ລັດຖະບານກາງ

ລັດຖະສະພາ

ສະພາແຫ່ງຊາດຮຽກຮ້ອງປະສິດທິພາບໃນການປະຕິບັດນະໂຍບາຍ ແລະ ການປະສານງານ

ວຽງຈັນ (ວຽງຈັນທາມສ໌/ANN) – ມື້ວານນີ້ ສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ຫາລືກ່ຽວກັບການປະຕິບັດໜ້າທີ່ຂອງລັດຖະບານ, ໂດຍເນັ້ນເຖິງຄວາມຈຳເປັນໃນການຮັບປະກັນການປະຕິບັດນະໂຍບາຍ ແລະ ການປະສານງານໃຫ້ມີປະສິດທິພາບ, ເຖິງວ່າລັດຖະບານຈະປະສົບຄວາມສຳເລັດໃນຫຼາຍດ້ານແລ້ວກໍຕາມ.ໃນທີ່ປະຊຸມສະພາແຫ່ງຊາດ, ບັນດາສະມາຊິກສະພາ ໄດ້ໃຫ້ຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນຊ່ວງເກົ້າເດືອນຂອງປີນີ້.ໂດຍລວມ ທີ່ປະຊຸມກໍໄດ້ສະແດງຄວາມຍິນດີຕໍ່ຜົນສຳເລັດ ທີ່ລັດຖະບານສາມາດເຮັດໄດ້ ແລະ ຮັບຮູ້ເຖິງຄວາມພະຍາຍາມຂອງລັດຖະບານ ໃນການປະຕິບັດແຜນພັດທະນາແຫ່ງຊາດ ໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດ ພາຍໃຕ້ການຫຼຸດຜ່ອນຂອງເສດຖະກິດທົ່ວໂລກ ແລະ ຜົນກະທົບຈາກໄພທຳມະຊາດ.ອ່ານຕໍ່ ...

ເອກະພອນ ພູທອນສີ

ການຄ້າຂອງລາວໃນໄຕມາດທີສາມ ມີສະພາບເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີສະພາບການຄ້າເກີນດູນ US$178 ລ້ານໂດລາ ໃນຊ່ວງເກົ້າເດືອນທຳອິດຂອງປີ (ເຖິງທ້າຍໄຕມາດທີສາມ), ເຖິງວ່າການເຄື່ອນໄຫວໂອນເງິນ ຍັງຕ່ຳກວ່າເປົ້າໝາຍ.ມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າໃນໄຕມາດທີສາມຂອງປີ 2019 ບັນລຸໄດ້ US$8,582 ລ້ານໂດລາ ຫຼືທຽບເທົ່າກັບ 76 ສ່ວນຮ້ອຍຂອງຕົວເລກທີ່ມີການຮັບຮອງໂດຍສະພາແຫ່ງຊາດ.ຕົວເລກດັ່ງກ່າວເພີ່ມຂຶ້ນ 41 ສ່ວນຮ້ອຍທຽບກັບໄລຍະດຽວກັນຂອງປີກາຍ, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ທີ່ປະຊຸມສະພາແຫ່ງຊາດໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ

ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເປີດສາກດ້ວຍການຮັບຮອງກົດໝາຍ, ບົດລາຍງານເສດຖະກິດ-ສັງຄົມ

ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໄດ້ໄຂຂຶ້ນໃນວັນພະຫັດນີ້ ແລະ ຈະດຳເນີນໄປຈົນເຖິງວັນທີ 6 ທັນວາ, ຈະມີການຫາລືບັນຫາສຳຄັນຕ່າງໆ ລວມໄປເຖິງ ການຮັບຮອງຮ່າງກົດໝາຍ ແລະ ກົດໝາຍສະບັບດັດແກ້. ເຂົ້າຮ່ວມໃນມື້ເປີດກອງປະຊຸມສະໄໝສາມັນດັ່ງກ່າວ ມີທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານນາຍົດລັະຖະມົນຕີ ທອງລຸນ ສີສຸລິດ , ສະມາຊິກຄະນະລັດຖະບານ, ສະມາຊິກສະພາ, ອະດີດການນຳພັກລັດ, ພ້ອມດ້ວຍບັນດາແຂກທີ່ຖືກເຊີນ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ສະພາແຫ່ງຊາດສະຫຼຸບ ລັດຖະບານປະສົບຜົນສຳເລັດ ແຕ່ກໍ່ຍັງຕ້ອງມີການປັບປຸງ

ສະມາຊິກສະພາແຫ່ງຊາດ (ສພຊ) ຊົມເຊີຍຕໍ່ຜົນສຳເລັດຕໍ່ກັບໜ້າທີ່ທາງການເມືອງຂອງລັດຖະບານ ໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຫຼຸດຜ່ອນການຮົ່ວໄຫຼດ້ານລາຍຮັບ.ເຖິງຢ່າງໃດກໍຕາມ ສະພາແຫ່ງຊາດແນະນຳໃຫ້ລັດະຖະບານສ່ອງແສງຜົນສຳເລັດຕົວຈິງ ແລະ ມາດຕະການທີ່ນຳໃຊ້ ເພື່ອນຳໄປສູ່ການບຸກບືນຕື່ມໃນອະນາຄົດ.ອ່ານຕໍ່ ...

ສົມໄຊ ແສງດາຣາ

ສະມາຊິກສະພາແຫ່ງຊາດບໍ່ເຫັນດີກັບການປ່ອຍສິນເຊື່ອສຳລັບທຸລະກິດ SMEs

ລັດຖະບານສາມາດລະດົມທຶນຈາກແຫຼ່ງອື່ນເພື່ອສະໜອງໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແທນການປ່ອຍສິນເຊື່ອ ເຊິ່ງເປັນການເພີ່ມນີ້ສິນຂອງຊາດ. ນີ້ແມ່ນຄວາມເຫັນຂອງທ່ານນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດຈາກວຽງຈັນ ເຊິ່ງບໍ່ເຫັນດີກັບແຜນຂອງທະນາຄານແຫ່ງ ສປປ ລາວ ໃນການກູ້ຢືມເງິນຈາກທະນາຄານຈີນເພື່ອປ່ອຍກູ້ໃຫ້ແກ່ທຸລະກິດ SMEs.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ສພຊ ຮຽກຮ້ອງໃຫ້ລັດຖະບານດຳເນີນການເດັດຂາດຕ້ານການກຳຜິດທີ່ບໍ່ຊອບທຳ

ສະມາຊິກ ສະພາແຫ່ງຊາດ (ສພຊ) ຮຽກຮ້ອງໃຫ້ລັດຖະບານນຳໃຊ້ມາດຕະການເດັດຂາດ ເພື່ອຈັດການການລົງໂທດຜູ້ກະທຳຜິດທີ່ຍືດເຍື້ອບໍ່ຊອບດ້ວຍລະບຽບກົດໝາຍ.ສະມາຊິກສະພາກ່າວວ່າການກະທຳຜິດທີ່ຮ້າຍແຮງ ເຊັ່ນ ການຄ້າຢາເສບຕິດກຳລັງເພີ່ມທະວີຂຶ້ນ ແລະ ເປັນໄພຕໍ່ສັງຄົມ.ອ່ານຕໍ່  ...

ບັນນາທິການວຽງຈັນທາມສ໌

ສະມາຊິກສະພາຮຽກຮ້ອງໃຫ້ລັດວາງເປົ້າໝາຍການພັດທະນາໃຫ້ລະອຽດຈະແຈ້ງ

ລັດຖະບານຕ້ອງຕັດສິນໃຈຈະແຈ້ງວ່າຄວນສົ່ງເສີມຂົງເຂດອຸດສະຫະກຳທີ່ບໍ່ແມ່ນການທ່ອງທ່ຽວ ແລະ ບໍ່ຄວນໃຫ້ມີການພັດທະນາໃນວຽກງານອຸດສາຫະກຳທີ່ບໍ່ສ້າງຄວາມຍືນຍົງໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ໄຂກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເພື່ອຫາລືສິ່ງທ້າທາຍ ແລະ ຄວາມຄືບໜ້າໃນການພັດທະນາ

ສະພາແຫ່ງຊາດໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 6 ໃນມື້ວານນີ້ ເພື່ອລາຍງານຄວາມຄືບໜ້າໃນການປະຕິບັດ ແລະ ສິ່ງທ້າທາຍທີ່ປະສົບໃນເຄິ່ງຊ່ວງຮອບຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (2016-2020).ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໄດ້ອັດລົງ ເມື່ອມີການລາຍງານດ້ານເສດຖະກິດ ແລະ ອະນຸມັດມາດຕະການກະຕຸ້ນ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດໄດ້ອັດລົງໃນມື້ວານນີ້ ເຊິ່ງມີການອະນຸມັດມາດຕະການກະຕຸ້ມການຂະຫຍາຍຕົວຂອງເສດຖະກິດ ສຳລັບຫົກເດືອນທ້າຍປີນີ ແລະ ຕໍ່ໜ້າ. ທີ່ປະຊຸມສະໄໝສາມັນນີ້ໄດ້ມີການຜ່ານ ແລະ ດັດແກ້ກົດໝາຍ 13 ສະບັບ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ສະພາແຫ່ງຊາດຫາລືກົດໝາຍວ່າດ້ວຍປະກັນສັງຄົມ

ການດັດແກ້ກົດໝາຍປະກັນສັງຄົມສົ່ງຜົນໃຫ້ມີການປ່ຽນແປງຫຼາຍຢ່າງຕໍ່ນະໂຍບາຍດ່ງກ່າວ ເຊິ່ງລັດຖະບານຫວັງວ່າຈະສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາລະບົບປະກັນສັງຄົມແຫ່ງຊາດ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ym65L
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!