ບໍລິສັດໄທໝາຍຕາສ່ວນແບ່ງຕະຫຼາດວັດສະດຸກໍ່ສ້າງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຍ້ອນເສດຖະກິດລາວມີການຂະຫຍາຍຕົວໃນລະດັບ  6 ເຖິງ 7% ຕໍ່ປີ, ເຮັດໃຫ້ບໍລິສັດວັດສະດຸກໍ່ສ້າງຂອງຕ່າງປະເທດຫຼາຍແຫ່ງ ສົນໃຈທີ່ຈະຂະຫຍາຍຕະຫຼາດການລົງທຶນເຂົ້າມາໃນລາວ.ປະຈຸບັນ ລັດຖະບານລາວພວມກຳລັງທຳການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຜ່ານການດັດແກ້ລະບຽບກົດໝາຍກ່ຽວກັບການຄ້າ ແລະ ການລົງທຶນ ເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ເພື່ອດຶງດູດໂຄງການການຄ້າ ແລະ ການລົງທຶນຈາກຕ່າງປະເທດ.ອ່ານຕໍ່ ...

ໂຕະຂ່າວ

ງານຕະຫຼາດນັດອາຫານໄທສ້າງໂອກາດທາງທຸລະກິດສຳລັບບໍລິສັດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ຈັດງານຕະຫຼາດນັດອາຫານໂລກ THAIFEX-World Food ອາຊີ 2019, ງານວາງສະແດງອາຫານໄທ, ສັນຫາໂອກາດໃນການຮ່ວມທຸລະກິດກັບລາວ ໃນຂະແໜງອາຫານ ແລະ ເຄື່ອງດື່ມ, ເພື່ອຂະຫຍາຍຕະຫຼາດໃນປະເທດໄທ ແລະ ຕ່າງປະເທດ.ພາຍໃຕ້ວິໄສທັດດັ່ງກ່າວ, ຕາງໜ້າຜູ້ຈັດງານຕະຫຼາດນັດອາຫານໄດ້ເຊີນບໍລິສັດອາຫານ ແລະ ເຄື່ອງດື່ມກໍຄືຮ້ານອາຫານໃນລາວ ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ ເຊິ່ງຈະຈັດຂຶ້ນທີ່ປະເທດໄທ ແຕ່ວັນທີ 28 ພຶດສະພາເຖິງ 1 ມິຖຸນານີ້.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວ, ມົນທົນກວາງຕຸ້ງຂອງຈີນໝາຍຕາຂົງເຂດການພັດທະນາໃໝ່ໆ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ມົນທົນກວາງຕຸ້ງຂອງຈີນມີເປົ້າໝາຍເພີ່ມທະວີປະລິມານການຄ້າ ແລະ ການລົງທຶນ ຫຼັງຈາກໃນປີກາຍນີ້ ມູນຄ່າການຄ້າສອງຝ່າຍມີເຖິງ US$270 ລ້ານໂດລາ, ອີງຕາມເຈົ້າໜ້າທີ່ລະດັບສູງຂອງຈີນ.ນອກຈາກນີ້ ໃນປີຜ່ານມາໄດ້ມີການເປີດຕົວໂຄງການລົງທຶນຫ້າໂຄງການ ມູນຄ່າກວ່າ US$110 ລ້ານໂດລາ, ໃນໂຄງການຮ່ວມມືທາງດ້ານເສດຖະກິດພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງປະເທດ.ອ່ານຕໍ່ ...

ໂຕະຂ່າວ

ລາວ ແລະ ຫວຽດນາມຮັດແໜ້ນການຮ່ວມມືດ້ານການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະຮັດແໜ້ນການຮ່ວມມືດ້ານການລົງທຶນ ລວມທັງການວາງແຜນ ແລະ ການຄຸ້ມຄອງຂອງລັດຖະບານສອງຝ່າຍ ກັບຂະແໜງເອກະຊົນ ກໍຄືການແລກປ່ຽນບົດຮຽນດ້ານການພັດທະນາເສດຖະກິດ.ບັນຫາດັ່ງກ່າວໄດ້ມີການທົບທວນໃນກອງປະຊຸມທີ່ວຽງຈັນ ໃນວັນພະຫັດຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ຫງຽວນວັນທຸຼງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ແລະ ມີເຂົ້າຮ່ວມຂອງເຈົ້າໜ້າທີ່ສອງປະເທດ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ປະທານປະເທດລາວຫວັງວ່າບໍລິສັດຊັນເປເປີ ຈະສ້າງປະໂຫຍດໃຫ້ຊຸມຊົນທ້ອງຖິ່ນຫຼາຍຂຶ້ນ

ວຽງຈັນ, 10 ມິນາ (ຊິນຫົວ) — ທ່ານ ບຸນຍັງ ວໍລະຈິດ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ ໄດ້ລົງກວດກາບໍລິສັດ ຊັນເປເປີໂຮລດິງລາວຈຳກັດ (ຊັນເປເປີລາວ) ໃນວັນອາທິດຜ່ານມານີ້, ໂດຍຫວັງວ່າບໍລິສັດຈີນລາຍດັ່ງກ່າວຈະສືບຕໍ່ສົ່ງເສີມການພັດທະນາເສດຖະກິດໃນທ້ອງຖິ່ນ.ອ່ານຕໍ່  ...

ຢານ

ນັກລົງທຶນລາວທຸ້ມທຶນໂຄງການຫຼາຍຮ້ອຍລ້ານໂດລາໃນເຂດເສດຖະກິດພິເສດທ່າແຂກ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດໂຈ້ບຸນມີ, ກຸ່ມເຄືອຂ່າຍທຸລະກິດຊັ້ນນຳຂອງລາວ ໄດ້ທຸ້ມທຶນ US$500 ລ້ານໂດລາໃນການກໍ່ສ້າງກຸ່ມທຸລະກິດການຄ້າ ແລະ ສາງເກັບສິນຄ້າໃນເຂດເສດຖະກິດພິເສດທ່າແຂກ (TSEZ) ແຂວງຄຳມ່ວນ.ບໍລິສັດດັ່ງກ່າວມີແຜນສ້າງທຸລະກິດການຄ້າ ເຊັ່ນ ສູນການຄ້າ, ສາງຈັດເກັບສິນຄ້າ ແລະ ສູນລວມສິນຄ້າປະເພດຕ່າງໆ.ໂຄງການດັ່ງກ່າວກວມເອົາເນື້ອທີ່ກວ່າ 100 ເຮັກຕາ ແລະ ມີໄລຍະການສຳປະທານ 68 ປີ.ອ່ານຕໍ່ ...

ໂຕະຂ່າວ

ເຈົ້າໜ້າລາວທົບທວນເຊື່ອມຊຶມນະໂຍບາຍກ່ຽວກັບການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຂັ້ນສູນກາງ ແລະ ທ້ອງຖິ່ນຈາກຂະແໜງແຜນການ ແລະ ການລົງທຶນ, ແລະ ອຸດສະຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມວານນີ້ ເພື່ອເຊື່ອມຊຶມນະໂຍບາຍດ້ານການລົງທຶນ ແລະ ລາຍລະອຽດຂອງກົດໝາຍວ່າດ້ວຍການລົງທຶນ ສະບັບດັດແກ້ປີ 2016.ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ,​ ພາຍໃຕ້ການເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ.ອ່ານຕໍ່ ...

ໂຕະຂ່າວ

ລາວເດີນໜ້າປັບປຸງສະພາບແວດລ້ອມການດຳເນີນທຸລະກິດ

ເຈົ້າໜ້າທີ່ລາວໄດ້ຮັບຮອງເອົາມາດຕະການ ເພື່ອສ້າງຄວາມສະດວກໃນການເຂົ້າເຖິງສິນເຊື່ອ ແລະ ໃຫ້ການປົກປ້ອງນັກລົງທຶນລາຍຍ່ອຍ ເພື່ອເດີນໜ້າການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໂດຍລວມຂອງປະເທດ.ການເຂົ້າເຖິງສິນເຊື່ອ ແລະ ການປົກປ້ອງຜູ້ລົງທຶນລາຍຍ່ອຍ ແມ່ນສອງໃນ 11 ຕົວຊີ້ວັດໃນການສຳຫຼວດການປະເມີນຄວາມສະດວກໃນການດຳເນີນທຸລະກິດ (EDB) ໃນທົ່ວໂລກຂອງທະນາຄານໂລກ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

IFC ແລະ ການາດາສົ່ງເສີມການຮ່ວມມືພາກລັດ-ເອກະຊົນ ເພື່ອດຶງດູດການລົງທຶນໃນລາວ

(ຂປລ) ອົງການ IFC ສະມາຊິກທະນາຄານໂລກ ແລະ ລັດຖະບານການາດາ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມວິຊາການກ່ຽວກັບການຮ່ວມມືລັດ-ເອກະຊົນຂຶ້ນທີ່ວຽງຈັນ ໃນວັນທີ 22 ກຸມພາ 2019.ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອສົ່ງເສີມການລົງທຶນໃນຫຼາຍຂະແໜງການໃນ ສປປ ລາວ ແລະ ເພື່ອເປັນແນວທາງໃຫ້ແກ່ການສົນທະນາກ່ຽວກັບນະໂຍບາຍ PPP ລະຫວ່າງລັດຖະບານ, ຄູ່ຮ່ວມພັດທະນາ, ຂະແໜງເອກະຊົນ ແລະ ຜູ້ມີສ່ວນຮ່ວມພາກສ່ວນອື່ນໆ.ອ່ານຕໍ່  ...

ຂປລ

Vinachem ຈະຖອນໂຄງການຂຸດຄົ້ນບໍ່ແຮ່ທີ່ຂາດດູນໃນລາວ

ກຸ່ມລັດວິສາຫະກິດເຄມີແຫ່ງຊາດຫວຽດນາມ (Vinachem) ຕັດສິນໃຈຖອນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໂປເຕຊຽມຢູ່ແຂວງຄຳມ່ວນຂອງລາວ ຫຼັງຈາກທີ່ໄດ້ທຸ່ມທຶນຫຼາຍພັນຕື້ດົງໃນໂຄງການຂະໜາດໃຫຍ່ໄລຍະ 15 ປີດັ່ງກ່າວ, ຕາມການລາຍງານຂອງໜັງສືພິມ Tuoi Tre Online.ການຖອນໂຄງການດັ່ງກ່າວແມ່ນເປັນຜົນມາຈາກການຂາດດູນງົບປະມານຂອງລັດຢ່າງມະຫາສານ, ຕາມນັກກວດສອບຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ.ອ່ານຕໍ່ ...

Vietnamnet

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LTSPB
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!