ການສຶກສາ ແລະ ການຝຶກອົບຮົມ

ການສຶກສາຂັ້ນປະຖົມ ແລະ ມັດທະຍົມຕົ້ນ

ລັດຖະບານຈະເອົາຫຼັກສູດວິຊາຊີບເຂົ້າໃນການສຶກສາຊັ້ນມັດທະຍົມ

ວຽງຈັນ (ວຽງຈັນທາມສ໌) – ອີກບໍ່ດົນ ຫຼັກສູດການສຶກສາວິຊາຊີບຈະກາຍເປັນສ່ວນໜຶ່ງຂອງຫຼັກສູດການສຶກສາມາດຕະຖານທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນການເພີ່ມທະວີການສ້າງແຮງງານທີ່ມີທັກສະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການພັດທະນາ.ບາດກ້າວດັ່ງກ່າວແມ່ນເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານໃນການເພີ່ມທີວະການສ້າງຊັບພະຍາກອນມະນຸດເຂົ້າສູ່ຕະຫຼາດແຮງງານ ເພື່ອຕອບສະໜອງແຮງງານທີ່ມີທັກສະເຊິ່ງເປັນທີ່ຕ້ອງການໃນອຸດສາຫະກຳ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/govt-introduce-vocational-courses-secondary-schools-laos-100573

ເດັກນ້ອຍນັກຮຽນປະຖົມ 800,000 ທົ່ວປະເທດຈະໄດ້ນຳໃຊ້ປຶ້ມແບບຮຽນໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ເດັກນ້ອຍນັກຮຽນປະຖົມກວ່າ 800,000 ທົ່ວປະເທດຈະໄດ້ນຳໃຊ້ປຶ້ມແບບຮຽນໃໝ່ໃນເດືອນກັນຍາ ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດການສຶກສາຊັ້ນປະຖົມໃໝ່ ເຊິ່ງຈະນຳໃຊ້ໃນຊຸມປີຕໍ່ໜ້າ.ໃນປີນີ້ ຄູອາຈານຊັ້ນປໍ 1, ຄະນະອຳນວຍການ ແລະ ວິຊາການສິດສອນ 16,600 ຄົນ ຈະໄດ້ຮັບການຝຶກອົບຮົມກ່ຽວກັບການສິດສອນຫຼັກສູດໃໝ່ດັ່ງກ່າວ. ຄູສອນຊັ້ນປະຖົມທັງໝົດຈະຈະເຊື່ອມຊຶມເນື້ອໃນຫຼັກສູດການຮຽນການສອນດັ່ງກ່າວຜ່ານການຝຶກອົບຮົມໃນຄັ້ງນີ້.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/800000-primary-school-children-laos-have-new-textbooks-98163

ປະກາດຜົນການສອບເສັ່ງນັກຮຽນເກັ່ງຊັ້ນມັດທະຍົມທົ່ວປະເທດ

ໃນອາທິດແລ້ວນີ້ໄດ້ມີການປະກາດລາຍຊື່ນັກຮຽນເກັ່ງ 8 ຄົນທີ່ໄດ້ຊະນະເລີດໃນການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມແຫ່ງຊາດປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ. ນັກຮຽນເກັ່ງຊັ້ນມັດທະຍົມແປດຄົນໃນລະດັບຊັ້ນ ມໍ4 ແລະ ມໍ7  ໄດ້ຮັບວາງວັນຊະນະເລີດຫຼັງຈາກທີ່ສອບເສັງທົ່ວປະເທດໄດ້ຄະແນນສູງສຸດໃນວິຊາວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ນັກຮຽນຈາກນະຄອນວຽງຈັນຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນ

ບາງກອກ (ວຽງຈັນທາມສ໌/ANN) – ນັກຮຽນຈາກໂຮງຮຽນນາໆຊາດລາວ (ອະດີດໂຮງຮຽນອິສ໌ເຕີນສະຕາ) ວຽງຈັນ ຈຳນວນ 21 ຄົນ ເດີນທາງກັບບ້ານພ້ອມໄຊຊະນະ ຫຼັງຈາກທີ່ຕາງໜ້າປະເທດລາວເຂົ້າຮ່ວມໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນນາໆຊາດຄັ້ງທີ 8 ທີ່ປະເທດໄທ.ການແຂ່ງຂັນດັ່ງກ່າວໄດ້ມີຂຶ້ນທີ່ມະຫາວິທະຍາໄລຣັງສິດ, ບາງກອກ ຄັ້ງວັນທີ  8-12 ມີນາ.ມີນັກຮຽນລາວ 18 ຄົນເຂົ້າຮ່ວມໃນສອງປະເພດຂອງການແຂ່ງຂັນຄະນິດສາດນາໆຊາດຄັ້ງທີ 8, ຄືການແຂ່ງຂັນຄະນິດສາດປະເພດດ່ຽວ ແລະ ປະເພດທີມ.ໃນນັ້ນ ລາວສາມາດຍາດໄດ້ສອງຫຼຽນຄຳ, ສີ່ຫຼຽນເງິນ, ແປດຫຼຽນທອງແດງ ແລະ ສີ່ລາງວັນຊົມເຊີຍຈາກການແຂ່ງຂັນປະເພດດ່ຽວ ແລະ ໄດ້ອັນດັບທີສາມຈາກການແຂ່ງຂັນປະເພດທີມ ເຊິ່ງມີທີມເຂົ້າຮ່ວມຈາກ 20 ປະເທດ.ອ່ານຕໍ່ ...

ວິສິດ ເທບພະລັດ

ມູນນິທິ WeloveU  ຊ່ວຍບູລະນະໂຮງຮຽນມັດທະຍົມຊົນເຜົ່າເຊໂປນ

(ຂປລ) ໃນວັນທີ 12 ກຸມພາຜ່ານມາໄດ້ມີພິທີມອບອາຄານໂຮງຮຽນມັດທະຍົມຊົນເຜົ່າເຊໂປນທີ່ໄດ້ຮັບການສ້ອມແປງໃໝ່ ຈາກມູນນິທິ WeloveU ສາກົນ ໃຫ້ແກ່ຄະນະບໍລະຫານໂຮງຮຽນຊົນເຜົ່າ ເມືອງເຊໂປນ ແຂວງສະຫວັນນະເຂດ.ທ່ານນາງ ຄີມ ອ໋ອກຄີ ຕາງໜ້າມູນນິທິ WeloveU ສາກົນກ່າວວ່າ ການບູລະນະຄັ້ງນີ້ລວມມີ ການສ້ອມແປງຫ້ອງນ້ຳ, ຫ້ອງປະຊຸມ, ອາຄານຮຽນ ແລະ ນ້ຳບາດານ.ອ່ານຕໍ່ ...

ຂປລ

ໂຄງການກໍ່ສ້າງໂຮງຮຽນທີ່ແຂວງອຸດົມໄຊ ພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ

(ຂປລ) ລັດຖະບານຍີ່ປຸ່ນທຳການມອບຮັບໂຮງຮຽນ ທີ່ກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການຊ່ວຍເຫຼືອຍີ່ປຸ່ນເພື່ອຮາກຖານຄວາມໝັ້ນຄົງຂອງມະນຸດ (GGP) ທີ່ເມືອງນາໝໍ້ ແຂວງອຸດົມໄຊ.ພິທີມອບດັ່ງກ່າວແມ່ນໄດ້ຈັດຂື້ນ ໃນວັນທີ 16 ມັງກອນ 2019 ທີ່ແຂວງອຸດົມໄຊ ລະຫວ່າງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງແຂວງອຸດົມໄຊ ແລະ ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນປະຈຳ ສປປ ລາວ.ອ່ານຕໍ່ ...

ຂປລ

ພິທີມອບອາຄານຮຽນພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານຈີນໃຫ້ແກ່ຊຸມຊົນທ້ອງຖິ່ນ

ວຽງຈັນ, 7 ມັງກອນ (ຊິນຫົວ) — ຄູອາຈານ ແລະ ນັກຮຽນໂຮງຮຽນປະຖົມບ້ານຫົວຊຽງ ນະຄອນຫຼວງວຽງຈັນໄດ້ຮັບອາຄານຮຽນໃໝ່ ທີ່ໄດ້ຮັບການກໍ່ສ້າງພາຍໃຕ້ທຶນຊ່ວຍເຫຼືອຂອງທະນາຄານການຄ້າ ແລະ ອຸດສາຫະກຳແຫ່ງປະເທດຈີນ  (ICBC).ອ່ານຕໍ່ ...

zh

ກະຊວງສຶກສາລົງໂທດຫ້າມສອນສຳລັບຄູອາຈານທີ່ຊ່ວຍນັກສຶກສາໂກງການສອບເສັງ

ກະຊວງສຶກສາທິການ ແລະ ກິລາໄດ້ລົງໂທດຫ້າມສອນສຳລັບຄູອາຈານສີ່ຄົນ ທີ່ມີສ່ວນພົວພັນກ່ຽວຂ້ອງໃນການແກ້ຂໍ້ສອບໃຫ້ນັກຮຽນໃນການສອບເສັງຈົບຊັ້ນມັດທະຍົມຕອນປາຍ ສຳລັບສົກສຶກສາ 2017-2018.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ນັກຮຽນທີ່ເມືອງສະໜາມໄຊຄາດຈະໃຫ້ກັບເຂົ້າຮຽນພາຍໃນເດືອນກັນຍານີ້

ນ້ອງນັກຮຽນໃນທົ່ວປະເທດກຳລັງກັບເຂົ້າສູ່ການສຶກສາຮ່ຳຮຽນຕາມກຳນົດການ ແຕ່ວ່າເດັກນັກຮຽນທີ່ເມືອງສະໜາມໄຊ ແຂວງອັດຕະປື ພັດຜະເຊີນກັບອຸປະສັກຫຼາຍຢ່າງໃນການກັບສູ່ກິດຈະກຳການສຶກສາຕາມແຜນ.ອ່ານຕໍ່ ...

ເດິລາວທຽນທາມສ໌

ກະຊວງຮ່າງແຜນສຳລັບສົກຮຽນໃໝ່ຂອງເມືອງສະໜາມໄຊ

ຄູສອນທີ່ເມືອງສະໜາມໄຊ ແຂວງອັດຕະປືຈະໄດ້ຮັບເງິນອຸດໜູນ ໜຶ່ງລ້ານກີບຕໍ່ຄົນ ແລະ ເດັກນ້ອຍນັກຮຽນຈະໄດ້ຮັບເຄື່ອງແບບນັກຮຽນ ພ້ອມດ້ວຍອຸປະກອນການສຶກສາໃນຕົ້ນສົກສຶກສາໃໝ່ທີ່ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ່ 3 ກັນຍານີ້.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

yj4F5
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!