ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ລາວຍັງຄົງຫ້າວຫັນສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້: ​ຄູ່ຮ່ວມພັດທະນາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຍັງຄົງສືບຕໍ່ຕ້ານການຄ້າໄມ້ເຖື່ອນ, ແລະ ສົ່ງເສີມການຄ້າຂາຍຜະລິດຕະພັນໄມ້ທີ່ຖືກກົດໝາຍ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ, ຕາມສຳນັກງານປະຈຳ FLEGT.ສ່ວນໜຶ່ງຂອງຄວາມພະຍາຍາມຕໍ່ເນື່ອງດັ່ງກ່າວ, ບັນດາຜູ້ມີສ່ວນຮ່ວມຫຼາຍພາກສ່ວນເຊັ່ນ ຖັນແຖນກະຊວງ, ອົງການຈັດຕັ້ງສັງຄົມສົງເຄາະ ແລະ ຂະແໜງເອກະຊົນ ໄດ້ປະຊຸມກັນໄດ້ອາທິດແລ້ວນີ້ ໃນກອງປະຊຸມ ຄະນະກຳມະການສະໜັບສະໜູນການເຈລະຈາ ແລະ ການພັດທະນາ (NSDC) ເພື່ອທົບທວນຄວາມຄືບໜ້າ ແລະ ເສັ້ນທາງໄປສູ່ການຈັດການຄຸ້ມຄອງປ່າໄມ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-determined-strengthen-forest-governance-partners-104808

ກະຊວງອະນຸຍາດໃຫ້ມີການສົ່ງອອກຜະລິດຕະພັນໄມ້ເພີ່ມຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າໄດ້ດັດແກ້ລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກ ເພື່ອໃຫ້ຜູ້ຜະລິດເຟີນີເຈີສາມາດຈຳໜ່າຍຜະລິດຕະພັນຂອງຕົນໃນຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ສະດວກຍິ່ງຂຶ້ນ.ກະຊວງໄດ້ກຳນົດປະເພດຜະລິດຕະພັນໄມ້ໃນສາມປະເພດຫຼັກຄື: ຜະລິດຕະພັນໄມ້ປູກ, ຜະລິດຕະພັນໄມ້ທຳມະຊາດ, ແລະ ຜະລິດຕະພັນຫວາຍ ແລະ ໄມ້ໄຜ່.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/lao-ministry-allows-more-wood-products-export-101523

ລາວສັ່ງປິດໂຮງງານປຸງແຕ່ງໄມ້ຕາມຄຳສັ່ງນາຍົກ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງງານປຸງແຕ່ງໄມ້ ແລະ ໂຮງເຟີນີເຈີລະດັບຄົວເຮືອນກວ່າ 500 ແຫ່ງໄດ້ຖືກສັ່ງປິດ ນັບແຕ່ມີການອອກຄຳສັ່ງນາຍົກລັດຖະມົນຕີສະບັບເລກທີ 5 ໃນປີ 2016.ໃນຈຳນວນໂຮງງານປຸງແຕ່ງໄມ້ ແລະ ໂຮງເຟີນີເຈີທັງໝົດ 1,595 ແຫ່ງໃນທົ່ວປະເທດທີ່ມີການທຳການໃນປີ 2016, ມີໂຮງງານໄມ້ພຽງ 1,086 ແຫ່ງທີ່ຍັງຄົງດຳເນີນການ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວຕໍ່ທີ່ປະຊຸມນິຕິບັດຍັດຂອງສະພາແຫ່ງຊາດສະໄໝສາມັນຄັ້ງທີ 7.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-closes-wood-processing-plants-comply-pm%E2%80%99s-order-98316

ອົງການ WWF ແລະ ເຈົ້າໜ້າທີ່ລາວທົບທວນການນຳໃຊ້ປ້າໄມ້

(ຂປລ) ເຈົ້າໜ້າທີ່ແຂວງ ແລະ ຜູ້ນຳຊຸມຊົນຮ່ວມປະຊຸມກັບອົງການກອງທຶນເພື່ອການອະນຸລັກສິ່ງແວດລ້ອມປະຈຳລາວ (WWF-Laos) ທີ່ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 7 ກຸມພາ 2019 ເພື່ອທົບທວນຜົນການສຳຫຼວດ ແລະ ແຕ້ມແຜນທີ່ການນຳໃຊ້ທີ່ດິນຂອງຄົວເຮືອນ ແລະ ການຖືກຳມະສິດ, ລາຍຮັບ ແລະ ຕົວກຳນົດດ້ານເສດຖະກິດ-ສັງຄົມ ແລະ ກະສິກຳຕ່າງໆ.ອ່ານຕໍ່ ...

ຂປລ

ອົງກອນພາກລັດຫາລືຂໍ້ຕົກລົງສະບັບໃໝ່ກ່ຽວກັບການຄຸ້ມຄອງໄມ້ຂອງ MIOC 

(ຂປລ) ໃນວັນທີ 10 ມັງກອນນີ້ ອົງການຈັດຕັ້ງລັດຖະບານ ໄດ້ຈັດກອງປະຊຸມປຶກສາຫາລືວິຊາການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.ອ່ານຕໍ່ ...

ບັນນາທິການ ຂປລ

ນາຍົກລາຍງານ: ສັ່ງປິດໂຮງເລື່ອຍພັນກວ່າແຫ່ງ ພ້ອມລົງໂທດຜູ້ກະທຳຜິດຫຼາຍຮ້ອຍ

ໃນມື້ວານນີ້ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານໃນທີ່ປະຊຸມສະພາແຫ່ງຊາດວ່າ ໄດ້ມີການສັງປິດໂຮງເລື່ອຍ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍ ຈຳນວນ 1,545 ແຫ່ງໃນທົ່ວປະເທດ ເຊິ່ງດຳເນີນທຸລະກິດບໍ່ຖືກຕາມລະບຽບກົດໝາຍ. ທັງມີການຈັບຕົວຜູ້ກະທຳຜິດ 702 ຄົນທີ່ກ່ຽວຂ້ອງກັບໂຮງເລື່ອຍ ແລະ ທຸລະກິດຜິດກົດໝາຍດັ່ງກ່າວ ກໍຄືການຂຸດຄົ້ນໄມ້ເຖື່ອນອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຫົວພັນ ທຳລາຍສິ້ນສວນສັດທີ່ນຳເຂົ້າບໍ່ຖືກຕ້ອງ

ຂປລ. ອາທິດ​ຜ່ານ​ມາ, ເຈົ້າໜ້າທີ່ ຫ້ອງການກະສິກຳ-ປ່າໄມ້ເມືອງຊໍາເໜືອ,  ພະແນກອຸດສາຫະກໍາ-ການຄ້າ,  ພະແນກການເງິນແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງ ຈັດພິທີທຳລາຍ ຊິ້ນສ່ວນສັດ ທີ່ຍຶດໄດ້ຈາກການລັກລອບນຳເຂົ້າ ບໍ່ຖືກຕ້ອງອ່ານຕໍ່  ...

ຂປລ

ແຜນປູກຕົ້ນໄມ້ໃຫ້ເປັນປ່າ ຕ້ອນຮັບວັນປູກຕົ້ນໄມ້

ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ປະກາດແຜນການທີ່ມຸ່ງໝັນໃນການປູກຕົ້ນໄມ້ໃຫ້ໄດ້ 27,000 ເຮັກຕາ ໃນປີນີ້ ເພື່ອເປັນການເພີ່ມພື້ນທີ່ປ້າໄມ້  ແລະ ຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດປະຈຳປີ ໃນວັນທີ 1 ມິຖຸນານີ້.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

NNYPV
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!