ລັດຖະບານ

ການພົວພັນຕ່າງປະເທດ

ລາວ, ຫວຽດນາມວາງແຜນຈັດບັ້ນສົນທະນາທາງທຸລະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການຄ້າໃນຫົກແຂວງຂອງລາວ ແລະ ແຂວງດຽນບຽນຟູຂອງຫວຽດນາມ ໄດ້ຕົກລົງຈັດບັ້ນສົນທະນາທາງທຸລະກິດຂຶ້ນໃນປີໜ້າ ເພື່ອສົ່ງເສີມດ້ານການຄ້າ.ແຜນການຈັດບັ້ນສົນທະນາດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືສຳລັບປີ 2019-2020 ເຊິ່ງໄດ້ມີການຫາລືໃນກອງປະຊຸມຫຼ້າສຸດ ລະຫວ່າງສອງຝ່າຍ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/laos-vietnam-plan-business-dialogue-boost-investment-border-trade-105443

ລາວ, ຫວຽດນາມ ຕົກລົງລວມພະລັງກັນບົນເສັ້ນທາງສູ່ການພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມໄດ້ຕົກລົງສົ່ງເສີມການຮ່ວມມື ແລະ ຢືນຢັນຄຳໝັ້ນເພື່ອສືບຕໍ່ການສະໜັບສະໜູນເຊີ່ງກັນແລະກັນບົນເສັ້ນທາງໄປສູ່ການພັດທະນາ, ໃນລະຫວ່າງການຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດ ນາຍົກລັຖະມົນຕີລາວ.ທ່ານ ທອງລຸນ ໄດ້ເດີນທາງຢ້ຽມຢາມປະເທດຫວຽດນາມໃນລະຫວ່າງວັນທີ 1-3 ຕຸລາ ຕາມຄຳເຊີນຂອງທ່ານຫງວຽນຊວນພຸກ ນາຍົກລັດຖະມົນຕີຫວຽດນາມ.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/laos-vietnam-agree-join-forces-road-development-105362

ການຢ້ຽມຢາມສະຖານທີ່ທ່ອງທ່ຽວ ຊ່ວຍຮັດແໜ້ນສາຍພົວພັນລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ການຮ່ວມມືຜ່ານການເດີນທາງຢ້ຽມຢາມປະເທດ ແມ່ນໜຶ່ງໃນຊ່ອງທາງຕົ້ນຕໍໃນການເປີດກວ້າງປະສົບການ ແລະ ຄວາມຮູ້ ເພື່ອນຳເອົາບົດຮຽນດັ່ງກ່າວໄປປັບປຸງນຳໃຊ້ໃນໜ້າທີ່ວຽກງານ ແລະ ປະກອບສ່ວນໃນການສ້າງສາປະເທດຊາດ.ນີ້ແມ່ນການຮ່ວມມືປະເພດໜຶ່ງລະຫວ່າງລາວ ແລະ ຈີນ ຜ່ານໂຄງການສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ໃນປະຈຸບັນ.ບາດກ້າວດັ່ງກ່າວແມ່ນເນື່ອງມາຈາກການຢ້ຽມຢາມແຂວງຫູໜານປະເທດຈີນ ຂອງຄະນະຜູ້ແທນລາວ ນຳໂດຍທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/visits-tourist-sites-strengthen-laos-china-ties-105366

ທ່ານນາງ ຮີດເທີ ວີວເລີ ລັດຖະມົນຕີສະຫະລາດຊະອານາຈັກ ຢ້ຽມຢາມລາວຢ່າງເປັນທາງການ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະມົນຕີອັງກິດສຳລັບພາກພື້ນອາຊີ ແລະ ປາຊິຟິກ ເດີນທາງຢ້ຽມຢາມອາຊີຕາເວັນອອກສຽງໃຕ້ ເພື່ອຫາລືກ່ຽວກັບການເສີມຂະຫຍາຍສາຍພົວພັນກັບພາກພື້ນ, ບົດບາດຂອງແມ່ຍິງ, ການອະນຸລັກສິ່ງແວດລ້ອມ ແລະ ການເກັບກູ້ລະເບີດ.ທ່ານນາງ ຮີດເທີ ວີວເລີ ເອັມພີ ລັດຖະມົນຕີສຳນັກງານການຕ່າງປະເທດ ແລະ ເຄືອຈັກກະພົບ ພາກພື້ນອາຊິ ແລະ ປາຊິຟິກ, ໄດ້ເດີນທາງຢ້ຽມຢາມປະເທດລາວຢ່າງເປັນທາງການໃນອາທິດນີ້ ເຊິ່ງເປັນສ່ວນໜຶ່ງຂອງແຜນການຢ້ຽມຢາມລາວ, ກຳປູເຈຍ ແລະ ໄທໃນໄລຍະສີ່ວັນ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/uk-minister-heather-wheeler-visits-laos-104555

ຄະນະຜູ້ແທນຄັອມມູນິດຣັດເຊຍເດີນທາງຢ້ຽມຢາມປະເທດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະຜູ້ແທນພັກຄັອມມູນິດຣັດເຊຍ (KR) ນຳໂດຍທ່ານ ມາກຊິມ ຊູໄຣກິນ ປະທານຄະນະກຳມະການສູນກາງພັກ KR ແລະ ຮອງປະທານສະພານິຕິບັນຍັດ Ulyanovsk Oblast ເດີນທາງຢ້ຽມຢາມປະເທດລາວ ຕາມຄຳເຊີນຂອງພັກປະຊາຊົນປະຕິວັດລາວ (ພປປ ລາວ).ວານນີ້ ຄະນະຜູ້ແທນຣັດເຊຍໄດ້ເຂົ້າຢ້ຽມຄຳນັບທ່ານ ພັນຄຳ ວິພາວັນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ພົບປະກັບທ່ານ ຮສ.ປອ ກິແກ້ວ ໄຂຄຳພິທູນ ສະມາຊິກຄະນະເລຂາທິການປະຈຳ ພປປ ລາວ ແລະ ຫົວໜ້າຄະນະໂຄສະນາ ແລະ ຝຶກອົບຮົມ ຄະນະກຳມະການສູນກາງພັກ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/russian-communists-visit-laos-104289

ລາວ, ກຳປູເຈຍ ສ້າງນິມິດໝາຍໃນການຮ່ວມມືພາຄີຍຸກໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ກຳປູເຈຍ ໄດ້ລົງນາມໃນຖະແຫຼງການຮ່ວມ, ເຊິ່ງເປັນຂີດໝາຍແຫ່ງການເລີ່ມຕົ້ນຍຸກສະໄໝໃໝ່ໃນການພົວພັນ ແລະ ຮ່ວມມືລະຫວ່າງສອງຊາດເພື່ອນບ້ານ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຖະແຫຼງການ ສະບັບວັນທີ 12 ກັນຍານີ້ ທີ່ນະຄອນພະນົມເປັນ ຂອງກຳປູເຈຍ, ເຊິ່ງກຳນົດທິດທາງໃນການຮ່ວມມືພາຄີຊຸດໃໝ່ ທີ່ສອງຊາດມີແຜນຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ.ຕາມການເປີດເຜີຍຂອງກະຊວງການຕ່າງປະເທດໃນວັນທີ 16 ກັນຍານີ້, ໜຶ່ງໃນການລິເລີ່ມທີ່ສຳຄັນກໍຄື ລັດຖະບານລາວ ແລະ ກຳປູເຈຍໄດ້ຕົກລົງຍົກລະດັບສາຍພົວພັນສອງຝ່າຍໃຫ້ເປັນການຮ່ວມມືຍຸດທະສາດທີ່ເລິກເຊິ່ງ ແລະ ລະອິດລະອ້ຽວ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-cambodia-mark-dawn-new-era-bilateral-cooperation-104286

ລາວ, ກຳປູເຈຍຕົກລົງຮັກສາສັນຕິພາບຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເດີນທາງເຖິງນະຄອນພະນົມເປັນ ປະເທດກຳປູເຈຍ ວານນີ້ ເພື່ອຢ້ຽມຢ່າງເປັນທາງການໄລຍະສອງວັນ ເພື່ອຫາລືບັນຫາກ່ຽວກັບການຮ່ວມມືກັບລາດຊະອານາຈັກກຳປູເຈຍ ເຊັ່ນການຮັກສາສັນຕິພາບໃນຊາຍແດນ.ທັນທີ່ທີ່ເດີນທາງເຖິງ, ທ່ານນາຍົກ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ໂອ້ລົມພາຄີກັບພະນະທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-cambodia-agree-maintain-peace-border-104045

ລາວ, ກຸຍບາເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ກຸຍບາມີເປົ້າໝາຍເສີມຂະຫຍາຍໂອກາດທາງດ້ານການຄ້າ ແລະ ການລົງທຶນ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການຂອງຄະນະຜູ້ແທນການຄ້າລະດັບສູງຈາກກຸຍບາ ທີ່ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 8-9 ກັນຍານີ້.ຄະະນະຜູ້ແທນກຸຍບານຳໂດຍທ່ານ ໂຣດິຼໂກ ມານມິເອກາ ດິອາສ໌ ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນຕ່າງປະເທດ ພ້ອມດ້ວຍເຈົ້າໜ້າທີ່.ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນການຮ່ວມມືລະຫວ່າງສອງລັດຖະບານ ແລະ ເສີມຂະຫຍາຍການພົວພັນການຄ້າ ພາຍຫຼັງການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງຄັ້ງກ່ອນ ເຊິ່ງລາວ ແລະ ກຸຍບາໄດ້ຕົກລົງໃນການສົ່ງເສີມການພົວພັນພາຄີທາງດ້ານເສດຖະກິດ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-cuba-set-new-heights-economic-and-trade-cooperation-103795

ລາວ, ກຳປູເຈຍເດີນໜ້າແກ້ໄຂຂໍ້ຂັດແຍ່ງຊາຍແດນທີ່ຍັງບໍ່ລົງລອຍ

ປະເທດລາວ ແລະ ກຳປູເຈຍຕົກລົງກ່ຽວກັບຫຼັກການພື້ນຖານໃນການຮ່າງຂໍ້ກຳນົດການປະຕິບັດ (TOR) ເພື່ອເລັ່ງມືການແກ້ໄຂຂໍ້ຂັດແຍ່ງໃນພື້ນທີ່ຊາຍແດນ.ນີ້ແມ່ນຜົນຂອງກອງປະຊຸມລະຫວ່າງການນຳກະຊວງການຕ່າງປະເທດລາວ ແລະ ກຳປູເຈຍ, ເຊິ່ງຈັດຂຶ້ນຢູ່ນະຄອນວຽງຈັນໃນວັນສຸກແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວວຽງຈັນທາມສ໌

ລາວ, ສ ເກົາຫຼີຮັດແໜ້ນສາຍພົວພັນມິດຕະພາບ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍທ່ານ ມູນ ແຈອິນ ປະທານປະເທດສາທາລະນະລັດເກົາຫຼີຮ່ວມຫາລືຄັ້ງສຳຄັນ ທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດນີ້ ເພື່ອຢືນຢັນຄຳ້ໝັ້ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງຊາດ ແລະ ຂະຫຍາຍການຮ່ວມມື.ກອງປະຊຸມລະຫວ່າງສອງຜູ້ນຳລາວ,​ ເກົາຫຼີ ໄດ້ຈັດຂຶ້ນທີ່ສຳນັກງານປະທານປະເທດ ຫຼັງພິທີຄຳນັບຮັບຕ້ອນຢ່າງເປັນທາງການ. ເຂົ້າຮ່ວມໃນພິທີມີບັນດາຜູ້ນຳລັດຖະບານລາວ ແລະ ເກົາຫຼີ.ອ່ານຕໍ່ ...

ເອກະພອນ ພູທອນສີ
http://annx.asianews.network/content/laos-s-korea-strengthen-close-ties-103543

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SWZ82
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!