ລາວມີຈຳນວນນັກທ່ອງທ່ຽວຈີນຫຼາຍຂຶ້ນ, ນັກທ່ອງທ່ຽວເກົາຫຼີໜ້ອຍລົງ ໃນຊ່ວງຫົກເດືອນຜ່ານມາ

ຈຳນວນນັກທ່ອງທ່ຽວທີ່ມາທ່ຽວລາວໄດ້ເພີ່ມຂຶ້ນ 5% ໃນຊ່ວງຫົກເດືອນຜ່ານມາ ຍ້ອນການເພີ່ມຂຶ້ນຂອງຈຳນວນນັກທ່ອງທ່ຽວຈີນ.

ໃນລະຫວ່າງເດືອນມັງກອນຫາເດືອນມິຖຸນາ ມີນັກທ່ອງທ່ຽວເຂົ້າມາປະເທດລາວປະມານ 2.2 ລ້ານຄົນ, ຕາມກົມພັດທະນາການທ່ອງທ໋ຽວ,​ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ໋ຽວ.

ຈຳນວນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນ 13% ໃນຂະນະທີ່ນັກທ່ອງທ່ຽວຈາກຫວຽດນາມເພີ່ມຂຶ້ນ 11%. ຈຳນວນນັກທ່ອງທ່ຽວຈາກໄທກໍເພີ່ມຂຶ້ນ 1%.

ອ່ານຕໍ່…

The Laotian Times
https://laotiantimes.com/2019/07/30/laos-more-chinese-less-korean-tourists/