Forest products

Forest industry

ແຂວງຈຳປາສັກກະກຽມປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ

ຈຳປາສັກ, ລາວ (ວຽງຈັນທາມສ໌/ANN) – ເພື່ອເປັນການຟື້ນຟູສະພາບແວດລ້ອມ ແລະ ເພີ່ມທະວີເນື້ອທີ່ປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ທົ່ວປະເທດພາຍໃນປີ 2020, ອຳນາດການປົກຄອງແຂວງຈຳປາສັກມີແຜນປູກຕົ້ນໄມ້ໃຫ້ໄດ້ 950 ເຮັກຕາໃນປີນີ້.ທ່ານ ກັນຫາ ແກ້ວບົວລະພາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງກ່າວວ່າ ທາງພະແນກ ແລະ ຂະແໜງການຕ່າງໆພວມກະກຽມການປູກຕົ້ນໄມ້ໃນເນື້ອທີ່ 950 ເຮັກຕາໃນບັນດາເຂດ ແລະ ເມືອງຕ່າງໆທົ່ວແຂວງ.ອ່ານຕໍ່ ...

ໂຕະຂ່າວ

ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນ

ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນໃນປີນີ້ ເນື່ອງຈາກອຳນາດການປົກຄອງມີແຜນສ້າງໃຫ້ເປັນຕົວເມືອງສີຂຽວດ້ວຍການຂະຫຍາຍເນື້ອທີ່ປ່າໄມ້ຢູ່ຫຼາຍຈຸດ.ທ່ານ (ປອ) ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວໃນອາທິດແລ້ວນີ້ວ່າ ອີງຕາມຂໍ້ມູນຈາກຫຼາຍພາກສ່ວນ ໃນປີນີ້ຈະມີການປູກເບ້ຍໄມ້ຢ່າງໜ້ອຍ 1.3 ລ້ານຕົ້ນ ເຊິ່ງເປັນສ້ວນໜຶ່ງຂອງພາລະກິດການສ້າງສະພາບແວດລ້ອມສີຂຽວສຳລັບຊາວເມືອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ແຂວງອັດຕະປືແຈ້ງປະມູນໄມ້ທ່ອນທີ່ຍຶດໄດ້

ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ແຂວງອັດຕະປືໄດ້ແຈ້ງການປະມູນໄມ້ທ່ອນທີ່ຍຶດໄດ້ໂດຍຄະນະກຳມະການຄຸ້ມຄອງໄມ້ ພາຍໃຕ້ພະແນກອຸດສາຫະກຳ ແລະ ການຄ້າ.ການປະມູນດັ່ງກ່າວໄດ້ມີການເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້,​ ໂຮງງານເຟີນີເຈີ ແລະ ທຸລະກິດໄມ້ທົ່ວປະເທດເພື່ອເຂົ້າຮ່ວມ.ອ່ານຕໍ່ ...

ໂຕະຂ່າວ

ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...

ໂຕະຂ່າວ

ການປະມູນຂາຍໄມ້ເຖື່ອນທີ່ຍຶດໄດ້ໃນລາວ

 ວຽງຈັນ (ວຽງຈັນທາມສ໌/ANN) – ການປະມູນຊື້ຂາຍໄມ້ທີ່ໄດ້ຈາກການຍືດໄດ້ຈາກການລັກລອບຕັດໄມ້ເຖື່ອນ ສາມາດສ້າງລາຍຮັບເຂົ້າລັດກວ່າ 170.8 ຕື້ກີບ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ຕາມຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ໃນເດືອນ ພຶດສະພາ 2016 ກ່ຽວກັບການຫ້າມການສົ່ງອອກຜະລິດຕະພັນໄມ້ທີ່ບໍ່ຜ່ານການແປຮູບ ແລະ ການປາບປາມທຸລະກິດຄ້າຂາຍໄມ້ເຖື່ອນ, ເຈົ້າໜ້າທີ່ສາມາດຍຶດໄດ້ໄມ້ກວ່າ 75,240 ແມັດກ້ອນ ແລະ ອີກ 287.4 ໂຕນໄດ້ມີການຈັດປະມູນ ແລະ ຂາຍອອກ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ລາວເພີ່ມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບເປັນສອງເທົ່າ

ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບຂອງລາວເພີ່ມຂຶ້ນ 107% ໃນປີ 2018 ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງຫ້າມການສົ່ງອອກໄມ້ທ່ອນທີ່ບໍ່ຜ່ານຂະບວນການປຸງແຕ່ງ ເພື່ອສົ່ງເສີມມູນຄ່າຂອງຜະລິດຕະພັນໄມ້ສຳເລັດຮູບ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 15 ປີ 2016 ຫ້າມການສົ່ງອອກໄມ້ທ່ອນ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC 

(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...

ບັນນາທິການ ຂປລ

ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນລາວທົດລອງທຳການຜະລິດ

(ຂປລ) ບໍລິສັດຊັນເປເປີໂຮລດິງລາວ ບໍລິສັດຜະລິດເຫຍື້ອເຈ້ຍແຫ່ງທຳອິດໃນ ສປປ ລາວ ໄດ້ເລີ່ມຂະບວນການທົດລອງການຜະລິດໄລຍະສາມເດືອນ ຫຼັງຈາກໃຊ້ເວລາສິບປີໃນການດຳເນີນການສຶກສາຄວາມເປັນໄປໄດ້, ການປູກຕົ້ນວິກ ແລະ ການສ້າງໂຮງງານຜະລິດເຫຍື້ອເຈ້ຍ. ບໍລິສັດໄດ້ລົງທຶນຈຳນວນ 432 ລ້ານໂດລາສະຫະລັດໃນການກໍ່ສ້າງໂຮງງານເຈ້ຍດັ່ງກ່າວ ພ້ອມດ້ວຍອຸປະກອນ ແລະ ເຄື່ອງຈັກທີ່ທັນສະໄໝລະດັບໂລກ. ການກໍ່ສ້າງໃຊ້ເວລາ 16 ເດືອນ.ອ່ານຕໍ່ ...

ຂປລ

ລາວກ້າວໜ້າຕ້ອນຮັບວັນປະຊາກອນໂລກ

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດກອງທອນປະຊາກອນ (UNFPA) ປະຈຳລາວໄດ້ຈັດກອງປະຊຸມວິຊາການຮ່ວມໃນວານນີ້ ເພື່ອສະເຫຼີມສະຫຼອງວັນປະຊາກອນໂລກ 2018. ການສະເຫຼີມສະຫຼອງວັນປະຊາກອນໂລກໃນປີນີ້ ພາຍໃຕ້ຫົວຂໍ້ “ການວາງແຜນຄອບຄົວເພື່ອສັງຄົມ” ມີຜູ້ປະຕິບັດສິດໜ້າທີ່ໃນການວາງແຜນເພື່ອຄອບຄົວຂອງຕົນກໍຄືອະນາຄົດຈຳນວນເພີ່ມຂຶ້ນ.ອ່ານຕໍ່ ...

ວຽງຈັນທາມສ໌

ບໍລິສັດໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ດ້ວຍການປູກໄມ້

ໃນອາທິດແລ້ວນີ້ ບໍລິສັດກະສິກຳປ່າໄມ້ບູຣະພາ ໄດ້ປູກໄມ້ວິກ, ໄມ້ກະຖິນນະລົງ, ໄມ້ແຕ້ຫໍ້ ແລະ ໄມ້ຂະຍູງ ໃນສວນໄມ້ປູກທົດລອງແບບປະສົມປະສານ ເພື່ອສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ. ປ່າໄມ້ປູກທົດລອງຂະໜາດ 18 ເຮັກຕານີ້ແມ່ນຕັ້ງຢູ່ບ້ານແສນອຸດົມ, ເມືອງໄຊທານີ, ວຽງຈັນ, ມີຈຸດປະສົງເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7WAMF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!