ນະຄອນວຽງຈັນ, ໂຮຈິມິນ ລົງນາມຂໍ້ຕົກລົງເພື່ອການປັບປຸງທັກສະສຳລັບຜູ້ອອກແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ນະຄອນວຽງຈັນ ແລະ ນະຄອນໂຮຈິມິນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ໃນອາທິດແລ້ວນີ້ ແນໃສ່ການສ້າງການຮ່ວມມືຮອບດ້ານໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນວຽງຈັນ ພ້ອນດ້ວຍເຈົ້າໜ້າທີ່ຈາກສອງຝ່າຍໄດ້ຮ່ວມເປັນສັກຂີພະຍານ ໃນການລົງນາມຂໍ້ຕົກລົງລະຫວ່າງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ແລະ ພະແນກແຮງງານ, ຜູ້ເສຍອົງຄະ ແລະ ສະຫວັດດີການສັງຄົມແຫ່ງນະຄອນໂຮຈິມິນ.

ອ່ານຕໍ່…

ໂຕະຂ່າວ