Forest industry
ໄມ້ ແລະ ໄມ້ທ່ອນ
ການລັກລອບຕັດໄມ້ຢູ່ລາວ ຂັດຂວາງ ເປົ້າໝາຍຫຼຸດຜ່ອນການຕັດໄມ້ ຂອງລັດຖະບານລາວ
ການລັກລອບຕັດໄມ້, ການໃຫ້ສໍາປະທານແກ່ຜູ້ພັດທະນາເອກະຊົນ ແລະ ການບຸກລຸກທີ່ດິນປ່າໄມ້ ເຮັດໃຫ້ເປັນໄພອັນຕະລາຍຕໍ່ເປົ້າໝາຍຂອງລາວໃນການບັນລຸຄວາມເປົ້າໝາຍປູກປ່າໃຫ້ໄດ້ 70% ໃນປີ 2035. ນັ້ນແມ່ນອີງຕາມການສຳຫຼວດຂອງກະຊວງກະສິກຳແລະປ່າໄມ້ຂອງລາວເມື່ອບໍ່ດົນມານີ້, ເຊິ່ງຊີ້ໃຫ້ເຫັນເຖິງການລັກລອບຕັດໄມ້ຜິດກົດໝາຍໃນປະເທດເພີ່ມຂຶ້ນ.ອ່ານເພິ່ມເຕີມ ...
ວິທະຍຸເອເຊຍເສລີ
ການລັກລອບຕັດໄມ້ຍັງເປັນບັນຫາເຖິງແມ່ນວ່າຈະມີຄຳສັ່ງຂອງນາຍົກລັດຖະມົນຕີ
ເຖິງວ່າມີຄຳສັ່ງຂອງນາຍົກລັດຖະມົນຕີ ທີ່ພົວພັນກັບການຄວບຄຸມອຸດສາຫະກຳໄມ້ໄດ້ກາຍເປັນສິ່ງບັງຄັບໃຊ້ໄດ້ຢ່າງເຄັ່ງຄັດ, ແຕ່ການລັກລອບຕັດໄມ້ຍັງສືບຕໍ່ເປັນບັນຫາຕ້ອງເອົາໃຈໃສ່ ເຖິງແມ່ນຈະຫຼຸດລົງໃນປີຜ່ານມາຢູ່. ໃນປີ 2020, ຫຼາຍກ່ວາ 2600 ເມັດກ້ອນຂອງໄມ້ທີ່ຖືກຂຸດຄົ້ນແບບຜິດກົດໝາຍ ແລະ 290 ໂຕນຂອງໄມ້ທີ່ຜິດກົດໝາຍແລະຖືກຍຶດ ໂດຍອີງຕາມການລາຍງານຈາກອົງການສືບສວນສອບສວນ. ອ່ານຕໍ່ ...
ສົມສັກ ພົງຂາວ
ລາວ: ນະຄອນຈຳປາສັກ ແຈ້ງການປະມູນໄມ້ທີ່ຍຶດໄດ້
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການປະມູນໄມ້ທີ່ຍຶດໄດ້ຂອງນະຄອນຈຳປາສັກ ເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ຫົວໜ່ວຍທຸລະກິດໄມ້ ໃນທົ່ວປະເທດ ເຂົາຮ່ວມການປະມູນໄມ້ທີ່ຍຶດໄດ້.ລັດຖະບານໄດ້ທຳການຍຶດໄມ້ ທີ່ຖືກລັກລອບຕັດເພື່ອຂາຍແບບຜິດກົດໝາຍ ໃຫ້ເປັນກຳມະສິດຂອງລັດ.ໄມ້ທັງໝົດ 528,852 ຄິວ ລວມມີໄມ້ 5,179 ທ່ອນ, ໄມ້ຊອຍ ແລະ ໄມ້ແປ້ນຈຳນວນໜຶ່ງ, ຕາມການແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຈຳປາສັກ ໃນວັນອັງຄານນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-champassak-city-announces-auction-confiscated-timber-104984
ເຈົ້າໜ້າທີ່ແຂວງສະຫວັນນະເຂດຍຶດໄມ້ເຖື່ອນໃນຂະນະທີ່ທຳການຂົນສົ່ງ
ໃນອາທິດແລ້ວນີ້ ອຳນາດການປົກຄອງແຂວງສະຫວັນນະເຂດໄດ້ຈັບລົດບັນທຸກຕູ້ສິນຄ້າ ເຊິ່ງຂັບໂດຍຄົນຫວຽດຜ່ານເມືອງພິນເພື່ອເຂົ້າສູ່ຫວຽດນາມ ແລະ ສາມາດຍຶດໄດ້ໄມ້ເຖື່ອນທີ່ຊຸກເຊື່ອງມາໃນລົດຄັນດັ່ງກ່າວ.ທ່ານ ລາຕີ ແພງສີໄທ ວ່າການຫົວໜ້າຫ້ອງການກວດກາປ່າໄມ້ແຂວງໄດ້ເປີດເຜີຍຕໍ່ສຳນັກຂ່າວວຽງຈັນທາມສ໌ວ່າ ເຈົ້າໜ້າທີ່ກວດກາປ່າໄມ້ໄດ້ສະກັດລົດຄັນດັ່ງກ່າວໃນອາທິດແລ້ວນີ້ ແລະ ກວດພົບໄມ້ປະເພດຫວງຫ້າມຈຳນວນ 486 ທ່ອນຢູ່ພາຍໃນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ກະຊວງອະນຸຍາດໃຫ້ມີການສົ່ງອອກຜະລິດຕະພັນໄມ້ເພີ່ມຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ດັດແກ້ລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກ ເພື່ອໃຫ້ຜູ້ຜະລິດເຟີນີເຈີສາມາດຈຳໜ່າຍຜະລິດຕະພັນຂອງຕົນໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ສະດວກຍິ່ງຂຶ້ນ.ກະຊວງໄດ້ກຳນົດປະເພດຜະລິດຕະພັນໄມ້ໃນສາມປະເພດຫຼັກຄື: ຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທຳມະຊາດ, ແລະ ຜະລິດຕະພັນຫວາຍ ແລະ ໄມ້ໄຜ່.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-ministry-allows-more-wood-products-export-101523
ແຂວງອັດຕະປືແຈ້ງປະມູນໄມ້ທ່ອນທີ່ຍຶດໄດ້
ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ແຂວງອັດຕະປືໄດ້ແຈ້ງການປະມູນໄມ້ທ່ອນທີ່ຍຶດໄດ້ໂດຍຄະນະກຳມະການຄຸ້ມຄອງໄມ້ ພາຍໃຕ້ພະແນກອຸດສາຫະກຳ ແລະ ການຄ້າ.ການປະມູນດັ່ງກ່າວໄດ້ມີການເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ທຸລະກິດໄມ້ທົ່ວປະເທດເພື່ອເຂົ້າຮ່ວມ.ອ່ານຕໍ່ ...
ໂຕະຂ່າວ
ລາວ, ໄທສົ່ງເສີມຜະລິດຕະພັນສິລະປະໄມ້ຜ່ານກອງປະຊຸມແລກປ່ຽນຫັດຖະກຳ
ວຽງຈັນ (ວຽງຈັນທາມສ໌/ANN) – ຜະລິດຕະພັນໄມ້ແກະສະຫຼັກຕ້ອງອາໄສຕະຫຼາດຕ່າງປະເທດ ເພື່ອເພີ່ມມູນຄ່າການຂາຍ, ເຈົ້າໜ້າທີ່ການນຳຂອງສະຖາບັນວິຈິດຕະກຳແຫ່ງຊາດກ່າວວານີ້.ທ່ານ ປອ ໄມສິງ ຈັນທະບຸດດີ ກ່າວໃຫ້ຄຳເຫັນໃນພິທີເປີດກອງປະຊຸມວິຊາການຫັດຖະກຳວັດທະນະທຳ ລາວ-ໄທ ທີ່ສູນພັດທະນາ ແລະ ຝຶກອົບຮົມທັກສະວັດສະພົງ. ທ່ານໄດ້ກ່າວວ່າ ໃນປະເທດລາວມີຜູ້ຜະລິດ ແລະ ຈຳໜ່າຍຈຳນວນຫຼາຍ, ແຕ່ວ່າຜູ້ຊື້ມີຈຳນວນຈຳກັດໃນຕະຫຼາດພາຍໃນ ຍ້ອນເຫດຜົນທາງດ້ານລາຍຮັບທີ່ຕ່ຳ ແລະ ປະຊາກອນໜ້ອຍ.ອ່ານຕໍ່ ...
ໂຕະຂ່າວ
ການປະມູນຂາຍໄມ້ເຖື່ອນທີ່ຍຶດໄດ້ໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ການປະມູນຊື້ຂາຍໄມ້ທີ່ໄດ້ຈາກການຍືດໄດ້ຈາກການລັກລອບຕັດໄມ້ເຖື່ອນ ສາມາດສ້າງລາຍຮັບເຂົ້າລັດກວ່າ 170.8 ຕື້ກີບ, ຕາມບົດລາຍງານຫຼ້າສຸດຂອງລັດຖະບານ.ຕາມຄຳສັ່ງແນະນຳຂອງນາຍົກລັດຖະມົນຕີ ໃນເດືອນ ພຶດສະພາ 2016 ກ່ຽວກັບການຫ້າມການສົ່ງອອກຜະລິດຕະພັນໄມ້ທີ່ບໍ່ຜ່ານການແປຮູບ ແລະ ການປາບປາມທຸລະກິດຄ້າຂາຍໄມ້ເຖື່ອນ, ເຈົ້າໜ້າທີ່ສາມາດຍຶດໄດ້ໄມ້ກວ່າ 75,240 ແມັດກ້ອນ ແລະ ອີກ 287.4 ໂຕນໄດ້ມີການຈັດປະມູນ ແລະ ຂາຍອອກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວເພີ່ມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບເປັນສອງເທົ່າ
ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບຂອງລາວເພີ່ມຂຶ້ນ 107% ໃນປີ 2018 ພາຍຫຼັງທີ່ລັດຖະບານໄດ້ອອກຄຳສັ່ງຫ້າມການສົ່ງອອກໄມ້ທ່ອນທີ່ບໍ່ຜ່ານຂະບວນການປຸງແຕ່ງ ເພື່ອສົ່ງເສີມມູນຄ່າຂອງຜະລິດຕະພັນໄມ້ສຳເລັດຮູບ.ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງແນະນຳເລກທີ 15 ປີ 2016 ຫ້າມການສົ່ງອອກໄມ້ທ່ອນ ແລະ ສົ່ງເສີມການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC
(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...
ບັນນາທິການ ຂປລ