ລາວຫວັງສ້າງຄວາມຫຼາກຫຼາຍດ້ານແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວ

ລາວມີຈຳນວນນັກທ່ອງທ່ຽວຈາກເກົາຫຼີເພີ່ມຂື້ນຢ່າງຈະແຈ້ງໃນຊຸມສອງສາມປີຜ່ານມາຫຼັງຈາກທີ່ລາຍການໂທລະທັດ “Youth Over Flowers,” ໄດ້ຖ່າຍທຳລາຍການທີ່ດາລາເກົາຫຼີເດີນທາງມາທ່ອງທ່ຽວສະຖານທີ່ທ່ອງທ່ຽວຊື່ດັງຂອງລາວ ໂດຍສະເພາະແມ່ນວັງວຽງ.

ຈຳນວນນັກທ່ອງທ່ຽວຈາກເກົາຫຼີໃຕ້ໃນລາວເພີ່ມຂຶ້ນໃນປີ 2015 ແລະ 2016, ແລະ ເລີ່ມຄົງທີ່ໃນປີ 2017. ສ່ວນແບ່ງຕະຫຼາດລວມຂອງເກົາຫຼີເພີ່ມຂຶ້ນເປັນ 4.4 ເປີເຊັນ ໃນປີ 2017 ຕາມການລາຍງານຂອງກະຊວງຖະແຫຼງຂ່າວ, ​ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ. ຈຳນວນນັກທ່ອງທ່ຽວເກົາຫຼີແມ່ນເພີ່ມຈາກ 96,085 ຄົນໃນປີ 2014 ເປັນ 170,571 ຄົນໃນປີ 2017. 

ອ່ານຕໍ່…

The Laotian Times
https://laotiantimes.com/2019/07/16/laos-hopes-to-diversify-destinations-for-tourists/