທາຍດ້ານສຸຂະພາບທີ່ສຳຄັນ.ໃນວັນທີ 1 ກໍລະກົດນີ້ ພະນັກງານຈາກສະຖານທູດສະຫະລັດ, ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບກຸ່ມນັກວິທະຍາສາດ 33 ຄົນຈາກລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອສະເຫຼີມສະຫຼອງການເປີດໂຄງການລິເລີ່ມໃນພາກພື້ນລຸ່ມແມ່ນ້ຳຂອງຂອງນັກວິທະຍາສາດໜຸ່ມ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=46986

ໄທຊ່ວຍເຫຼືອລາວໃນການຕ້າພະຍາດໃບໄມ້ໃນຕັບ ແລະ ມະເລັງທໍ່ນ້ຳບີ

(ຂປລ) ໄທມີແຜນຈັດຕັ້ງປະຕິບັດໂຄງການກວດ ແລະ ປິ່ນປົວພະຍາດມະເລັງທໍ່ນ້ຳບີ (CASCAP) ເພື່ອຊ່ວຍເຫຼືອກຸ່ມສ່ຽງໃນປະເທດລາວເພື່ອນບ້ານ, ທ່ານ ນະຣົງ ກັນຕິແກ້ວ ກ່າວຕໍ່ສື່ມວນຊົນທ້ອງຖິ່ນ.ໃນເບື້ອງຕົ້ນ ໂຄງການແມ່ນໄດ້ດຳເນີນຢູ່ໃນຈັງຫວັດທາງພາກອິສານຂອງໄທ.ດຣ ນະຣົງ ກັນຕິແກ້ວ ຈາກມະຫາວິທະຍາໄລຂອນແກ່ນ ກ່າວວ່າ ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກມູນນິທິ Kadoorie ທີ່ຮ່ອງກົງ ຜ່ານວິທະຍາໄລລອນດອນ, ມູນຄ່າຂອງໂຄງການແມ່ນ 1 ລ້ານປອນ (41 ລ້ານບາດ).ອ່ານຕໍ່ ...

ຂປລ

ເກົາຫຼີຈະຊ່ວຍເຫຼືອ US$4 ລ້ານໂດລາດ້ານເຕັກໂນເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່

ລັດຖະບານສາທາລະນະລັດເກົາຫຼີຄາດຄະເນງົບປະມານ ປະມານ US$4 ລ້ານໂດລາເພື່ອຊ່ວຍເຫຼືອເພີ່ມເຕີມສຳລັບລາວແຕ່ປີ 2019-2023 ໃນການປັບປຸງລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອສະກັດກັ້ນການລະບາດຂອງພະຍາດຕິດຕໍ່.ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບການຊ່ວຍເຫຼືອແມ່ນໄດ້ຈັດຂື້ນໃນວັນສຸກແລ້ວນີ້ທີ່ວຽງຈັນ ລະຫວ່າງທ່ານ (ດຣ) ສີສະຫວັດ ສຸດທະນິຣະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານນາງ ແຮຈິງຢຸນ ຮອງປະທານບໍລິສັດເກົາຫຼີເທເລຄອມ (KT), ແລະ ທ່ານ ຈູວັງ ບຽກ ຕົວແທນຫ້ອງການມູນລະນິທິເພື່ອສຸຂະພາບສາກົນເກົາຫຼີ (KOFIH) ປະຈຳລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນສະໜັບສະໜູນໂຄງການບໍລິການສຸຂະພາບຊ່ອງປາກໃນລາວ

(ຂປລ) ລັດຖະບານຍີ່ປຸ່ນອະນຸມັດການຊ່ວຍເຫຼືອມູນຄ່າກວ່າ US$320,000 ໂດລາສຳລັບໂຄງການບໍລິການສຸຂະພາບຊ່ອງປາກ ໃນນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.ພິທີເຊັນສັນຍາການອະນຸມັດໂຄງການດັ່ງກ່າວໄດ້ມີຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳນະຄອນຫຼວງວຽງຈັນ ໃນວັນທີ 13 ກຸມພາ 2019 ລະຫວ່າງທ່ານເອກອັກຄະລັດຖະທູດ ທາເຄຊິ ຮິກິຮາຣະ ແລະ ທ່ານສາດສະດາຈານ ທາເຄຊິ ມິຍາຕະ ປະທານອົງການຊ່ວຍເຫຼືອການສຶກສາຊ່ອງປາກສາກົນ (OISDE) ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ.ອ່ານຕໍ່ ...

ຂປລ

ເບຍລາວສົ່ງເສີມການປະຕິຮູບວຽກງານສາທາລະນະສຸກແຫ່ງຊາດ

ບໍລິສັດເບຍລາວມອບທຶນຈຳນວນ 500 ລ້ານກີບໃຫ້ແກ່ກະຊວງສາທາລະນະສຸກ ເພື່ອສົ່ງເສີມການຍົກລະດັບການບໍລະການດ້ານສາທາລະນະສຸກໃຫ້ສາມາດຮອງຮັບກັບຄວາມຕ້ອງການຂອງປະຊາຊົນ. ກະຊວງຈະນຳໃຊ້ທຶນຮອນດັ່ງກ່າວເຂົ້າໃນການຈັດຊື້ອຸປະກອນການແພດທີ່ທັນສະໄໝທີ່ຍັງຂາດແຄນ ແລະ ໂຮງໝໍເມືອງ ແລະ ໂຮງໝໍແຂວງ ເພື່ອຕອບສະໜອງຕໍ່ຄວາມຕ້ອງການອັນເລັ່ງດ່ວນໃນທົ່ວປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ,​ຈີນລົງນາມຂໍ້ຕົກລົງໃນການປັບປຸງການປິ່ນປົວສຸຂະພາບໃນແຂວງບໍ່ແກ້ວ

ໂຮງໝໍແຂວງບໍ່ແກ້ວຂອງລາວ ແລະ ສູນບໍລິການດ້ານການແພດໃຫຍ່ໃນແຂວງ ຊິສວນບັນນາ ຂອງຈີນ ໄດ້ຕົກລົງເສີມຂະຫຍາຍການຮ່ວມມືໃນການປະຕິບັດການດ້ານການແພດແບບຍືນຍົງໃນພື້ນທີ່ຊາຍແດນລະຫວ່າງລາວ-ຈີນ. ຂໍ້ຕົກລົງດັ່ງກ່າວແມ່ນແນໃສ່ການພັດທະນາໜ່ວຍຄຸ້ມຄອງການບໍລິການ, ການປັນປຸງມາດຕະຖານບໍລິການການແພດ ແລະ ການປັບປ່ຽນວິທີການໃຫ້ບໍລິການດ້ານສາທາລະນະສຸກໃນພື້ນທີ່ເປົ້າໝາຍ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

tTxRH
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!