ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ສົ່ງເສີມການປົກປ້ອງສິດທິເດັກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຊຸກຍູ້ໃຫ້ຂະແໜງເອກະຊົນ ເອົາໃຈໃສ່ໃນການປະຕິບັດພັນທະຕາມສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອສົ່ງເສີມການປົກປ້ອງສິດທິເດັກ.

ບັນຫາດັ່ງກ່າວໄດ້ມີການຫາລືໃນກອງປະຊຸມປຶກສາຫາລືຂອງຂະແໜງເອກະຊົນ ທີ່ນະຄອນວຽງຈັນ ໃນວັນພຸດນີ້. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສະຫະພັນກຳມະບານລາວ ທັງເປັນສະມາຊິກຄະນະກຳມາທິການແຫ່ງຊາດວ່າດ້ວຍການພັດທະນາແມ່ຍິງ, ແມ່ ແລະ ເດັກ, ແລະ ທ່ານນາງ ອົກຕາວຽນ ບີໂວ ຕາງໜາອົງການຢູນິເຊັບ ປະຈຳລາວ, ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສາກົນ.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/lao-govt-urges-private-sector-involvement-protect-children%E2%80%99s-rights-104982