ລາວ, ກຳປູເຈຍ ສ້າງນິມິດໝາຍໃນການຮ່ວມມືພາຄີຍຸກໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ກຳປູເຈຍ ໄດ້ລົງນາມໃນຖະແຫຼງການຮ່ວມ, ເຊິ່ງເປັນຂີດໝາຍແຫ່ງການເລີ່ມຕົ້ນຍຸກສະໄໝໃໝ່ໃນການພົວພັນ ແລະ ຮ່ວມມືລະຫວ່າງສອງຊາດເພື່ອນບ້ານ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານ ຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ໄດ້ລົງນາມໃນຖະແຫຼງການ ສະບັບວັນທີ 12 ກັນຍານີ້ ທີ່ນະຄອນພະນົມເປັນ ຂອງກຳປູເຈຍ, ເຊິ່ງກຳນົດທິດທາງໃນການຮ່ວມມືພາຄີຊຸດໃໝ່ ທີ່ສອງຊາດມີແຜນຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ.

ຕາມການເປີດເຜີຍຂອງກະຊວງການຕ່າງປະເທດໃນວັນທີ 16 ກັນຍານີ້, ໜຶ່ງໃນການລິເລີ່ມທີ່ສຳຄັນກໍຄື ລັດຖະບານລາວ ແລະ ກຳປູເຈຍໄດ້ຕົກລົງຍົກລະດັບສາຍພົວພັນສອງຝ່າຍໃຫ້ເປັນການຮ່ວມມືຍຸດທະສາດທີ່ເລິກເຊິ່ງ ແລະ ລະອິດລະອ້ຽວ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/laos-cambodia-mark-dawn-new-era-bilateral-cooperation-104286