ຊາວໜຸ່ມລາວນຳໃຊ້ທັກສະດ້ານສື່ເພື່ອສົ່ງເສີມສິດທິເດັກ

ກິດຈະກຳຝຶກອົບຮົມສຳລັບຊາວໜຸ່ມລາວ ກ່ຽວກັບວິທີທີ່ດີທີ່ສຸດໃນການດຶງດູດຄວາມສົນໃຈຂອງມະຫາຊົນຕໍ່ກັບສົນທິສັນຍາກ່ຽວກັບສິດທິເດັກຜ່ານສື່ວິທະຍຸ ແລະ ສື່ສັງຄົມອອນໄລ ໄດ້ຈັດຂຶ້ນຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ.

ກິດຈະກຳໄລຍະສາມວັນດັ່ງກ່າວແຕ່ວັນອັງຄານເຖິງວັນພະຫັດອາທິດແລ້ວນີ້ ແມ່ນຈັດໂດຍສາຖານນີວິທະຍຸກະຈາຍສຽງແຫ່ງຊາດ ພາຍໃຕ້ການສະໜັບສະໜູນຂອງອົງການຢູນິເຊັບ.

ກິດຈະກຳດັ່ງກ່າວຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສື່ຊາວໜຸ່ມລາວຄົບຮອບ 15 ປີ  (2004-2019) ແລະ ວັັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍວັນທີ 13 ສິງຫາ ຄົບຮອບ 69 ປີ.

ອ່ານຕໍ່…

ວິສິດ ເທບພະລັດ