Manufacturing

ການທ່ອງທ່ຽວ

ຖ້ຳທີ່ຫາກໍ່ມີການສຳຫຼວດແຫ່ງໃໝ່ ອາດເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມຜູ້ຊຽວຊານຈາກຍີ່ປຸ່ນກ່າວວ່າ ຖ້ຳຜາກ້າ ບ້ານນ້ຳເຟືອງ ເມືອງແມດ ແຂວງວຽງຈັນ ອາດເປັນຖ້ຳທີ່ໃຫຍ່ທີ່ສຸດໃນປະເທດລາວ.ຖ້ຳດັ່ງກ່າວເຊິ່ງຕັ້ງຢູ່ແຄມນ້ຳເຟືອງ ໄດ້ມີການສຳຫຼວດໂດຍທີມຊ່ຽວຊານຍີ່ປຸ່ນໃນຊ່ວງສອງສາມເດືອນຜ່ານມາ ນັບຕັ້ງແຕ່ເດືອນມິນາ, ທ່ານ ຊາຍແດນ ສຸນລິນທາ ເຈົ້າໜ້າທີ່ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງແມດ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/newly-explored-cave-could-be-laos%E2%80%99-largest-101258

ຫີນໜາມໜໍ່ແມ່ນສະຖານທີ່ຕໍ່ໄປທີ່ຈະຍື່ນສະເໜີໃຫ້ເປັນພື້ນທີ່ມໍລະດົກໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງດຳເນີນການໃນການຍື່ນສະເໜີໃຫ້ພື້ນທີ່ປ່າສະຫງວນແຫ່ງຊາດຫີນໜາມໜໍ່ (ປ່າຫີນ) ແຂວງຄຳມ່ວນ ໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການຢູເນັສ໌ໂກ.ທ່ານ ປອ.ສຈ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດເຜີຍຂໍ້ມູນດັ່ງກ່າວໃນກອງປະຊຸມສື່ມວນຊົນກ່ຽວກັບພິທີສະເຫຼີມສະຫຼອງທົ່ງໄຫຫີນເປັນສະຖານທີ່ມໍລະດົກໂລກຢ່າງເປັນທາງການ.ອ່ານຕໍ່ ...

ສີລັດດາ ສຸລິຍົງ
http://annx.asianews.network/content/hin-nam-nor-next-list-world-heritage-site-application-101192

ລາວມີຈຳນວນນັກທ່ອງທ່ຽວຈີນຫຼາຍຂຶ້ນ, ນັກທ່ອງທ່ຽວເກົາຫຼີໜ້ອຍລົງ ໃນຊ່ວງຫົກເດືອນຜ່ານມາ

ຈຳນວນນັກທ່ອງທ່ຽວທີ່ມາທ່ຽວລາວໄດ້ເພີ່ມຂຶ້ນ 5% ໃນຊ່ວງຫົກເດືອນຜ່ານມາ ຍ້ອນການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວຈີນ.ໃນລະຫວ່າງເດືອນມັງກອນຫາເດືອນມິຖຸນາ ມີນັກທ່ອງທ່ຽວເຂົ້າມາປະເທດລາວປະມານ 2.2 ລ້ານຄົນ, ຕາມກົມພັດທະນາການທ່ອງທ໋ຽວ,​ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ໋ຽວ.ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 13% ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມເພີ່ມຂຶ້ນ 11%. ຈຳນວນນັກທ່ອງທ່ຽວຈາກໄທກໍເພີ່ມຂຶ້ນ 1%.ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/30/laos-more-chinese-less-korean-tourists/

ປີທ່ອງທ່ຽວລາວ-ຈີນ ດຶງດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ

ການສົ່ງເສີມການທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ 2019 ປະສົບຜົນສຳເລັດໃນການເພີ່ມຈຳນວນນັກທ່ອງທ່ຽວ, ຕາມເຈົ້າໜ້າທີ່ທ່ອງທ່ຽວ. ໃນຊ່ວງຫົກເດືອນຕົ້ນປີນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວລາວກວ່າ 2.2 ລ້ານຄົນ, ເພີ່ມຂຶ້ນ 5% ທຽບກັບປີກາຍ, ຕາມກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວ, ກວາງຊີ ຈະສົ່ງເສີມກິດຈະກຳປີທ່ອງທ່ຽວລາວ-ຈີນ

ເຈົ້າໜ້າທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ກົມວັດທະນະທຳ ແລະ ການທ່ອງທ່ຽວຂອງເຂດປົກຄອງຕົນເອງກວາງຊີຈວງຂອງຈີນ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນ ໃນວັນພຸດແລ້ວນີ້ ເພື່ອສືບຕໍ່ກິດຈະກຳການສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ.ກອງປະຊຸມສຳມະນາກ່ຽວກັບການທ່ອງທ່ຽວໃນກວາງຊີດັ່ງກ່າວ ແມ່ນນຳໂດຍທ່ານ ບຸນລັບ ດວງພູມີ ຮອງຫົວໜ້າກົມສົ່ງເສີມການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ແລະ ທ່ານ ຫວງ ຢັນຊີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດກວາງສີ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ

ການສະເຫຼີມສະຫຼອງທົ່ງໄຫຫີນມີແຜນຈັດພ້ອມກັບງານມະຫາກຳກິລາແຫ່ງຊາດ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີສະເຫຼີມສະຫຼອງທົ່ງໄຫຫີນທີ່ໄດ້ຮັບຮອງໃຫ້ເປັນໜຶ່ງໃນມໍລະດົກໂລກໂດຍອົງການສະຫະປະຊາຊາດເພື່ອການສຶກສາ,​ ວິທະຍາສາດ ແລະ ວັດທະນະທຳ (UNESCO) ຢ່າງເປັນທາງການ ແມ່ນມີແຜນຈັດຂຶ້ນໃນວັນທີ 22 ມິນາ 2020 ຢູ່ແຂວງຊຽງຂວາງ ພ້ອມກັບພິທີເປີດການແຂ່ງຂັນກິລາແຫ່ງຊາດ.ແຜນການສະເຫຼີມສະຫຼອງດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນ ທີ່ວຽງຈັນວານນີ້ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ສິລັດດາ ສຸລິຍົງ
http://annx.asianews.network/content/plain-jars-celebration-planned-coincide-national-games-100896

ໂຮງແຮມ ຄຣາວພລາຊາ ວຽງຈັນ ໄດ້ຮັບລາງວັນຊະນະເລີດດ້ານສະປາສາກົນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຊັນສ໌ສະປາ ໂຮງແຮມຄຣາວພລາຊາວຽງຈັນ ໄດ້ຮັບລາງວັນຊະນະເລີດດ້ານສະປາໃນລະດັບສາກົນ ຫຼັງຈາກທີ່ເປີດຕົວການບໍລິການຊັ້ນເລີດພຽງໜຶ່ງປີ.ທ່ານ ນັດທະວຸດ ເວດປຣະສິດ ຜູ້ຊ່ວຍຜູ້ອຳນວຍການໂຮງແຮມຄຣາວພລາຊາ ວຽງຈັນ ຕາງໜ້າໂຮງແຮມ ເຂົ້າຮັບລາງວັນສະປາດີເດັ່ນລະດັບໂລກ ໃນພິທີມອບລາງວັນ World Luxury Awards ເຊິ່ງຈັດຂຶ້ນທີ່ ໂຮງແຮມ State Hermitage Museum Official ທີ່ນະຄອນເຊັນ ປີເຕີສ໌ເບີກ ປະເທດລັດເຊຍ ໃນວັນທີ 8 ກໍລະກົດທີ່ຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/crowne-plaza-vientiane-wins-international-spa-award-100199

ລາວຫວັງສ້າງຄວາມຫຼາກຫຼາຍດ້ານແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ

ລາວມີຈຳນວນນັກທ່ອງທ່ຽວຈາກເກົາຫຼີເພີ່ມຂື້ນຢ່າງຈະແຈ້ງໃນຊຸມສອງສາມປີຜ່ານມາຫຼັງຈາກທີ່ລາຍການໂທລະທັດ “Youth Over Flowers,” ໄດ້ຖ່າຍທຳລາຍການທີ່ດາລາເກົາຫຼີເດີນທາງມາທ່ອງທ່ຽວສະຖານທີ່ທ່ອງທ່ຽວຊື່ດັງຂອງລາວ ໂດຍສະເພາະແມ່ນວັງວຽງ.ຈຳນວນນັກທ່ອງທ່ຽວຈາກເກົາຫຼີໃຕ້ໃນລາວເພີ່ມຂຶ້ນໃນປີ 2015 ແລະ 2016, ແລະ ເລີ່ມຄົງທີ່ໃນປີ 2017. ສ່ວນແບ່ງຕະຫຼາດລວມຂອງເກົາຫຼີເພີ່ມຂຶ້ນເປັນ 4.4 ເປີເຊັນ ໃນປີ 2017 ຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ​ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ. ຈຳນວນນັກທ່ອງທ່ຽວເກົາຫຼີແມ່ນເພີ່ມຈາກ 96,085 ຄົນໃນປີ 2014 ເປັນ 170,571 ຄົນໃນປີ 2017. ອ່ານຕໍ່ ...

The Laotian Times
https://laotiantimes.com/2019/07/16/laos-hopes-to-diversify-destinations-for-tourists/

ຜູ້ປະກອບການທ່ອງທ່ຽວຕ່າງປະເທດສຳຫຼວດໂອກາດໃນການທ່ອງທ່ຽວໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ເປັນເຈົ້າພາບຈັດການທ່ອງທ່ຽວເພື່ອສ້າງຄວາມຄຸ້ນເຄີຍໄລຍະໜຶ່ງອາທິດ ເພື່ອຢ້ຽມຢາມແຂວງບໍລິຄຳໄຊ ແລະ ຄຳມ່ວນ ເພື່ອສະແດງໃຫ້ຜູ້ປະກອບການທ່ອງທ່ຽວຕ່າງປະເທດ ແລະ ສື່ມວນຊົນ ເຫັນເຖິງຄວາມສວຍງາມຂອງທຳມະຊາດໃນພຶ້ນທີ່ດັ່ງກ່າວ.ການເດີນທາງທ່ອງທ່ຽວ ພາຍໃຕ້ຊື່ວ່າ “The Loop” ຄັ້ງນີ້ແມ່ນຈັດຂຶ້ນແຕ່ວັນທີ 12-17 ກໍລະກົດ ເຊິ່ງມີຜູ້ຕາງໜ້າຈາກ 12 ບໍລິສັດທ່ອງທ່ຽວ ພ້ອມດ້ວຍສື່ມວນຊົນຈາກ ປະເທດມາເລເຊຍ, ສິງກະໂປ, ​ໄທ, ຈີນ, ຍີ່ປຸ່ນ ແລະ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບຸນແຝງ ໄຟມະນີວົງ
http://annx.asianews.network/content/overseas-tour-operators-explore-opportunities-laos-100124

ລາວເປີດນຳໃຊ້ການບໍລິການອີວີຊາ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງຈະເປັນອີກໜຶ່ງປະເທດທີ່ອະນຸຍາດໃຫ້ນັກທ່ອງທ່ຽວສາມາດສະໝັກວິຊາແບບອອນໄລ, ເພື່ອຈຸດປະສົງເພີ່ມປະລິມານນັກທ່ອງທ່ຽວຕ່າງປະເທດ.ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຈາກຂະແໜງການຕ່າງໆ ເຂົ້າຮ່ວມເປັນສັກຂີພະຍານໃນພິທີກົດປຸ່ມເພື່ອເປີດການໃຫ້ບໍລິການອີວີຊາ ເຊິ່ງຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/e-visas-introduced-make-life-easier-tourists-99877

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

wkjcc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!