ແຮງງານ

ນະໂຍບາຍ ແລະ ການຄຸ້ມຄອງດ້ານແຮງງານ

ລາວຕ້ອງການຄວາມເປັນເອກະພາບກ່ຽວກັບກົດໝາຍແຮງງານໃນທົ່ວອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານຈະປັບປຸງຮ່າງກົດໝາຍວ່າດ້ວຍແຮງງານ, ເພື່ອແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວໃນຕ່າງປະເທດ ລວມທັງໃນບັນດາປະເທດອາຊຽນ.ນະໂຍບາຍຂອງລັດຖະບານລາວແມ່ນເພື່ອຊ່ວຍເຫຼືອຜູ້ອອກແຮງງານ ແລະ ປົກປ້ອງສິດທິຂອງເຂົາເຈົ້າ. ດັ່ງນັ້ນ, ນະໂຍບາຍ ແລະ ກົດໝາຍເພື່ອຊ່ວຍໃນການປັບປຸງສະພາບແວດລ້ອມການອອກແຮງງານ ແລະ ເພື່ອປົກປ້ອງສິດຂອງຜູ້ອອກແຮງງານຕ້ອງມີຄວາມພ້ອມ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ດຳລັດໃໝ່ຮັບປະກັນເລື່ອງຄວາມປອດໄພ ແລະ ສຸຂະພາບໃນສະຖານທີ່ອອກແຮງງານໃນລາວ

ຜູ້ອອກແຮງງານມີສິດທິຕາມກົດໝາຍໃນການຮຽກຮ້ອງຕໍ່ຜູ້ຈ້າງງານ ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມປອດໄພໃນການອອກແຮງງານ, ຕາມລັດຖະດຳລັດສະບັບໃໝ່. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຊັນຮັບຮອງເອົາດຳລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນຕົ້ນເດືອນນີ້. ດຳລັດຈຳນວນ 22 ໜ້າດັ່ງກ່າວ ເຊິ່ງມີການເຜີຍແຜ່ໃນຈົດໝາຍວຽນທາງລັດຖະການໃນວັນທີ 25 ກຸມພານີ້ ຈະມີຜົນບັງຄັບໃຊ້ຫຼັງຈາກ 15 ວັນນັບແຕ່ມື້ເຜີຍແຜ່. ຜູ້ອອກແຮງງານສາມາດຍື່ນຄຳຮ້ອງຕໍ່ອົງການຄຸ້ມຄອງແຮງງານ ເພື່ອຮ້ອງຮຽນໃນກໍລະນີທີ່ນາຍຈ້າງບໍ່ດຳເນີນການປັບປຸງສະພາບແວດລ້ອມຂອງສະຖານທີ່ອອກແຮງງານໃຫ້ສອດຄ່ອງຕາມມາດຕະຖານດ້ານສຸຂະພາບ ແລະ ຄວາມປອດໄພ ຕາມການຮ້ອງຂໍຂອງຜູ້ອອກແຮງງານ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ລາວມີແຜນສືບຕໍ່ພັດທະນານະໂຍບາຍກ່ຽວກັບແຮງງານ

ລາວຈະສືບຕໍ່ເຮັດວຽກກັບຄູ່ຮ່ວມພັດທະນາ ກໍຄືອົງການແຮງງານສາກົນ (ILO) ເພື່ອສືບຕໍ່ປົກປ້ອງສິດ ແລະ ຜົນປະໂຫຍດດຂອງຜູ້ອອກແຮງງານ.ນີ້ແມ່ນຄຳເຫັນໃນການເປີດຕົວບົດລາຍງານທີ່ມີຊື່ວ່າ “Work for a Brighter Future” ຂອງອົງການ ILO ໃນວັນພຸດນີ້ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ILO ຄົບຮອບ 100 ປີ ແລະ ວັນຄົບຮອບ 55 ປີຂອງການເຂົ້າເປັນສະມາຊິກຂອງລາວ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວ,​ ໄທ ທົບທວນຄວາມຄືບໜ້າໃນການຂຶ້ນທະບຽນແຮງງານ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ແຮງງານລາວ ແລະ ໄທໄດ້ປະຊຸມກັນທີ່ບາງກອກ ປະເທດໄທ ໃນອາທິແລ້ວນີ້ ເພື່ອທົບທວນຜົນການດຳເນີນງານການຮ່ວມມືດ້ານແຮງງານ.ສອງຊາດໄດ້ມີການຮ່ວມມືກັນມາກວ່າສອງປີມາແລ້ວ ໃນການຊຸກຍູ້ການຈ້າງງານໃຫ້ຖືກຕ້ອງຕາມກົດໝາຍ ພາຍໃຕ້ “ຂໍ້ຕົກລົງດ້ານແຮງງານ” ລະຫວ່າງສອງຝ່າຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວເສີມຂະຫຍາຍຂັ້ນຕອນການກຳນົດຄ່າແຮງງານຂັ້ນຕ່ຳ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ (LNCCI) ຈະສົມທົບກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໃນການສ້າງຄຳແນະນຳກ່ຽວກັບການກຳນົດອັດຕາຄ່າແຮງງານຂັ້ນຕ່ຳໃນລາວ.ຫວ່າງບໍ່ດົນມານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ມີການອະນຸມັດຄ່າແຮງງານຂັ້ນຕ່ຳໃຫ້ເປັນ 1,100,000 ກີບຕໍ່ເດືອນ ແລະ ກຳລັງມີການຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ, ຂະແໜງທຸລະກິດ, ໃນນາມຂອງຜູ້ຈ້າງງານ, ໄດ້ມີການຮຽກຮ້ອງໃຫ້ມີຂັ້ນຕອນການຄິດໄລ່ທີ່ສົມເຫດຜົນ ແລະ ເປັນວິທະຍາສາດ ກ່ອນທຳການປັບຂຶ້ນຄ່າແຮງງານຂັ້ນຕ່ຳ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າທີ່ແຮງງານຫາລືລະບຽບການສຳລັບແຮງງານຕ່າງປະເທດ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການຈັດຕັ້ງລັດຖະບານທີ່ກ່ຽວຂ້ອງຈັດກອງປະຊຸມວານນີ້ ເພື່ອຫາລືຮ່າງກົດລະບຽບດ້ານແຮງງານ ທີ່ກ່ຽວຂ້ອງກັບບັນຫາແຮງງານຕ່າງປະເທດໃນລາວ ທີ່ບໍ່ມີໃບອະນຸຍາດຕາມລະບຽບກົດໝາຍ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ສອງຝ່າຍຢືນຢັນການສະໜັບສະໜູນການສົ່ງແຮງງານລາວໄປປະເທດເກົາຫຼີ

ເຈົ້າໜ້າທີ່ແຮງງານຂອງລາວ ແລະ ສາທາລະນະລັດເກົາຫຼີຢືນຢັນສືບຕໍ່ການຮ່ວມມືຫຼັງສອງຝ່າຍໄດ້ຕົກລົງນຳໃຊ້ລະບົບຂຶ້ນທະບຽນການອອກແຮງງານ (Employment Permit System).  ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວຈະຮ່ວມມືກັບບັນດາປະເທດອາຊຽນໃນການສ້າງວຽກ 'ສີຂຽວ'

ລາວຈະຮ່ວມມືກັບບັນດາປະເທດອາຊຽນໃນການພັດທະນານະໂຍບາຍລະດັບພາກພື້ນກ່ຽວກັບອຸດສາຫະກຳ ‘ສີຂຽວ’ ໃນໄລຍະສາມປີ ແຕ່ປີ 2018 ເຖິງ 2020. ເຖິງຢ່າງໃດກໍຕາມ ການພັດທະນາບຸກຄະລາກອນທີ່ມີທັກສະທີ່ກ່ຽວຂ້ອງສຳລັບຂົງເຂດວຽກງານດັ່ງກ່າວຍັງເປັນສິ່ງທ້າທາຍສຳລັບປະເທດລາວ.ອ່ານຕໍ່  ...

ເພັດໂພໄຊ ແສງປະເສີດ

ລັດຖະບານລາວພະຍາຍາມຂຶ້ນທະບຽນແຮງງານລາວໃນປະເທດໄທ

ເຈົ້າໜ້າທີ່ແຮງງານຈະສືບຕໍ່ຮ່ວມມືກັບຝ່າຍໄທ ເພື່ອສຳເລັດການຂຶ້ນທະບຽນແຮງງານສັນຊາດລາວທີ່ກຳລັງອອກແຮງງານແບບຜິດກົດໝາຍຢູ່ໃນປະເທດໄທໃນປະຈຸບັນ. ເຊິ່ງຄາດຫວັງວ່າຂັ້ນຕອນດັ່ງກ່າວເຮັດຈະສຳເລັດພາຍໃນປີໜ້າ, ແຕ່ກໍຍັງກົງວົນກ່ຽວກັບບາງບັນຫາດ້ານການເກື້ອກຸນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລັດຖະບານ ແລະ ອົງການ ILO ຮ່ວມກັນສ້າງຄວາມເຂັ້ມແຂງດ້ານຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານ

ລັດຖະບານ ໄດ້ບັນລຸຂໍ້ຕົກລົງຮ່ວມກັບອົງການແຮງງານສາກົນ (ILO) ໃນການຈັດຕັ້ງປະຕິບັດໂຄງການຕ່ອງໂສ້ການສົ່ງເສີມຄວາມປອດໄພ ແລະ ສຸຂະພາບໃນການອອກແຮງງານໃນລາວ, ແນໃສ່ປົກປ້ອງຜູ້ອອກແຮງງານ.ໃນວັນອັງຄານທີ່ຜ່ານມາໄດ້ມີການລົງນາມບົດບັນທຶກຂໍ້ຕົກລົງການຮ່ວມມືຂອງໂຄງການ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ILO.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5jHj8
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!