ເສດຖະກິດ ແລະ ການຄ້າ

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)

ລາວ, ຊີລີ ສົ່ງເສີມການຮ່ວມມືດ້ານທຸລະກິດ,​ ການຄ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຊີລີ ມີເປົ້າໝາຍເສີມຂະຫຍາຍການຮ່ວມມືທາງດ້ານທຸລະກິດ ແລະ ການຄ້າ ພາຍຫຼັງພິທີຕ້ອນຮັບທ່ານ ເຈມມີ ໂຊມາລີ ເອກອັກຄະລັດຖະທູດຊີລີປະຈຳລາວ ຢ່າງເປັນທາງການ ຂອງສະພາທຸລະກິດທ້ອງຖິ່ນ ທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ.ນຳພາຄະນະຜູ້ແທນລາວໃນພິທີດັ່ງກ່າວ ເຊິ່ງລວມມີເຈົ້າໜ້າທີ່ສະພາການຄ້າ ແລະ ຜູ້ປະກອບການທຸລະກິດ ແມ່ນທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI). ອ່ານຕໍ່ ...

ໂຕະຂ່າວ

ງານວາງສະແດງສິນຄ້າລາວທ໊ອບ 3 ເພື່ອສົ່ງເສີມການຂະຫຍາຍຕົວຂອງຂະແໜງການກໍ່ສ້າງ, ການບໍລິການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທ໊ອບ 3, ເຊິ່ງເປັນງານວາສະແດງສິນຄ້າສາກົນ 3-ໃນ-1 ທີ່ໃຫຍ່ທີ່ສຸດໃນລາວ ກຳລັງຈະກັບມາຈັດສະແດງເປັນຄັ້ງທີສີ່ ເພື່ອສົ່ງເສີມຂະແໜງການກໍ່ສ້າງ ແລະ ພື້ນຖານໂຄງລ່າງ, ແລະ ອຸດສາຫະກຳອາຫານ ແລະ ເຄື່ອງດື່ມ ແລະ ການບໍລິການທ່ອງທ່ຽວ.ງານວາງສະແດງດັ່ງກ່າວຈະຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 11-13 ມິຖຸນາປີໜ້າ, ຕາມການຖະແຫຼງຂ່າວທີ່ວຽງຈັນຫວ່າງໝໍ່ໆມານີ້. ອ່ານຕໍ່  ...

ໂຕະຂ່າວ

ຜະລິດຕະພັນລາວ ຍັງບໍ່ສາມາດສ້າງກະແສນິຍົມຕໍ່ຜູ້ບໍລິໂພກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີການຜະລິດສິນຄ້າຫຼາຍຢ່າງທີ່ເປັນທີ່ຮູ້ກັນດີ, ແຕ່ວ່າຄົນລາວສ່ວນຫຼາຍພັດບໍ່ໃຫ້ຄວາມສົນໃຈໃນການຊື້ຫາສິນຄ້າເຫຼົ່ານີ້ ແລະ ນີຍົມໃຊ້ສິນຄ້ານຳເຂົ້າຫຼາຍກວ່າ. ມັນເປັນເລື່ອງທ້າທາຍໃນການ ເຊີນຊວນໃຫ້ຄົນປ່ຽນແປງພຶດຕິກຳ ເນື່ອງຈາກເຂົາເຈົ້າມີຄວາມຄຸ້ນເຄີຍ ຕໍ່ການເຫັນສິນຄ້ານຳເຂົ້າ ວາງຂາຍຕາມຮ້ານຄ້າ ແລະ ຕະຫຼາດ ແລະບໍ່ບໍ່ຄຸ້ນເຄີຍຕໍ່ການນຳໃຊ້ສິນຄ້າປະເພດດຽວກັນແຕ່ຜະລິດໃນລາວ. ການປ່ຽນແນວຄິດຂອງຜູ້ບໍລິໂພກອາດຕ້ອງໃຊ້ເວລາຍາວນານ.ອ່ານຕໍ່  ...

ໂຕະບັນນາທິການ

ບໍລິສັດ LOCA, ລ້ານຊ້າງປະກັນໄພ ຮ່ວມມືກັນເພື່ອປັບປຸງມາດຕະຖານການຄຸ້ມຄອງ

LOCA ຜູ້ໃຫ້ບໍລິການລົດຮັບສົ່ງອອນໄລ ລາຍທຳອິດຂອງລາວ  ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມມາດຕະຖານການປົກປ້ອງໃນການບໍລິການ.ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ທັງສອງບໍລິສັດ ຈະເລີ່ມໃຫ້ການຄຸ້ມຄອງມາດຕະຖານສຳລັບການບໍລິການ LOCA, ເພື່ອຄຸ້ມຄອງສຸຂະພາບຂອງຜູ້ຂັບຂີ່.ອ່ານຕໍ່ ...

Taejun Kang

ງານວາງສະແດງສິນຄ້າວິທະຍາສາດ ແລະ ເທັກໂນໂລຢີ ລາວ-ຈີນ ສົ່ງເສີມການພັດທະນາອຸດສາຫະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າ “ສະມາດເທັກໂນໂລຢີ ເພື່ອການພັດທະນາສີຂຽວ ແລະ ຍືນຍົງ” ແມ່ນກຳລັງດຳເນີນຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍໜໍ່ແໜງການພັດທະນາໃນຂະແໜງອຸດສາຫະກຳໃນລາວ.ງານວາງສະແດງສິນຄ້າດັ່ງກ່າວ ແມ່ນຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ແຕ່ວັນທີ 11-16 ຕຸລານີ້ ເຊິ່ງມີບໍລິສັດຈາກລາວ ແລະ ຈີນເຂົ້າຮ່ວມປະມານ 100 ບໍລິສັດ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-china-science-and-tech-expo-promotes-industrial-development-106311

ຕະຫຼາດຫຼັກຊັບເປີດການຊື້ຂາຍຫຸ້ນບໍລິສັດ ລານໂກ

(ຂປລ) ໃນວັນພະຫັດນີ້ ຕະຫຼາດຫຼັກຊັບລາວໄດ້ເປີດການຊື້ຂາຍຫຸ້ນບໍລິສັດລາວອາຊຽນເຊົ່າສິນເຊື່ອ (ລານໂກ) ເຊິ່ງເປັນບໍລິສັດລາຍທີ 11 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ.ໃນມື້ເປີດໂຕ ລາຄາຊື້ຂາຍຫຸ້ນດັ່ງກ່າວແມ່ນຢູ່ທີ່ 3,000 ກີບຕໍ່ຫຸ້ນ, ປັບໂຕເພີ່ມຂຶ້ນຈາກລາຄາ 2,700 ກີບໃນມື້ເປີດຈອງໃນຕົ້ນເດືອນນີ້.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48752

ຜູ້ຜະລິດຢາສະຫົວປອດສານພິດລາວ ຕັ້ງເປົ້າສ້າງຄວາມຄຸ້ນເຄີຍຕໍ່ຕະຫຼາດພາຍໃນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວມີຈຸດປະສົງໃນການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ກໍ່ຄືສົ່ງເສີມການເລີ່ມຕົ້ນທຸລະກິດໃໝ່ ເຊິ່ງມີຄວາມສຳຄັນຕໍ່ການຂະຫຍາຍຕົວດ້ານເສດຖະກິດ.ສວນກະເສດປອດສານພິດ ທານຝັນ ເຊິ່ງເປັນກຸ່ມຜູ້ຜະລິດຢາສະຜົມ ແລະ ຢາລ້າງຈານປອດສານພິດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ວາງສະແດງຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມໃນງານວາງສະແດງສິນຄ້າ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-organic-shampoo-maker-aims-domestic-recognition-105516

ແອັບມືຖືບໍລິການລົດຮັບສົ່ງລາວ ຈະຈັດສະແດງໃນກອງປະຊຸມພາກພື້ນແມ່ນ້ຳຂອງ

ວຽງຈັນ (ວຽງຈັນທາມສ໌/ANN) – ການປະຕິບັດການບໍລິການຮັບສົ່ງໃນລາວຈະເປັນຕົວແທນປະເທດລາວ ຢູ່ໃນກອງປະຊຸມການລິເລີ່ມນະວັດຕະກຳການທ່ອງທ່ຽວ ພາກພື້ນແມ່ນ້ຳຂອງ (MIST) ທີ່ປະເທດໄທໃນອາທິດໜ້ານີ້.LOCA, ທຸລະກິດນະວັດຕະກຳໃໝ່ ແລະ ໜຶ່ງດຽວທີ່ໃຫ້ການບໍລິການລົດຮັບສົ່ງໃນລາວ ໄດ້ຮັບການຄັດເລືອກໃຫ້ເປັນຕົວແທນປະເທດລາວ ໃນການເຂົ້າແຂ່ງຂັນຮອບສຸດທ້າຍໃນກອງປະຊຸມ MIST ໃນລະຫວ່າງວັນທີ 8-9 ຕຸລານີ້ ທີ່ນະຄອນບາງກອກ. ທ່ານ ສຸລິໂຍ ວົງດາລາ ຜູ້ກໍ່ຕັ້ງ ແລະ ຫົວໜ້າວິຊາການຂອງ LOCA ກ່າວໃນວັນພຸດນີ້ວ່າ ຂະແໜງການທ່ອງທ່ຽວແມ່ນສ່ວນປະກອບໜຶ່ງທີ່ສຳຄັນໃນ GDP  ແລະ ການລິເລີ່ມທາງນະວັດຕະກຳຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວ ຍ້ອນການບໍລິການທີ່ສະດວກສະບາຍຄືຂອງທາງບໍລິສັດ.ອ່ານຕໍ່ ...

ໂຕະຂ່າວວຽຈັນທາມສ໌
http://annx.asianews.network/content/lao-ride-hailing-service-app-feature-mekong-meet-105511

ຂະແໜງທຸລະກິດປະເມີນການສ້າງຄວາມສະດວກໃນການລົງທຶນ, ການຄ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກຳລັງດຳເນີນການປະເມີນວິທີການທີ່ບັນດາແຂວງ ແລະ ນະຄອນຫຼວງວຽງຈັນນຳໃຊ້ ເພື່ອສ້າງຄວາມສະດວກໃຫ້ແກ່ການລົງທຶນ ແລະ ການຄ້າ, ພາຍໃຕ້ໂຄງການ ProFIT ໄລຍະທີ 2.ໂຄງການດັ່ງກ່າວຈະທຳການສຳຫຼວດ ແລະ ປະເມີນວິທີການເພື່ອໃຫ້ຂະແໜງທຸລະກິດໄດ້ຮັບປະໂຫຍດຈາກການຈັດຕັ້ງປະຕິບັດມາດຕະການເພື່ອປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດ ຂອງອົງການຈັດຕັ້ງລັດຖະບານ, ລວມເຖິງໜ່ວຍງານບໍລິການພາກລັດ.ອ່ານຕໍ່ ...

ມະນີຈັນ ປັນສີວົງໄຊ
http://annx.asianews.network/content/business-sector-assesses-facilitation-investment-trade-laos-105441

ບໍລິສັດເກົາຫຼີຊອກຫາຊ່ອງທາງການເຊື່ອມຕໍ່ດ້ານການຄ້າໃນລາວ

(ຂປລ) ຕາງໜ້າບໍລິສັດເກົາຫຼີຈັດປະຊຸມກັບຜູ້ປະກອບການລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 30 ກັນຍານີ້ ເພື່ອຫາລືກ່ຽວກັບໂອກາດເພື່ອການຮ່ວມມື ແລະ ການສ້າງເຄືອຂ່າຍທາງທຸລະກິດ. ບໍລິສັດຈາກເກົາຫຼີລວມມີ ບໍລິສັດ ENTRA , ບໍລິສັດອຸດສາຫະກຳ NARAE , ບໍລິສັດ DAEDO TEKRA , ບໍລິສັດ Exolube, ບໍລິສັດ DHC, ບໍລິສັດເຄມີ Sunkyung ແລະ ບໍລິສັດ TAESUNG.ກອງປະຊຸມຂອງຄະນະຜູ້ແທນການຄ້າ Ulju-GUN 2019 ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມລາວພຼາຊາ ນະຄອນຫຼວງວຽງຈັນ ໂດຍອົງການສະໜັບສະໜູນການຄ້າການລົງທຶນເກົາຫຼີ (KOTRA) ແລະ ພະແນກການຄ້າສະຖານທູດສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=48525

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

beAec
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!