ນັກຮຽນຈາກນະຄອນວຽງຈັນຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນ

ບາງກອກ (ວຽງຈັນທາມສ໌/ANN) – ນັກຮຽນຈາກໂຮງຮຽນນາໆຊາດລາວ (ອະດີດໂຮງຮຽນອິສ໌ເຕີນສະຕາ) ວຽງຈັນ ຈຳນວນ 21 ຄົນ ເດີນທາງກັບບ້ານພ້ອມໄຊຊະນະ ຫຼັງຈາກທີ່ຕາງໜ້າປະເທດລາວເຂົ້າຮ່ວມໃນການແຂ່ງຂັນຄະນິດສາດ ແລະ ຫຸ່ນຍົນສາກົນນາໆຊາດຄັ້ງທີ 8 ທີ່ປະເທດໄທ.

ການແຂ່ງຂັນດັ່ງກ່າວໄດ້ມີຂຶ້ນທີ່ມະຫາວິທະຍາໄລຣັງສິດ, ບາງກອກ ຄັ້ງວັນທີ  8-12 ມີນາ.

ມີນັກຮຽນລາວ 18 ຄົນເຂົ້າຮ່ວມໃນສອງປະເພດຂອງການແຂ່ງຂັນຄະນິດສາດນາໆຊາດຄັ້ງທີ 8, ຄືການແຂ່ງຂັນຄະນິດສາດປະເພດດ່ຽວ ແລະ ປະເພດທີມ.

ໃນນັ້ນ ລາວສາມາດຍາດໄດ້ສອງຫຼຽນຄຳ, ສີ່ຫຼຽນເງິນ, ແປດຫຼຽນທອງແດງ ແລະ ສີ່ລາງວັນຊົມເຊີຍຈາກການແຂ່ງຂັນປະເພດດ່ຽວ ແລະ ໄດ້ອັນດັບທີສາມຈາກການແຂ່ງຂັນປະເພດທີມ ເຊິ່ງມີທີມເຂົ້າຮ່ວມຈາກ 20 ປະເທດ.

ອ່ານຕໍ່…

ວິສິດ ເທບພະລັດ