ແຮງງານ

ສະຫະພັນແມ່ຍິງລາວຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະຫະພັນແມ່ຍິງລາວຮ່ວມມືກັບອົງການຢູນິເຊັບ ແລະ ກະຊວງທີ່ກ່ຽວຂ້ອງໃນການດຳເນີນໂຄງການເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍຈາກການຄ້າມະນຸດ.ກອງປະຊຸມປຶກສາຫາລືກ່ຽວກັບຮ່າງແນວທາງໃນການປົກປ້ອງ ແລະ ຊ່ວຍເຫຼືອເຫຍື່ອຈາກການຄ້າມະນຸດ ໄດ້ມີຂື້ນວານນີ້ ທີ່ສູນຝຶກອົບຮົມສະຫະພັນແມ່ຍິງລາວ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ADB ສະໜັບສະໜູນການພັັດທະນາລະບົບການບໍລິການການມີວຽກເຮັດງານທຳໃນລາວ

(ຂປລ) ໂຄງການຊ່ວຍເຫຼືອດ້ານວິຊາການ (TA) ໄດ້ໃຫ້ການຊ່ວຍເຫຼືອໃນການພັດທະນາລະບົບການບໍລິການການມີວຽກເຮັດງານທຳສຳລັບກະຊວງແຮງານ ແລະ ສະຫວັດດີການສັງຄົມ (MLSW) ເພື່ອຂະຫຍາຍໂອກາດສຳລັບຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບການຈ້າງງານ.“ໂຄງການຊ່ວຍເຫຼືອດ້ານວິຊາການດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບ ສປປ ລາວ ໃນສະຖານະການປະຈຸບັນ ເນື່ອງຈາກວ່າມັນເປັນການສະໜອງລະບົບການບໍລິການການມີວຽກເຮັດງານທຳ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການຄຸ້ມຄອງດ້ານວິຊາການສຳລັບລັດຖະກອນທີ່ປະຕິບັດໜ້າທີ່ໃນສູນຈັດຫາງານໃນອະນາຄົດ,” ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາທັກສະອາຊີບ ແລະ ການຈ້າງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນກອງປະຊຸມວິຊາການກ່ຽວກັບການຍົກລະດັບຄວາມສາມາດໃນການກວດສອບການປະເມີນຜົນກະທົບ AT ທີ່ນະຄອນຫຼວງວຽງຈັນ ໃນວັນທີ 22 ພຶດສະພາຜ່ານມານີ້.ອ່ານຕໍ່ ...

ຂປລ

ຈັນຍາບັນໃນສະຖານທີ່ເຮັດວຽກແບບຍີ່ປຸ່ນຈະເພີ່ມຄຸນຄ່າໃຫ້ແກ່ລູກຈ້າງລາວ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ເຊິ່ງຮັບຜິດຊອບໃນການສ້າງຄວາມເຂັ້ມແຂງດ້ານຄວາມສາມາດດ້ານທຸລະກິດໃນລາວ ຫວັງວ່າການພັດທະນາທັກສະໃນຂະແໜງເອກະຊົນຈະເຮັດໃຫ້ທຸລະກິດປະສົບຄວາມສຳເລັດຍິ່ງຂຶ້ນ.ໃນອາທິດນີ້ ຊຸດຝຶກອົບຮົມການສ້າງຄວາມສາມາດ ແມ່ນຈະຈັດຂຶ້ນແຕ່ວັນທີ 20-24 ພຶດສະພາ ທີ່ແຂວງຈຳປາສັກ. ພາຍໃຕ້ຫົວຂໍ້ “ໂຄງການພັດທະນາລູກຈ້າງແບບມືອາຊີບໃນລາວ”, ຈະເຮັດໃຫ້ລູກຈ້າງກາຍເປັນມືອາຊີບ ແລະ ຫ້າວຫັນຍິ່ງຂຶ້ນໃນການເຮັດວຽກ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ກະຊວງຮຽກຮ້ອງໃຫ້ຂະແໜງການທ່ອງທ່ຽວຊ່ວຍແກ້ໄຂບັນຫາການຄ້າມະນຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຜູ້ປະກອບການທ່ອງທ່ຽວເອກະຊົນແຂວງບໍລິຄຳໄຊ ເຂົ້າຮ່ວມກອງປະຊຸມສຳມະນາເພື່ອສ້າງຄວາມເຂັ້ມແຂງດ້ານການຮ່ວມມື ແລະ ການມີສ່ວນຮ່ວມເພື່ອສະກັດກັ້ນການຄ້າມະນຸດ, ເຊິ່ງຈະຈັດຂຶ້ນຢູ່ແຂວງໃນວັນທີ 13-14 ພຶດສະພາ.ກອງປະຊຸມສຳມະນາດັ່ງກ່າວມີເປົ້າໝາຍໃນການຍົກລະດັບຄວາມຮູ້ກ່ຽວກັບການຄ້າມະນຸດ, ປຶກສາຫາລືຖອດຖອນບົດຮຽນ, ແລະ ສ້າງການຮ່ວມມືລະຫວ່າງບັນດາໜ່ວຍທຸລະກິດດ້ານການທ່ອງທ່ຽວ ເຊັ່ນ ໂຮງແຮມ ແລະ ບ້ານພັກ, ຮ້ານອາຫານ ແລະ ສະຖານບັນເທິງ.ອ່ານຕໍ່ ...

ໂຕະຂ່າວ

ເວັບໄຊໃໝ່ສ້າງໂອກາດສຳລັບຜູ້ຊອກວຽກ ແລະ ນາຍຈ້າງໃນລາວ

ຜູ້ທີ່ກຳລັງຊອກວຽກ ຫຼື ຜູ້ວ່າຈ້າງທີ່ຕ້ອງຫາຊອກຫາພະນັງງານ ສາມາດລົງທະບຽນກັບເວັບໄຊ  www.lmi.molws.gov.la ເຊິ່ງເປັນເວັບໄຊຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເວັບໄຊດັ່ງກ່າວຈະຊ່ວຍເຫຼືອຜູ້ທີ່ຕ້ອງການເຮັດວຽກກັບບໍລິສັດເອກະຊົນໃນລາວ ແລະ ຕ່າງປະເທດ.ທ່ານ ສຸທານຸ ບຸດພົມວິຫານ ຫົວໜ້າໜ່ວຍງານສະຖິຕິ ກົມແຜນການ ແລະ ການຮ່ວມມື ໄດ້ບອກກັບໜັງສືພີມວຽງຈັນທາມສ໌ວານນີ້ວ່າ ທາງກະຊວງໄດ້ຈັດຕັ້ງເວັບໄຊນີ້ຂຶ້ນ ເພື່ອເປັນຊ່ອງທາງໃນການເຊື່ອມຕໍ່ລະຫວ່າງຜູ້ທີ່ກຳລັງຊອກວຽກ ແລະ ຜູ້ຈ້າງງານ ເພື່ອຊ່ວຍຫຼຸດຜ່ອນອັດຕາການຫວ່າງງານ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ມະຫາຊົນເຂົ້າຮ່ວມການສະເຫຼີມສະຫຼອງວັນກຳມະກອນສາກົນທີ່ວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ພະນັກງານຈາກອົງການຈັດຕັ້ງ ແລະ ບໍລິສັດຕ່າງໆ ເຕົ້າໂຮມກັນທີ່ໃຈກາງນະຄອນຫຼວງວຽງຈັນ ໃນຕອນເຊົ້າວານນີ້ ເພື່ອເຂົ້າຮ່ວມກິດຈະກຳການຍ່າງເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ.ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນໃນທຸກໆປີໂດຍສະຫະພັນກຳມະບານລາວ ພື່ອສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນດັ່ງກ່າວ ຮ່ວມກັບບັນດາປະເທດທົ່ວໂລກ.ອ່ານຕໍ່ ...

ສັງຄົມໄຊ ບຸບຜານຸວົງ

ບຸກຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີທີ່ຊາຍແດນໄທ-ມາເລເຊຍ

ເຈົ້າໜ້າທີ່ບຸກເຂົ້າກວດສອບຮ້ານຄາຣາໂອເກະທີ່ອຳເພີເມືອງສຸໄຫງໂຄລົກ ນາລາທິວາດ ໃນຕອນຄ່ຳຂອງວັນຈັນຜ່ານມາ ແລະ ຊ່ວຍເຫຼືອສາວລາວ 12 ຄົນຈາກການຄ້າປະເວນີ.ເຈົ້າໜ້າທີ່ຈາກກົມການປົກຄອງຈັງຫວັດ ແລະ ກົມສືບສວນສອບສວນພິເສດ ພ້ອມດ້ວຍພະນັກງານອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ໄດ້ທຳການບຸກກວດຄົ້ນສະຖານບັນເທິງ Relax Pub ໃນເວລາ 8.30 ແລງທີ່ຕົວເມືອງຊາຍແດນດັ່ງກ່າວ.ໃນນັ້ນແມ່ຍິງ 2 ໃນຈຳນວນ 12 ຄົນດັ່ງກ່າວ ສົ່ງໄສວ່າມີອາຍຸຕ່ຳກວ່າ 18 ປີ, ເຊິ່ງໄດ້ມີການສົ່ງຕົວໄປໂຮງໝໍປະຈຳຈັງຫວັດເພື່ອທຳການກວດສອບມວນກະດູກ ຢືນຢັນອາຍຸຈິງ.ອ່ານຕໍ່ ...

The Nation

ນະຄອນວຽງຈັນ, ໂຮຈິມິນ ລົງນາມຂໍ້ຕົກລົງເພື່ອການປັບປຸງທັກສະສຳລັບຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນວຽງຈັນ ແລະ ນະຄອນໂຮຈິມິນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນອາທິດແລ້ວນີ້ ແນໃສ່ການສ້າງການຮ່ວມມືຮອບດ້ານໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນວຽງຈັນ ພ້ອນດ້ວຍເຈົ້າໜ້າທີ່ຈາກສອງຝ່າຍໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມຂໍ້ຕົກລົງລະຫວ່າງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ແລະ ພະແນກແຮງງານ, ຜູ້ເສຍອົງຄະ ແລະ ສະຫວັດດີການສັງຄົມແຫ່ງນະຄອນໂຮຈິມິນ.ອ່ານຕໍ່ ...

ໂຕະຂ່າວ

ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ ສະໜັບສະໜູນການສ້າງຄວາມສາມາດສຳລັບຜູ້ກວດກາແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການຮ່ວມມືສາກົນແຫ່ງປະເທດເກົາຫຼີ (KOICA) ໄດ້ຈັດຊຸດໂຄງການທຶນການສຶກສາເພື່ອຍົກລະດັບຄວາມສາມາດຂອງຜູ້ກວດກາແຮງງານ ຜ່ານການເສີມຂະຫຍາຍຄວາມຮູ້ພື້ນຖານ ແລະ ກໍລິນີສຶກສາຕົວຈິງ.ການລິເລີ່ມດັ່ງກ່າວມີກຳນົດການປະຕິບັດເປັນໄລຍະສາມປີ ແຕ່ປີ 2018-2020 ເຊິ່ງເປັນສ່ວນໜຶ່ງຂອງໂຄງການປັບປຸງ ແລະ ຍົກລັະດັບຄວາມສາມາດເພື່ອອະນາຄົດ ຂອງອົງການ KOICA.ອ່ານຕໍ່ ...

ໂຕະຂ່າວ

ທິດຊີ້ນຳໃໝ່ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານການຄ້າມະນຸດໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຊິກສະຫະພັນແມ່ຍິງລາວໄດ້ຮ່ວມປະຊຸມກັບເຈົ້າໜ້າທີ່ກະຊວງວານນີ້ ເພື່ອຫາລືຮ່າງແນວທາງນະໂຍບາຍໃໝ່ກ່ຽວກັບຄວາມຮຸນແຮງໃນຄອບຄົວ, ການປົກປ້ອງເດັັກ ແລະ ການຄ້າມະນຸດ.ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງທ່ານນາງ ທູມມະລີ ວົງພະຈັນ ອຳນວຍການສູນປົກປ້ອງ ແລະ ໃຫ້ຄຳປຶກສາສຳລັບແມ່ຍິງ ແລະເດັກນ້ອຍ ສະຫະພັນແມ່ຍິງລາວ, ແລະ ມີ 40 ຜູ້ເຂົ້າຮ່ວມ ຕາງໜ້າຈາກກະຊວງຍຸດຕະທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຈາກພາກສ່ວນອື່ນໆ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4Sk7B
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!