ຄອບຄົວ, ເດັກນ້ອຍ ແລະ ໄວໜຸ່ມ
ນະໂຍບາຍ ແລະ ການຄຸ້ມຄອງດ້ານຄອບຄົວ, ເດັກນ້ອຍ ແລະ ໄວໜຸ່ມ
ສ ເກົາຫຼີ ຖືກວິຈານທີ່ບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວ
ເກົາຫຼີໃຕ້ ໄດ້ຖືກວິຈານ ເນື່ອງຈາກບໍ່ສາມາດປົກປ້ອງສິດທິເດັກຈາກເຫດເຂື່ອນແຕກໃນລາວປີກາຍນີ້ ເຊິ່ງເຮັດໃຫ້ຫຼາຍສິບຊີວິດຕ້ອງສູນເສຍ. ອົງການສະຫະປະຊາຊາດ ແນະນຳໃຫ້ລາວ ກວດກາໂຄງການຕ່າງປະເທດຢ່າງໃກ້ຊິດ ເພື່ອປ້ອງກັນການລ່ວງລະເມີດສິດທິດັ່ງກ່າວທີ່ອາດເກີດຂຶ້ນ.ຄະນະສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ ກ່າວໃນວັນທີ 3 ຕຸລານີ້ວ່າ ປະເທດເກົາຫຼີໃຕ້ຄວນພິຈາລະນາວ່າ ບໍລິສັດ ຫຼື ອົງການຈັດຕັ້ງຂອງຕົນລ່ວງລະເມີດສິດທິເດັກໃນທ້ອງຖິ່ນຫຼືບໍ່ ເມື່ອມີການໄປລົງທຶນຢູ່ຕ່າງປະເທດ ຫຼື ດຳເນີນໂຄງການຮ່ວມມືເພື່ອການພັດທະນາສາກົນ, ແລະ ຄວນສ້າງລະບົບເພື່ອຮັບປະກັນວ່າເຈົ້າໜ້າມີຄວາມຮັບຜິດຊອບທີ່ດີຕໍ່ເຫດການທີ່ເຮັດໃຫ້ເກີດຄວາມເສຍຫາຍ.ອ່ານຕໍ່ ...
ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ສົ່ງເສີມການປົກປ້ອງສິດທິເດັກ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ເອົາໃຈໃສ່ໃນການປະຕິບັດພັນທະຕາມສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອສົ່ງເສີມການປົກປ້ອງສິດທິເດັກ.ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມປຶກສາຫາລືຂອງຂະແໜງເອກະຊົນ ທີ່ນະຄອນວຽງຈັນ ໃນວັນພຸດນີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສະຫະພັນກຳມະບານລາວ ທັງເປັນສະມາຊິກຄະນະກຳມາທິການແຫ່ງຊາດວ່າດ້ວຍການພັດທະນາແມ່ຍິງ, ແມ່ ແລະ ເດັກ, ແລະ ທ່ານນາງ ອົກຕາວຽນ ບີໂວ ຕາງໜາອົງການຢູນິເຊັບ ປະຈຳລາວ, ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສາກົນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/lao-govt-urges-private-sector-involvement-protect-children%E2%80%99s-rights-104982
ຊາວໜຸ່ມລາວນຳໃຊ້ທັກສະດ້ານສື່ເພື່ອສົ່ງເສີມສິດທິເດັກ
ກິດຈະກຳຝຶກອົບຮົມສຳລັບຊາວໜຸ່ມລາວ ກ່ຽວກັບວິທີທີ່ດີທີ່ສຸດໃນການດຶງດູດຄວາມສົນໃຈຂອງມະຫາຊົນຕໍ່ກັບສົນທິສັນຍາກ່ຽວກັບສິດທິເດັກຜ່ານສື່ວິທະຍຸ ແລະ ສື່ສັງຄົມອອນໄລ ໄດ້ຈັດຂຶ້ນຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.ກິດຈະກຳໄລຍະສາມວັນດັ່ງກ່າວແຕ່ວັນອັງຄານເຖິງວັນພະຫັດອາທິດແລ້ວນີ້ ແມ່ນຈັດໂດຍສາຖານນີວິທະຍຸກະຈາຍສຽງແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ.ກິດຈະກຳດັ່ງກ່າວຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສື່ຊາວໜຸ່ມລາວຄົບຮອບ 15 ປີ (2004-2019) ແລະ ວັັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍວັນທີ 13 ສິງຫາ ຄົບຮອບ 69 ປີ.ອ່ານຕໍ່ ...
ວິສິດ ເທບພະລັດ
ແນວລາວ, ຢູນິເຊັບຮ່ວມມືປັບປຸງສະຖານະການບັນຫາກ່ຽວກັບເດັກນ້ອຍຢູ່ແຂວງອັດຕະປື
(ຂປລ) ກອງປະຊຸມປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບເດັກນ້ອຍໄດ້ມີຂຶ້ນໃນວັນທີ 17 ມິຖຸນາ ທີ່ເມືອງສາມັກຄີໄຊ ແຂວງອັດຕະປື, ພາຍໃຕ້ການເປັນປະທ່ານຮ່ວມຂອງທ່ານ ຮສ ປອ ສົມອົກ ກິ່ງສະດາ ຮອງປະທານສູນການແນວລາວສ້າງຊາດ ແລະ ທ່ານນາງ ສີສະຫວັນ ແສງໄພບູນ ປະທານແນວລາວແຂວງອັດຕະປື.ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີພະນັກງານກວ່າ 40 ຄົນຈາກຫ້ອງການແນວລາວຫ້າຕົວເມືອງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ.ອ່ານຕໍ່ ...
ນາຍົກຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ ແລະ ພັດທະນາເດັກນ້ອຍ
ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກໆຂະແໜງການໃນທົ່ວສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນໃນການປົກປ້ອງ, ສົ່ງເສີມ ແລະ ຊ່ວຍເຫຼືອພັດທະນາເດັກນ້ອຍ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ເປັນພົນລະເມືອງທີ່ຫ້າວຫັນຂອງສັງຄົມ.ທ່ານນາຍົກໄດ້ກ່າວຄຳຮຽກຮ້ອງດັ່ງກ່າວໃນຄຳໂອວາດເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
http://annx.asianews.network/content/lao-pm-calls-joint-effort-protect-develop-children-97619
ແນວລາວ ແລະ ອົງການຢູນິເຊັບ ຮ່ວມມືໃນການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ
(ຂປລ) ແນວລາວສ້າງຊາດ ແລະ ອົງການກອງທຶນເດັກ ສະຫະປະຊາຊາດ (ຢູນິເຊັບ) ໄດ້ຈັດຕັ້ງກອງປະຊຸມວິຊາການກ່ຽວກັບການປັບປຸງສະຖານະພາບຂອງເດັກທີ່ມີຄວາມສ່ຽງ.ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ ແລະ ທ່ານ ອອກຕາວຽນ ບິໂວ ຜູ້ຕາງໜ້າອົງການຢູນິເຊັບ ໄດ້ເຂົ້າຮ່ວມໃນກອງປະຊຸມໄລຍະສອງວັນ (24-26 ເມສາ 2019) ດັ່ງກ່າວທີ່ແຂວງສະຫວັນນະເຂດ ເຊິ່ງມີພະນັກກງານແນວລາວທີ່ເຮັດວຽກກ່ຽວກັບບັນຫາເດັກນ້ອຍກວ່າ 70 ເຂົ້າຮ່ວມ, ແນໃສ່ການສ້າງພູມຕ້ານທານຂອງເດັກ.ອ່ານຕໍ່ ...
ຂປລ
ລັດຖະບານສະຫຼຸບການສັງເກດການກ່ຽວກັບການຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວຍັງຄົງດຳເນີນການສ້າງຄວາມຮັບຮູ້ກ່ຽວກັບສິດທິເດັກໃຫ້ແກ່ອຳນາດການປົກຄອງ ໂດຍການຈັດກອງປະຊຸມວິຊາການເພື່ອຫາລືການສະຫຼຸບສັງລວມການສັງເກດການສຳລັບທຸກຂະແໜງການໃນຂັ້ນສູນກາງ ແລະ ແຂວງ ເພື່ອຜັນຂະຫຍາຍແຜນດຳເນີນງານຂອງແຕ່ລະໜ່ວຍງານ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປຶກສາຫາລືກັບຄູ່ຮ່ວມພັດທະນາ ທີ່ວຽງຈັນ ໃນວັນອັງຄານຜ່ານມາ ເພື່ອຫາລືກ່ຽວກັບພັນທະການປະຕິບັດອະນຸສັນຍາວ່າດ້ວຍສິດທິເດັກຂອງລາວ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ລາວຍຶດໝັ້ນສືບຕໍ່ສົ່ງເສີມສິດທິເດັກ
ລາວຈະສືບຕໍ່ຮ່ວມວຽກກັບອົງການຢູນິເຊັບ ແລະ ບັນດາຄູ່ຮ່ວມພັດທະນາເພື່ອສົ່ງເສີມ ແລະ ປົກປ້ອງສິດທິເດັກ. ທັງນີ້ ລາວວາງເປົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ພາຍໃນ 2030 ພາຍໃຕ້ອະນຸສັນຍາວ່າດ້ວຍສິດທິເດັກ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວລາຍງານຄວາມຄືບໜ້າໃນການປົກປ້ອງສິດທິເດັກ
ຄະນະຜູ້ແທນລາວຢືດໝັ້ນພັນທະຂອງລັດຖະບານໃນການສືບຕໍ່ສົ່ງເສີມສິດທິເດັກ ໂດຍຜ່ານການພັດທະນາດ້ານລະບຽບການ, ການສຶກສາ, ການບໍລິການສາທະລະນະສຸກ ແລະ ຂົງເຂດອື່ນໆ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ປະເທດລາວຢູ່ອັນດັບ 132 ໃນບົດລາຍງານສະຖານະເດັກນ້ອຍ
ອົງການຊ່ວຍເຫຼືອເດັກໄດ້ເຜີຍແຜ່ບົດລາຍງານ ‘ຫຼາຍໂສມໜ້າຂອງການກີດກັ້ນ’ ເຊິ່ງຈັດອັນດັບປະເທດອີງຕາມຕົວຊີ້ວັດກ່ຽວກັບເດັກນ້ອຍ.ອ່ານຕໍ່ ...
ເດິລາວທຽນທາມສ໌