ຍີ່ປຸ່ນສະໜັບສະໜູນໂຄງການບໍລິການສຸຂະພາບຊ່ອງປາກໃນລາວ

(ຂປລ) ລັດຖະບານຍີ່ປຸ່ນອະນຸມັດການຊ່ວຍເຫຼືອມູນຄ່າກວ່າ US$320,000 ໂດລາສຳລັບໂຄງການບໍລິການສຸຂະພາບຊ່ອງປາກ ໃນນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ.

ພິທີເຊັນສັນຍາການອະນຸມັດໂຄງການດັ່ງກ່າວໄດ້ມີຂຶ້ນທີ່ສະຖານທູດຍີ່ປຸ່ນປະຈຳນະຄອນຫຼວງວຽງຈັນ ໃນວັນທີ 13 ກຸມພາ 2019 ລະຫວ່າງທ່ານເອກອັກຄະລັດຖະທູດ ທາເຄຊິ ຮິກິຮາຣະ ແລະ ທ່ານສາດສະດາຈານ ທາເຄຊິ ມິຍາຕະ ປະທານອົງການຊ່ວຍເຫຼືອການສຶກສາຊ່ອງປາກສາກົນ (OISDE) ເຊິ່ງເປັນອົງການທີ່ບໍ່ຫວັງຜົນກຳໄລ.

ອ່ານຕໍ່…

ຂປລ